
ໃນຄັ້ງວັນທີ 22 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ແລະ ປະເມີນຜົນການປະຕິບັດວຽກງານ ຂອງຄະນະໂຄສະນາອົບຮົມແຂວງ ປະຈຳປີ 2026 ໂດຍການເປັນປະທານຂອງທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຮອງຄະນະ, ຄະນະກໍາມະການປະເມີນຂັ້ນແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ, ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ຜູ້ຕາງໜ້າຄະນະຮັບຜິດຊອບໄດ້ຜ່ານຮ່າງບົດລາຍງານການປະເມີນຜົນການປະຕິບັດວຽກງານ ປະຈຳປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການຊີ້ນຳ-ນໍາພາ ວຽກງານການຈັດຕັ້ງປະຕິບັດ ແລະ ວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາປາຖະກະຖາ, ການຕິດຕາມຊຸກຍູ້ວຽກງານຮາກຖານ, ພ້ອມທັງຄວາມຮັບຜິດຊອບວຽກງານຈຸດສຸມຕ່າງໆ ທີ່ຂະແໜງການຕົນຮັບຜິດຊອບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.

ຜ່ານການປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ສ້າງສັນ ຈາກບັນດາທ່ານທີ່ເຂົ້າຮ່ວມ ແລະ ໄດ້ພ້ອມກັນຕີລາຄາສູງຕໍ່ ຄວາມບຸກບືນຫ້າວຫັນ, ຄວາມຮັບຜິດຊອບ ແລະ ບົດບາດການນຳພາ-ຊີ້ນຳ ຂອງບັນດາຫົວໜ້າຄະນະ ທີ່ມີຜົນງານອັນຕັ້ງໜ້າໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ກໍໄດ້ຕຳນິຕິຊົມ ແລະ ປະກອບຄຳເຫັນໃສ່ບາງຈຸດທີ່ຍັງຄົງຄ້າງ ເພື່ອເປັນບ່ອນອີງໃຫ້ແຕ່ລະສະຫາຍສືບຕໍ່ ປັບປຸງແກ້ໄຂ ແລະ ຍົກລະດັບຄຸນນະພາບການປະຕິບັດໜ້າທີ່ວຽກງານໃຫ້ດີຂຶ້ນກວ່າເກົ່າ.
ຕອນທ້າຍ, ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ບັນດາສະຫາຍຮອງຫົວໜ້າຄະນະ ພ້ອມທັງພະນັກງານ-ລັດຖະກອນ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເພີ່ມທະວີຄວາມຮັບຜິດຊອບການເມືອງ, ເອົາໃຈໃສ່ຊີ້ນຳ-ນຳພາວຽກງານວິຊາສະເພາະໃຫ້ມີຄວາມເລິກເຊິ່ງ, ທັງກຽມພ້ອມບຸກບຶນຜ່ານທຸກຄວາມຫຍຸ້ງຍາກ ເພື່ອຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິອົງຄະນະພັກແຂວງ ກໍຄື ມະຕິອົງຄະນະພັກແຕ່ລະຂັ້ນ ໃຫ້ປະກົດຜົນເປັນຈິງ.