ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ຈັດກອງປະຊມການສ້າງແຜນກໍານົດພະນັກງານນໍາພາ - ຄຸ້ມຄອງ

#ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດກອງປະຊມການສ້າງແຜນກໍານົດພະນັກງານນໍາພາ - ຄຸ້ມຄອງ. ກອງປະຊຸມຈັດຂຶ້ນໃນວັນທີ 16 ພະຈິກ 2026 ຢູ່ຫ້ອງປະຊຸມສໍານນັກງານແຂວງ ໂດຍການເປັນປະທານຮ່ວມຂອງສະຫ ສົມສີ ມະນີນິນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີຄະນະປັບປຸງກົງຈັກການຈັດຕັ້ງພັກ - ລັດຂັ້ນແຂວງ, ຮອງເລຂາຄະນະພັກຮາກຖາານ, ຄະນະພັກຮາກຖານ, ເລຂາ - ຮອງເລຂາໜ່ວຍພັກ, ຫົວໜ້າ - ຮອງຫົວໜ້າຂະແໜງ, ສະມາຊິກພັກ, ພະນັກງານ - ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.


#ໃນພິທີ, ພາຍຫຼັງ ສະຫາຍ ສົມສີ ມະນີນິນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກ່າວເແີດກອງປະຊຸມ ແລ້ວ, ສະຫາຍ ບົວສອນ ວົງຫາຈັກ ຮອງປະທານກວດກາພັກແຂວງ ຕາງຄະນະປັບປຸງກົງຈັກການຈັດຕັ້ງພັກ – ລັດຂັ້ນແຂວງ ໄດ້ຜ່ານມາດຖານເງື່ອນໄຂຂອງພະນັກງານນໍາພາ - ຄຸ້ມຄອງ ໂດຍປະຕິບັດຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 64/ກມສພ ວ່າດ້ວຍວຽກງານສ້າງ ແຜນກຳນົດພະນັກງານນໍາພາ.- ຄຸ້ມຄອງ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 557/ຄຈສພ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງແຜນກໍານົດພະນັກງານນໍາພາ - ຄຸ້ມຄອງ ໂດຍຍົກໃຫ້ເຫັນມາດຕະຖານລວມ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້ – ຄວາມສາມາດ, ດ້ານແບບແຜນການນໍາພາ ແລະ ວິທີເຮັດວຽກ, ດ້ານສຸຂະພາບ. ນອກນີ້, ຍັງຍົກໃຫ້ເຫັນມາດຖານສະເພາະ ຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ ເປັນຕົ້ນແມ່ນ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມບໍລິສຸດສັດຊື້ຕໍ່ພັກ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ, ມີ ຫຼັກໝັ້ນມິດ – ສັດຕູຈະແຈ້ງ, ເປັນເອກະພາບສູງກັບແນວທາງປ່ຽນແປງໃໝ່ຂອງພັກ ແລະ ຮູ້ຈັດຕັ້ງຜັນຂະຫຍາຍແນວທາງ, ມະຕິ, ຄໍາສັ່ງຂອງພັກ, ລະບຽບ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ – ສັງຄົມເຂົ້າໃນໜ້າທີ່ການເມືອງຂອງຕົນທີ່ຖືກມອບໝາຍ, ມີປະສົບການ ແລະ ສໍາເລັດໜ້າທີ່ຕຳແໜ່ງນໍາພາ – ຄຸ້ມຄອງໃດໜຶ່ງມາກ່ອນ ແລະ ມາດຕະຖານສະເພາະຂອງຕຳແໜ່ງບໍລິຫານ.




#ຕໍ່ມາ, ທ່ານ ສົມສີ ມະນີນິນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ປະທານຮ່ວມກອງປະຊຸມ ກໍມີຄໍາເຫັນຊີ້ນໍາ ວ່າ:
ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ເພາະວ່າການສ້າງແຜນກຳນົດພະນັກງານນໍາພາ – ຄຸ້ມຄອງ ແມ່ນວຽກງານໜຶ່ງທີ່ສໍາຄັນຕົ້ນຕໍຂອງວຽກງານພະນັກງານ, ເປັນການຫັນແຜນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະອຽດ, ແມ່ນການຄາດຄະເນເປົ້າໝາຍພະນັກງານເຂົ້າ ໃນຕຳແໜ່ງງານນໍາພາ – ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການສ້າງແຜນກໍ່ສ້າງ ແລະ ບຳລຸງຢ່າງສົມເຫດສົມຜົນ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ທັງເປັນການກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອມີແຫຼ່ງເລືອກເຟັ້ນພະນັກງານນໍາພາ – ຄຸ້ມຄອງ ຕອບສະໜອງທາງດ້ານຈໍານວນ, ຄຸນນະພາບ, ໂຄງປະກອບໃຫ້ຄົບຊຸດ ຕາມຄວາມຮຽກຮ້ອງ ຕ້ອງການໃນການພັດທະນາເສດຖະກິດ – ສັງຄົມ. ຍ້ອນແນວນັ້ນ, ຜູ້ເຂົ້າຮ່ວມຕ້ອງກໍາແໜ້ນມາດຕະຖານລວມ ແລະ ມາດຕະຖານສະເພາະຂອງບຸກຄະລາກອນຜູ້ທີ່ຈະຄັດເລືອກເຂົ້າໃສ່ຕໍາແໜ່ງພະນັກງານນໍາພາ - ຄຸ້ມຄອງ ພ້ອມທັງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນຖານະເປັນສະມາຊິກພັກ ຕ້ອງແຍກແຍະ ເລື່ອງສ່ວນລວມ ແລະ ເລື່ອງສ່ວນຕົວ ເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານ ແລະ ເງື່ອນໄຂໂດດເດັ່ນກວ່າໝູ່ ເຂົ້າໃນຕໍາແໜ່ງພະນັກງານນໍາພາ - ຄຸ້ມຄອງ ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ເພື່ອເຮັດໜ້າທີ່ວຽກງານໃຫ້ມີຄວາມສອດຄ່ອງ ບົນພື້ນຖານລະບຽບກົດໝາຍ, ເຄົາລົບເຊິ່ງກັນ ແລະ ກັນ.
#ຈາກນັ້ນ, ຄະນະປັບປຸງກົງຈັກການຈັດຕັ້ງ ພັກ – ລັດ ຂັ້ນແຂວງ ກໍດໍາເນີນການທາບທາມ ໂດຍແຈກຢາຍບັດ ແລະ ແນະນໍາວິທີການຂີດບັດທາບທາມການສ້າງແຜນກໍານົດພະນັກງານນໍາພາ - ຄຸ້ມຄອງ ແລະ ດໍາເນີນການທາບທາມແບບເປີດກວ້າງ.
* ຂ່າວ-ພາບ: ທູນທອງໃຈ *