ຫົວໜ້າຄະນະໂຄສະນາອົບຮົມແຂວງ ຕິດຕາມຄວາມພ້ອມຂອງຄະນະກຳມະການຈັດງານບຸນປະວໍລະນາອອກພັນສາ-ຊ່ວງເຮືອທີ່ນະຄອນປາກເຊ
ວັນທີ 6 ກັນຍາ 2026 ນີ້,ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຄວາມພ້ອມຂອງຄະນະກຳມະການຈັດງານບຸນປະວໍລະນາອອກພັນສາ ແລະ ຊ່ວງເຮືອ ທີ່ນະຄອນປາກເຊ ແຂວງຈໍາປາສັກ. ໂອກາດນີ້,ທ່ານໄດ້ຮັບຟັງລາຍງານສະພາບການກະກຽມຈາກທ່ານ ສຸກວິໄສ ສີສົມຫວັງ ປະທານຄະນະກຳມະການປົກຄອງນະຄອນປາກເຊ ແລະ ອະນຸກຳມະການກ່ຽວຂ້ອງແຕ່ລະພາກສ່ວນເຂົ້າຮ່ວມ. ງານບຸນປະວໍລະນາອອກພັນສາ – ຊ່ວງເຮືອ ປະຈຳປີ 2026 ທີ່ນະຄອນປາກເຊ ຈະໄດ້ເລີ່ມແຕ່ມື້ອອກໃໝ່ 8 ຄໍ່າເດືອນ 11 ...