ຄະນະໂຄສະນາອົບຮົມແຂວງ​ຈໍາປາສັກ​ ປາຖະກະຖາວັນສໍາຄັນຕ່າງໆຂອງພັກ,​ ຂອງຊາດ​ ແລະ​ ຂອງ​ສາກົນ

ຄະນະໂຄສະນາອົບຮົມແຂວງ​ຈໍາປາສັກ​ ໄດ້ຈັດພິທີປາຖະກະຖາວັນສໍາຄັນຕ່າງໆຂອງພັກ,​ ຂອງຊາດ​ ແລະ​ ຂອງ​ສາກົນ​ ຄື:​ ວັນສ້າງຕັ້ງການທູດລາວ​ ຄົບຮອບ​ 81 ປີ​ (12/10/1945 – 12/10/2026),​
ວັນຊາດ ສປ ຈີນ ຄົບຮອບ 77 ປີ (1/10/1994 – 1/10/2026), ວັນປະກາດເອກກະລາດ​ ຄົບຮອບ 81 ປີ​(12/10/1945 – 12/10/2026),​ ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບສ້າງຄວາມທຸກຍາກຂອງ ສປປ​ ລາວ​ ຄົບຮອບ 39 ປີ ແລະ​ ຄົບຮອບ 23 ປີ​(17/10/1987 -​ 17/10/2026)​ ແລະ (17 – 24/10/2003 -​ 17 – 24/10/2026).

#ພິທີປາຖະກະຖາຄັ້ງນີ້ ຈັດຂຶ້ນໃນວັນທີ 15 ຕຸລາ 2026​ ຢູ່ສະໂມສອນແຂວງ​ ໂດຍການໃຫ້ກຽດເປັນປະທານຂອງທ່ານ ປະລິນຍາເອກ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ.​ ມີ​ ທ່ານ​ ປະດິດ​ ວັນນະລັດສະໝີ ຄະນະ​ປະຈຳພັກ​ແຂວງ​ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ແຂວງ,​ ບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ​ -​ ຄະນະ​ນໍາ​ນະຄອນປາກເຊ​ -​ ເມືອງ, ຄະນະພັກ – ຄະນະບັນຊາກໍາລັງ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ,​ ການນໍາສະມາຄົມຈີນແຂວງ, ຄະນະພັກ​ – ຄະນະພະແນກການກົມກອງອ້ອມຂ້າງແຂວງ,​ ສະຖາບັນການສຶກສາອ້ອມຂ້າງແຂວງ,​ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ພະນັກງານ​ວິຊາການ, ທະຫານ, ຕຳຫຼວດ ແລະ ສື່ມວນຊົນຂອງແຂວງ ເຂົ້າຮ່ວມ.#ໃນພິທີ,​ ທ່ານ ປະລິນຍາເອກ ສຸກສະຫວັນ ວິໄລວົງ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ໄດ້ໃຫ້ກຽດບັນລະຍາຍເອກະສານວັນສ້າງຕັ້ການທູດລາວ​ ຄົບຮອບ​ 81 ປີ​; ທ່ານ​ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ​ ໃຫ້ກຽດ​ບັນລະຍາຍເອກະສານວັນຊາດ ສປ ຈີນ ຄົບຮອບ 77 ປີ;  ທ່ານ ພິມພອນ ພັນດານຸວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ​ ໃຫ້ກຽດ​ບັນຍາຍ​ລະຍາຍເອກະສານ​ວັນປະກາດເອກກະລາດ​ ຄົບຮອບ 81 ປີ​; ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກ ແຂວງ ຮອງປະທານຄະນະກຳມະການປົກຄອງແຂວງໃຫ້ກຽດບັນລະຍາຍເອກະສານລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບສ້າງຄວາມທຸກຍາກຂອງ ສປປ​ ລາວ​ ຄົບຮອບ 39 ປີ ແລະ​ ຄົບຮອບ 23 ປີ.​

#ຈຸດປະສົງ​ ກໍເພື່ອລະນຶກເຖິງ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ 12 ຕຸລາ ເຊິ່ງເປັນວັນທີ່ມີຄວາມໝາຍທາງປະຫັວດສາດ ໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຍາດເອົາເອກະລາດ, ອິດສະຫຼະພາບ ແລະ ຜືນແຜນດິນອັນຄົບຖ້ວນຈາກກຳມື ຂອງ ຈັກກະພັດຜູ້ຮຸກຮານ​ ທັງເປັນການໂຄສະນາສຶກສາອົບຮົມບັນດາຊັ້ນຄົນຕ່າງໆ ໃນທົ່ວສັງຄົມ, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບມູນເຊື້ອຮັກຊາດ, ນໍ້າໃຈພິລາດອາດຫານ ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນເປັນເຈົ້າການເສີມຂະຫຍາຍມູນເຊື້ອຮັກຊາດ, ນໍ້າໃຈພິລາດອາດຫານ​ ບໍ່ຍອມຈຳນົນ, ນໍ້າໃຈເສຍສະຫຼະອັນສູງສົ່ງ, ຮັບຮູ້ເຂົ້າໃຈ ແນວທາງການຕ່າງປະເທດຂອງພັກ ໃນແຕ່ລະໄລຍະ,​ ຄວາມສາມັກຄີປອງດອງ ກັບປະເທດຕ່າງໆ ໂດຍສະເພາະ​ແມ່ນປະເທດເພື່ອນມິດຍຸດທະສາດ, ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍທໍາລາຍມ້າງເພ ຂອງອິດທິກຳລັງປໍລະປັກ ແລະ ພວກຄົນທີ່ບໍ່ຫວັງດີ.​ ນອກນີ້,​ ກໍເພື່ອສະແດງຄວາມກະຕັນຍູ,​ ຮູ້ບຸນຄຸນຕໍ່ທ່ານຜູ້ນຳ, ບັນດານັກຮົບປະຕິວັດ, ວິລະຊົນ ແລະ ຜູ້ມີຜົນງານອັນໃຫຍ່ຫຼວງ ຕໍ່ປະເທດຊາດ, ບ້ານເມືອງ ຖືເອົາໂອກາດສໍາຄັນນີ້ ເປັນການໂຄສະນາປຸກລະດົມ ໃຫ້ພະນັກງານສະມາຊິກພັກ ຕະຫຼອດຮອດປະຊາຊົນຊັ້ນຄົນ ຕ່າງໆ ຮໍ່າຮຽນເອົາຄຸນງາມຄວາມດີ, ຄຸນສົມບັດສິນທໍາປະຕິວັດ ຂອງບັນດານັກຮົບປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ເຂົ້າໃນການຝຶກຜົນຫຼ່ໍຫຼອມ ຕົນເອງ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ມີຜົນສໍາເລັດເປັນກ້າວໆ.


* ຂ່າວ-ພາບ​: ທູນທອງໃຈ​ *

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa