ທ່ານ​ ປະດິດ​ ວັນນະ​ລັດສະໝີ​ ຕ້ອນຮັບຄະນະຜູ້ແທນສະຫະພັນແຮງງານນະຄອນໂຮຈິມິນ

ທ່ານ​ ປະດິດ​ ວັນນະ​ລັດສະໝີ​ ຕ້ອນຮັບຄະນະຜູ້ແທນສະຫະພັນແຮງງານນະຄອນໂຮຈິມິນ

ວັນທີ 7 ກັນຍາ 2026,​ ທ່ານ​ ປະດິດ​ ວັນນະ​ລັດສະໝີ​ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ​ ສປປ​ ລາວ​ ໄດ້ຕາງໜ້າການນໍາແຂວງ ຕ້ອນຮັບຄະນະຜູ້ແທນສະຫະພັນແຮງງານນະຄອນໂຮຈິມິນ ສສ ຫວຽດນາມ​ນໍາໂດຍ​ ທ່ານ ດັ້ງ ຈູງ ຢຸງ ກຳມະການຄະນະບໍລິຫານງານໃຫຍ່ສະຫະພັນແຮງງານຫວຽດນາມ ຮອງປະທານສະຫະພັນແຮງງານ ນະຄອນໂຮຈິມິນ​ ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ​ ເຮັດວຽກຢູ່ແຂວງຈໍາປາສັກ​ ແຕ່ວັນທີ 6​- 10 ກັນຍາ 2026. ມີທ່ານ ອຸດົມສັກ ດີວິໄຊ ກໍາມະການພັກແຂວງ ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ​ ປະທານສະຫະພັນກໍາມະບານແຂວງ​ຈໍາປາສັກ​ ພ້ອມດ້ວຍການນໍາ​ທັງສອງຝ່າຍ​ ເຂົ້າຮ່ວມ.​
#ໂອກາດນີ້,​ ທ່ານ ປະດິດ​ ວັນນະ​ລັດສະໝີ​ ໄດ້ແຈ້ງກ່ຽວກັບສະພາບຈຸດພິເສດ,​ ທ່າແຮງບົ່ມຊ້ອນ,​ ການນໍາພາ​ -​ ຊີ້ນໍາວຽກງານແຕ່ລະດ້ານຂອງຄະນະພັກ​ -​ ອົງ​ການປົກຄອງ​ແຂວງ​ໃນໄລຍະ​ 9​ ເດືອນ​ ປີ​ 2026​ ຜ່ານມາ​ ໂດຍຍົກໃຫ້ເຫັນ​ການນໍາພາ​ -​ ຊີ້ນໍາວຽກງານ​ພັກ​ -​ ພະນັກງານ,​ ວຽກງານ​ປ້ອງກັນ​ຊາດ​ -​ ປ້ອງກັນ​ຄວາມສະຫງົບ,​ ການພັດທະນາ​ເສດຖະກິດ,​ ວຽກງານ​ວັດທະນະທຳ​ -​ ສັງຄົມ,​ ວຽກງານ​ການພົວພັນຮ່ວມມືກັບຕ່າງປະເທດ,​ ການຄຸ້ມຄອງ -​ ພັດທະນາ​ສີມືແຮງງານ ແລະ​ ສະພາບການລົງທຶນຂອງຕ່າງປະເທດ​ ຢູ່ແຂວງ​ຈໍາປາສັກ.​ ສໍາລັບ​ການລົງທຶນ​ຂອງນັກ​ທຸລະ​ກິດຈາກ ສສ​ ຫວຽດນາມ​ ຢູ່ແຂວງຈໍາປາສັກ​ ແມ່ນຢູ່ໃນແຖວໜ້າຂອງລົງທຶນຈາກຕ່າງປະເທດ ເຊິ່ງໄດ້ປະກອບສ່ວນໃນການພັດທະນາເສດຖະກິດ​ -​ ສັງຄົມ,​ ຊ່ວຍສ້າງໃຫ້ແກ່ປະຊາຊົນແຂວງຈໍາປາສັກ ມີວຽກເຮັດງານທໍາ.​ ພ້ອມນີ້,​ ທ່ານ ຍັງມີຄໍາເຫັນ ໃຫ້ສະຫະພັນແຮງງານນະຄອນໂຮຈິມິນ​ ພົວພັນປະສານສົມທົບ​ກັບ​ ສະຫະພັນກໍາມະບານແຂວງຈໍາປາສັກ​ ເພື່່ອຮ່ວມມື​ ແລະ​ ຊ່ວຍເຫຼືອ​ເຊິ່ງກັນ​ ແລະ​ ກັນໃນຕໍ່ໜ້າ.​
#ຕໍ່​ມາ,​ ທ່ານ ດັ້ງ ຈູງ ຢຸງ ກຳມະການຄະນະບໍລິຫານງານໃຫຍ່ສະຫະພັນແຮງງານຫວຽດນາມ ຮອງປະທານສະຫະພັນແຮງງານ ນະຄອນໂຮຈິມິນ ກໍໄດ້ມີຄໍາເຫັນ​ ໂດຍສະແດງຄວາມຂອບໃຈສໍາລັບການຕ້ອນຮັບອັນອົບອຸ່ນຂອງການນໍາແຂວງຈໍາປາສັກ​ ພ້ອມທັງແຈ້ງຈຸດປະສົງໃນການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ​ ເຮັດວຽກ​ຢູ່ແຂວງຈໍາປາສັກ​ ໃນຄັ້ງນີ້​. ຈາກນັ້ນ, ກໍໄດ້​ລາຍ​ງານ​ພາລະ​ບົດບາດ,​ ສິດ​ -​ ໜ້າທີ່​ ແລະ​ ສະພາບການເຄື່ອນໄຫວວຽກງານຂອງສະຫະພັນແຮງງານ ນະຄອນໂຮຈິມິນ​ ໃຫ້ການນໍາແຂວງຈໍາປາສັກ​ ຮັບຊາບ ໂດຍຍົກໃຫ້ເຫັນການນໍາໃຊ້​ລະບົບເຕັກໂນໂລຊີ​ທີ່ທັນສະໄໝ​ເຂົ້າໃນການຊີ້ນໍາ​ -​ ບັນຊາ,​ ການຄຸ້ມຄອງພະນັກງານ​ -​ ລັດຖະກອນ​ ແລະ​ ກໍາມະກອນ​ ຢູ່ຕາມໂຮງຈັກໂຮງງານຕ່າງໆພາຍໃນນະຄອນໂຮ່ຈີມິນ.​ ສໍາລັບການພົວພັນຮ່ວມມືກັບ​ ສະຫະພັນກໍາມະບານແຂວງຈໍາປາສັກ​ ທີ່​ທ່ານ​ ປະດິດ​ ວັນນະ​ລັດສະໝີ​ ມີຄໍາເຫັນ ແມ່ນໄດ້ເຊັນບົດບັນທຶກການຮ່ວມມືນໍາກັນແລ້ວ​ ມີແຕ່ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍການຮ່ວມມື ໃຫ້ເຂົ້າສູ່ລວງ​ ແລະ​ ເປັນຮູບພະທໍາຍິ່ງຂື້ນ.​

* ຂ່າວ-​ພາບ​: ທູນທອງໃຈ​ *

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa