ກຸ່ມຜະລິດເສັ້ນເຝີ – ແຜ່ນແໜມ​ ເປັນສິນຄ້າ ສ້າງລາຍຮັບແກ່​ກຸ່ມ​ ແລະ​ ສະມາຊິກ​ໄດ້ເປັນຢ່າງດີ​

        ກຸ່ມການຜະລິດເສັ້ນເຝີ​ – ແຜ່ນແໜມເປັນສິນຄ້າ​ ບ້ານສະພັງເໜືອ ເມືອງມຸລະປາໂມກ​ ແຂວງຈໍາປາສັກ, ປັດຈຸບັນ​ ມີສະມາຊິກ​ 20​ ຄອບຄົວ,​ ສາມາດຜະລິດເສັ້ນເຝີ ໄດ້ 3.135 ກິໂລກຣາມ​/ເດືອນ,​ ມີລາຍຮັບຈາກການຂາຍເສັ້ນເຝີ 86 ລ້ານກວ່າກີບ/ເດືອນ; ແຜ່ນແໜມນ້ອຍ ສາມາດຜະລິດໄດ້ 7.200 ແຜ່ນ/ເດືອນ, ເປັນເງິນ 6 ລ້ານກີບ/ເດືອນ,​ ສາມາດສ້າງລາຍຮັບແກ່​ກຸ່ມ​ ແລະ​ ສະມາຊິກ​ ໄດ້ເປັນຢ່າງດີ.​

       ທ່ານ​ ນາງ ທິບພະຈັນ ວົງ​ວິ​ໄລ​ສັກ ຕາງໜ້າປະ​ທານ​ກຸ່ມການຜະລິດເສັ້ນເຝີ​ – ແຜ່ນແໜມ ເປັນສິນຄ້າ ໄດ້ໃຫ້ສໍາພາດ​ໃນວັນທີ​ 17​ ມັງກອນ​ 2025​ ນີ້ວ່າ: ກຸ່ມການຜະລິດເສັ້ນເຝີ​ – ແຜ່ນແໜມເປັນສິນຄ້າ​ ບ້ານສະພັງເໜືອ ເມືອງມຸລະປາໂມກ​ ສ້າງຕັ້ງຂຶ້ນ​ ແລະ​ ຮັບຮອງເປັນທາງການໃນເດືອນກັນຍາ 2024,​ ມີ​ສະມາ​ຊິກ​ທັງ​ໜົດ 20 ຄອບ​ຄົວ,​ ມີລະບົບການຈັດຕັ້ງຄັກແນ່, ມີ​​ປະ​ທານ​ -​ ຮອງ​ປະ​ທານ​ກູ່ມ​ຜະ​ລິດ, ມີຄະ​ນະ​ຮັບ​ຜິດ​ຊອບ​ວຽກ​ງານ​ການຕະ​ຫຼາດ, ມີຄະ​ນະ​ຮັບ​ຜິດຊອບ​ບັນ​ຊີຢ່າງລະອຽດ; ພາຍໃນກຸ່ມ ມີຈຸຜະລິດເສັ້ນເຝີ 6 ຄອບຄົວ ແລະ ຈຸຜະລິດແຜ່ນແໜມນ້ອຍ 14 ຄອບຄົວ.​ ການຜະລິດເສັ້ນເຝີ ແລະ​ ແຜ່ນແໜມ ໄດ້ລິເລີ່ມໃນປີ 2017 (ກ່ອນໜ້ານັ້ນເອີ້ນວ່າກອງທຶນສິນເຊື່ອ) ໄດ້ຮັບທຶນເບື້ອງຕົ້ນມາຈາກທະນາຄານເຂົ້າ ຈຳນວນ 11​ ລ້ານກວ່າກີບ ແລະ​ ທຶນຈາກສະຫະພັນແມ່ຍິງແຂວງ ສົມທົບ 3 ຄັ້ງ ຈໍານວນ 78 ລ້ານກີບ ແລະ ເປີເຊັນດອກເບ້ຍຫັກເຂົ້າໃນກອງທຶນແຕ່ລະປີ 21​ ລ້ານກວ່າກີບ,​ ລວມເງິນທັງໝົດ 111 ລ້ານກວ່າກີບ; ໄລຍະເລີ່ມຕົ້ນ ໄດ້ເຮັດການຜະລິດແບບປະຖົມປະຖານ.​ ຮອດ​ປີ 2021 ການຜະລິດເສັ້ນເຝີ​ -​ ແຜ່ນ​ແໝມ ໄດ້ເລີ່ມນໍາໃຊ້ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝເຂົ້າມາຊ່ວຍ​ ເພື່ອຍົກສະມັດຕະພາບຂອງການຜະລິດໃຫ້ສູງຂຶ້ນ,​ ເມື່ອກ່ອນ ສາມາດຜະລິດເສັ້ນເຝີ​ ໄດ້ພຽງ 675 ກິໂລກຣາມ​/ເດືອນ. ປັດຈຸບັນ ສາມາດຜະລິດເສັ້ນເຝີ ໄດ້ 3.135 ກິໂລກຣາມ​/ເດືອນ,​ ລາຄາສົ່ງ 27.000 ກີບ/ກິໂລກຣາມ,​ ມີລາຍຮັບຈາກການຂາຍເສັ້ນເຝີ 86 ລ້ານກວ່າກີບ/ເດືອນ, ສະເລ່ຍກໍາໄລສຸດທິຫຼັງຫັກຄ່າໃຊ້ຈ່າຍຕ່າງໆ 23​ ລ້ານກວ່າກີບ/ເດືອນ(ບໍ່ໄດ້ຜະລິດທຸກເດືອນ).

       ສ່ວນການຜະລິດແຜ່ນແໜມ​ ສາມາດຜະລິດໄດ້ 7.200 ແຜ່ນ/ເດືອນ,​ ລາຄາ 12 ແຜ່ນ/10.000 ກິບ, ເປັນເງິນ 6 ລ້ານກີບ/ເດືອນ, ໄດ້ກໍາໄລ 3.​260.000 ລ້ານກວ່າກິບ/ເດືອນ.​ ຜ່ານການຈັດຕັ້ງປະຕິບັດ​ ກໍຄືດຳເນີນການຜະລິດໃນປີຜ່ານມາ ກຸ່ມຜະລິດເສັ້ນເຝີ -​ ແຜ່ນແໜມ ບ້ານສະພັງເໜືອ ສາມາດສ້າງມູນຄ່າການຊື້, ຂາຍ ຜະລິດຕະພັນໄດ້ທັງໝົດ 815 ລ້ານກວ່າກີບ,​ ມີລາຍຮັບຈາກການຂາຍເປັນເງິນເຂົ້າສູ່ກຸ່ມຜະລິດໄດ້ທັງໝົດ 241 ລ້ານກວ່າກີບ, ສະເລ່ຍລາຍຮັບໃສ່ຄອບຄົວສະມາຊິກ ພາຍໃນກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ ໄດ້ 12​ ລ້ານກີບ/ຄອບຄົວ/ປີ. ໃນຊຸມປີຜ່ານມາ ກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ ໄດ້ມີກົນໄກການຜະລິດທີ່ເປັນຕ່ອງໂສ້ການຜະລິດ ໂດຍທາງຫ້ອງການກະສິກໍາ -​ ປ່າໄມ້ເມືອງ ໄດ້ສ້າງຕັ້ງກຸ່ມຜະລິດເຂົ້າຈ້າວ ແລະ ມີງົບປະມານຈຳນວນໜຶ່ງ ເພື່ອສ້າງລະບົບຊົນລະປະທານ ໃຫ້ກຸ່ມຜະລິດດັ່ງກ່າວໄດ້ມີເງື່ອນໄຂສະດວກໃນການຜະລິດເຂົ້າຈ້າວ ເພື່ອຂາຍໃຫ້ກຸ່ມຜະລິດເສັ້ນເຝີ -​ ແຜ່ນແໜມ,​ ສິ່ງນີ້ ຖືໄດ້ວ່າເປັນນະໂຍບາຍທີ່ສອດຄ່ອງ ເພື່ອເຮັດໃຫ້ການຜະລິດມີທ່າຂະຫຍາຍຕົວ ແລະ ຍືນຍົງຕະຫຼອດໄປ.

           ສຳລັບການຈຳໜ່າຍຜະລິດຕະພັນ ເສັ້ນເຝີ​ -​ ແຜ່ນ​ແໜມ ຂອງ​ບ້ານ​ສະ​ພັງ​ເໜືອ,​ ທ່ານ​ ນາງ​ ທິບພະຈັນ​ ວົງວິໄລສັກ ກ່າວວ່າ: ໄດ້​ຈຳ​ໜ່າຍ​ຕາ​ມ​ທ້ອງ​ຕະ​ຫຼາດ, ຕາມ​ຫ້າງ​ຮ້າ​ນ​ຕ່າງໆ​ພາຍ​ໃນເມືອງ, ຕ່າງ​ເມືອງ ​ແລະ​ ຕ່າງ​ແຂວງ, ມາຮອດຕົ້ນປີ 2024,​ ຫ້ອງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເມືອງ ​ໄດ້​​ເຫັນ​ທ່າແຮງ, ເງື່ອນໄຂ ແລະ ຄວາມ​ເປັນ​ໄປ​ໄດ້ ​ຈິ່ງນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ຂອງກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ ເຂົ້າ​ຕິດ​ກາ​ໝາຍເປັນ​ສິນ​ຄ້າ 1​ ເມືອງ 1 ຜ​ະ​ລິດ​ຕະ​ພັນ​ ແຫ່ງ​ຊາດ (ໂອດ໋ອບ)​ ຫຼື​ One Product One District (ODOP).​ ມາຮອດປັດຈຸບັນ ກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ ບ້ານສະພັງເໜືອ ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ນຳ​ໃຊ້​ກາ​ໝາຍ​ສີນ​ຄ້າ ໂອດ໋ອບ ​ເປັນທີ່ຮຽບຮ້ອຍແລ້ວ​ ເຊິ່ງເປັນເງື່ອນໄຂໜຶ່ງ ທີ່ໜ້າພາກພູມໃຈ ແລະ ຖືເປັນການຢັ້ງຢືນເຖິງມາດຕະຖານ,​ ຄວາມບຸກບືນພະຍາຍາມ ທັງກາຍເປັນແຮງຍູ້ດັນ ເຮັດໃຫ້ກຸ່ມຜະລິດ ຕ້ອງສືບຕໍ່ຮັກສາມາດຕະຖານ ແລະ ພັດທະນາຜະລິດຕະພັນຂອງຕົນ ໃຫ້ນັບມື້ກ້າວຂື້ນໄປເລື້ອຍໆ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ​ – ສັງຄົມທີ່ຂັ້ນເທິງວາງອອກ ແລະ ເຫັນວ່າ ຍັງມີບາງດ້ານທີ່ກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ​ ມີຄວາມຫຍຸ້ງຍາກ ແລະ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນແມ່ນການຜະລິດເສັ້ນເຝີ​ -​ ແຜ່ນແໜມ​ ຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກ ທັງພາຍໃນເມືອງ, ຕ່າງເມືອງ​ ແລະ​ ຕ່າງແຂວງ ຍ້ອນຍັງຂາດພື້ນຖານວັດຖຸ, ຂາດເຄື່ອງມືທີ່ທັນສະໄໝ, ເຕັກນິກ, ແຮງງານ ແລະ ການເຂົ້າເຖິງ​ແຫຼ່ງ​ທຶນ​ -​ ສິນເຊື່ອດອກເບ້ຍຕໍ່າ ຍັງມີ​ລັກສະນະ​ຈໍາກັດ,​ ສະຖານທີ່ທໍາການຜະລິດກໍຄັບແຄບ ແລະ ການຜະລິດ ຍັງບໍ່ທັນສາມາດເຮັດໄດ້ໝົດປີ, ຍາມຝົນຕົກ ບໍ່ສາມາດຜະລິດເສັ້ນເຝີ -​ ແຜ່ນແໜມ ໄດ້ ເຮັດໃຫ້ຜະລິດຕະພັນ ບໍ່ສາມາດຕອບສະໜອງໄດ້ຕະຫຼອດປີ.

#. ຂ່າວ​-ພາບ​: ທູນທອງໃຈ​

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa