ກອງປະຊຸມກວດກາປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໜ່ວຍພັກ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກ ປະຈຳປີ 2026

ກອງປະຊຸມກວດກາປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໜ່ວຍພັກ ວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກ ປະຈຳປີ 2026

ກອງປະຊຸມກວດກາປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍພັກວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ ປະຈຳປີ 2026 ໄດ້ໄຂຂຶ້ນໃນວັນທີ 17 ພະຈິກ 2026 ທີ່້ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງ ສະຫາຍ ປອ ນັນທະສານ ວັນນະວົງ ກໍາມະການພັກແຂວງ, ເລຂາຄະນະ ພັກຮາກຖານພະແນກສາທາລະນະສຸກແຂວງ ຈຳປາສັກ, ສະຫາຍ ນາງ ພອນພູລັກ ບົວລະ ວົງ ເລຂາໜ່ວຍພັກວິທະຍາໄລວິທະຍາສາດສະຂະພາບ, ສະຫາຍ ຄໍາປະສົງ ພົມມະວົງ ຄະນະພັກຮາກຖານ ຄະນະໂຄສະນາອົບຮົມ ແຂວງ ຫົວໜ້າຂະແໜງສັງລວມຂ່າວສານ, ຄະນະກຳມະການກວດກາປະເມີນຜົນຂັ້ນແຂວງ, ພ້ອມດ້ວຍ ສະ ມາຊິພັກສົມບູນເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 21 ສະຫາຍ.

ໃນກອງປະຊຸມຄັ້ງນີ້, ສະຫາຍ ນາງ ພອນພູລັກ ບົວລະວົງ, ເລຂາໜ່ວຍພັກ ວິທະຍາໄລ ຂຶ້ນລາຍງານ ກ່ຽວກັບສະພາບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຜ່ານການຕີລາຄານັບແຕ່ດ້ານການເມືອງ-ແນວຄິດ,ນໍາພາດ້ານການຈັດຕັ້ງ, ນໍາພາດ້ານແບບແຜນການດຳລົງຊີວິດ ແລະ ນໍາພາປະຕິບັດໜ້າທີ່ການເມືອງສາມາດຕີລາຄາຈັດປະເພດໜ່ວຍພັກວິທະຍາໄລ ວິທະຍາສາດສຸຂະພາບເປັນໜ່ວຍພັກ: ແຂງ, ສະເໜີຂໍໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແ ໜ້ນປະຈພໍາປີ 2026.
ໃນພິທີ ສະຫາຍ ນາງ ວິລະນຸດ ສິດພະໄຊ ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ແລະ ລັດຖະກອນ ລາຍງານການສໍາຫຼວດກວດກາປະເມີນສະຫະພັນແມ່ຍິງ, ຂໍ້ແຂ່ງຂັນ 3 ດີ, ຊາວໜຸ່ມ 4 ບຸກ, ຮາກຖານກໍາມະບານ 5 ເປັນເຈົ້າ, ການປະເມີນພະນັກງານລັດຖະກອນ ແລະ ວຽກປ້ອງກັນ ຄວາມສະຫງົບ ວິທະຍາໄລ. ສະຫາຍ ນາງ ດວງພະໄທ ເປືອງຈັນທີ, ຮອງເລຂາໜ່ວຍພັກ ວິທະຍາໄລໄດ້ຜ່ານບົດ ສະຫຼຸບປະຈຳປີ 2026 ແລະ ທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງ ໜ່ວຍພັກວິທະຍາໄລປະຈໍາປີ 2027.

ຈາກນັ້ນ ບັນດາສະຫາຍຄະນະກຳມະການກວດກາປະເມີນຜົນຂັ້ນແຂວງໄດ້ມີຄຳເຫັນ ເພື່ອເນັ້ນໃຫ້ປັບປຸງບາງເນື້ອໃນ,ບາງຄຳສັບ,ການຈັດລຽງເອກະສານ ແລກປ່ຽນຖອດຖອນບົດຮຽນແກ້ໄຂບາງດ້ານໃນການໍາພາຂອງໜ່ວຍພັກໃຫ້ດີຂຶ້ນເລື້ອຍໆ.

ຈາກນັ້ນ, ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນ ແລະ ໂອ້ລົມ ຂອງ ສະຫາຍ ປອ ນັນທະສານ ວັນນະວົງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານພະແນກ ສາທາລະນະສຸກແຂວງ ຈຳປາສັກ, ໄດ້ເນັ້ນໜັກຄື: ການປະຕິບັດທິດທາງແຜນການໃນຕໍ່ໜ້າວຽກ ປັບປຸງກໍ່ສ້າງພັກ ແລະ ປັບປຸງພັກໃຫ້ຄຽງຄູ່ໃນການປັບປຸງກໍ່ສ້າງວຽກວິຊາສະເພາະ ໂດຍກຳແໜ້ນ ດ້ານແນວຄິດເປັນກົກ, ເພາະແນວຄິດເປັນກຸນແຈສໍາຄັນໃນການຈັດຕັ້ງປະຕິບັດທຸກໜ້າທີ່ວຽກງານ ທີ່ພັກ-ລັດມອບໝາຍ, ເໝັ້ນໜັກຄຸນທາດການເມືອງ, ເຊື່ອມຊຶມເອກະສານຕ່າງໆ ທີ່ສໍາຄັນຂອງພັກ-ຂອງຊາດ, ເພີ່ມສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບ ກົດໝາຍ, ບ້ານເມືອງ, ຕ້ານບໍ່ໃຫ້ມີແນວຄິດ ແລະ ປະກົດການຫຍໍ້ທໍ້ໃນວິທະຍາໄລ, ເພີ່ມທະວີພັດທະນາບຸກຄະລາກອນໃນຖັນແຖວພະນັກງານ, ຄູ ອາຈານ ຕະຫຼອດຮອດນັກສຶກສາໃຫ້ມີຄຸນນະພາບສູງ.

ຂ່າວ,ພາບ:ເກດສະໜາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa