ຄະນະບັນນາທິການໃຫ່ຍວາລະສານອາລຸນໃໝ່ ລົງເຄື່ອນໄຫວເຮັດວຽກ ແລະ ພົບປະແລກປ່ຽນບົດຮຽນຢູ່ແຂວງຈຳປາສັກ

ໃນຄັ້ງວັນທີ 12 ຕຸລາ 2026 ນີ້, ຄະນະບັນນາທິການໃຫ່ຍວາລະສານອາລຸນໃໝ່ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມພົບປະແລກປ່ຽນບົດຮຽນ ຢູ່ຄະນະໂຄສະນາອົບຮົມ ແຂວງຈຳປາສັກ ຢ່າງເປັນທາງການ ເປົ້າໝາຍເພື່ອເກັບກໍາຂໍ້ມູນຕ່າງໆພາຍໃນແຂວງ.
ໃນໂອກາດລົງມາເຮັດວຽກຄັ້ງນີ້, ຄະນະບັນນາທິການໃຫ່ຍວາລະສານອາລຸນໃໝ່ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ທີ່ໃຫ້ການຕ້ອນຮັບ, ພ້ອມທັງໄດ້ຈັດກອງປະຊຸມພົບປະ ແລະ ເຮັດວຽກຮ່ວມກັນ. ໃນກອງປະຊຸມ, ທັງສອງຝ່າຍໄດ້ສຸມໃສ່ຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ, ແລກປ່ຽນບົດຮຽນ, ວິທີການເຮັດວຽກຕົວຈິງ ເພື່ອເປັນບ່ອນອີງໃນການປັບປຸງ ແລະ ຍົກສູງຄຸນນະພາບວຽກງານໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.

ນອກຈາກນັ້ນ ຄະນະບັນນາທິການໃຫ່ຍວາລະສານອະລຸນໃໝ່ ຍັງໄດ້ພົບປະ ແລະ ຮ່ວມເຮັດວຽກກັບຄະນະນໍາຂອງແຂວງ ເພື່ອຖອດຖ້ອນບົດຮຽນກ່ຽວກັບການຂຽນບົດລົງວາລະສານ ຫຼັງຈາກນັ້ນ, ແມ່ນຈະໄດ້ລົງເຄື່ອນໄຫວວຽກງານຢູ່ບັນດາເມືອງ ເພື່ອລົງເຜີຍແຜ່ທີ່ຕັ້ງ, ພາລະບົດບາດຂອງວາລະສານອະລຸນໃໝ່ ໃນຖານະເປັນວາລະສານທິດສະດີ-ພຶດຕິກໍາ ຂອງພັກປະຊາຊົນປະຕິວັດລາວ ແລະ ການແລກປ່ຽນບົດຮຽນກ່ຽວກັບວິທີວິທະຍາໃນການຂຽນບົດລົງວາລະສານກັບເພຶ່ອນຮ່ວມງານຢູ່ຂຽນທ້ອງຖິ່ນ ແລະ ເພື່ອເກັບກໍາຂໍ້ມູນຜົນຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XII ຂອງພັກ, ກອງປະຊຸມໃຫ່ຍອົງຄະນະພັກແຂວງ, ເມືອງ ແລະ ຜົນຂອງການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນລົງໃນວາລະສານອະລຸນໃໝ່ ໃຫ້ມີເນື້ອໃນແທດຕົວຈິງທັງສາມາດສ່ອງແສງການຈັດຕັ້ງປະຕິບັດແນວທາງນະໂຍບາຍ ແລະ ບັນດາຄາດໝາຍສູ້ຊົນຂອງພັກ-ລັດຖະບານ ວາງອອກ ຊຸກຍູ້ເພື່ອນຮ່ວມງານຢູ່ຂັ້ນທ້ອງຖິ່ນ ແລະ ປຸກລະດົມກໍາລັງແຮງສັງລວມ-ເສີມຂະຫຍາຍສະຕິປັນຍາ ເພື່ອນຮ່ວມງານການລົງມາເຄື່ອນໄຫວເຮັດວຽກ ຢູ່ແຂວງຈຳປາສັກ ໃນຄັ້ງນີ້ ຖືເປັນອີກໜຶ່ງບາດກ້າວສຳຄັນໃນການຮັດແໜ້ນຄວາມສຳພັນ, ເພີ່ມທະວີການປະສານງານທີ່ກົມກຽວ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານໃນໄລຍະຕໍ່ໜ້າ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa