ເເຂວງຈຳປາສັກປີດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດ ແລະ ເພື່ອນຮ່ວມງານທົ່ວແຂວງ.

ເເຂວງຈຳປາສັກປີດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດ ແລະ ເພື່ອນຮ່ວມງານທົ່ວແຂວງ.

ພິທີປີດຝຶກອົບຮົມກ່ຽວກັບວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດ ແລະ ເພື່ອນຮ່ວມງານທົ່ວແຂວງ ໄດ້ສຳເລັດລົງໃນຕອນແລງຂອງວັນທີ 3 ພະຈິກ 2026ນີ້ຢູ່ທີ່ສະໂມສອນຫຼັກ 4 ຂອງແຂວງ, ພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 2 ພະຈິກນີ້. ໃຫ້ກຽດເຂົ້າຮ່ວມພິທີປິດຂອງທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ສຸພາບ ທຳມະຮັກສາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານແນວຄິດພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນແຂວງ, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ ເລຂາພັກນະຄອນ, 9 ເມືອງ, ພະແນກການອ້ອມຂ້າງແຂວງ, ບັນດາທ່ານຄະນະວິທະຍາກອນ ແລະ ສຳມະນາກອນ 120 ສະຫາຍເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຜ່ານບົດສະຫຼຸບການຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດ ແລະ ເພື່ອນຮ່ວມງານທົ່ວແຂວງ ເຊິ່ງການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ດຳເນີນເປັນເວລາ 2 ວັນ, ຜ່ານການຝຶກອົບຮົມບັນດານັກສຳມະນາກອນ ສາມາດຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ, ເລິກເຊິ່ງ ຕໍ່ກັບບັນຫາພື້ນຖານກ່ຽວກັບວຽກງານສັງລວມ-ຫາງສຽງສັງຄົມ.

ການຈໍາແນກຄວາມແຕກຕ່າງລະຫວ່າງຫາງສຽງສັງຄົມກັບຂ່າວລື ແລະ ຕີ​ຖອຍຖ້ອຍທໍານອງບິດເບືອນ, ຮັບຮູ້ບົດບາດ ແລະ ຄວາມສໍາຄັນ ຂອງຫາງສຽງສັງຄົມຕໍ່ກັບວຽກງານການເມືອງແນວຄິດ, ຮັບຮູ້ວິທີການເກັບກໍາຫາງສຽງສັງຄົມ ແລະ ການນໍາໃຊ້ໝາກຜົນຂອງຫາງສຽງສັງຄົມທີ່ເກັບກໍາໄດ້ເຂົ້າໃນວຽກງານການເມືອງ-ແນວຄິດ, ບັນຫາທີ່ສໍາຄັນແມ່ນຮັບຮູ້ບົດບາດຂອງ ເພື່ອນຮ່ວມງານ ເຊິ່ງເປັນອົງປະກອບຫນຶ່ງທີ່ຂາດບໍ່ໄດ້ໃນວຽກງານການເກັບກໍາຫາງສຽງສັງຄົມ, ຮັບຮູ້ເຂົ້າໃຈກ່ຽວກັບຄວາມຫມາຍ, ຄວາມສໍາຄັນ, ພາລະບົດບາດ ແລະ ຫນ້າທີ່ຂອງວຽກງານ ຄົ້ນຄ້ວາ-ສັງລວມ ແລະ ໄດ້ຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບພາລະບົດບາດສິດ ແລະ ໜ້າທີ່ຂອງຜູ້ກວດກາພັກ-ລັດ ພ້ອມດຽວກັນນັ້ນ, ກໍໄດ້ຄົ້ນຄວ້າແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງມີບັນຍາກາດຟົດຟື້ນສາມາດຕີລາຄາການຝຶກອົບຮົມດັ່ງກ່າວ 90%(ສຽງທ່ານປະດິດ)

ໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ແມ່ນທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ມອບແມ່ນບັນດາທ່ານສຳມະນາກອນຢ່າງສົມກຽດ
ໃນຕອນທ້າຍ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຍັງໄດ້ໂອລົມຕຊ່ສຳມະນາກອນໂດຍກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະໂຄສະນາອົບຮົມສູນກາງພັກກໍ່ຄືຂອງແຂວງທີ່ໄດ້ເອົາໃຈໄສ່ໃນການກະກຽມການຈັດຊຸດອົບຮົມວຽກງານນີ້ ເພາະບັນຫາຫາງສຽງສັງຄົມນີ້ແມ່ນເປັນບັນຫາທີ່ສຳຄັນໃນໄລຍະດັາງກ່າວພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງສຳມະນາກອນຈົ່ງໄດ້ພ້ອມກັນນຳເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃນຮາກຖານຂອງຕົນໃຫ້ໄດ້ຮັບຜົນດີເເນໃສ່ໃນການຕິດຕາມ, ເກັບກຳສະພາບແນວຄິດ ແລະ ຫາງສຽງສັງຄົມໃນຂະແໜງການຂອງຕົນໃຫ້ຄົບຖ້ວນ, ຊັດເຈນ ແລະ ວ່ອງໄວທັນເຫດການເພຶ່ອຮັບປະກັນໃຫ້ວຽກງານດັ່ງກ່າວໄດ້ຮັບການເຄື່ອນໄຫວຈັດຕັ້ງປະຕິບັດ ເ​ຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງ.(ສຽງທ່ານອາລຸນໄຊ)

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa