Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງຈຳປາສັກ ຄັ້ງທີ V. -

ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງຈຳປາສັກ ຄັ້ງທີ V.

                   ໃນຕອນເຊົ້າ ຂອງວັນທີ 05 ກໍລະກົດ 2024 ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ V ຂື້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ; ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸວັນນະລາດ ສີຫານົນ ຮອງເລຂາໜ່ວຍພັກຮາກຖານ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ເດດດາວັນ ກ້ອນຄຳມະວົງ ເລຂາໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງ, ມີຕ່າງອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ຕະຫຼອດຮອດຄະນະ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະກອງປະຊຸມ ສະຫາຍ ນາງ ຈິນດາວອນ ໄຊຍະສິດ ຮອງຫົວໜ້າຂະແໜງຈັດຕັ້ງ-ກວດກາ ຫ້ອງການຊາວໜຸ່ມ ແຂວງຈຳປາສັກ ໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈຳປາສັກ ວ່າການອະນຸມັດໃຫ້ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມໃຫຍ່ຄັ້ງທີ V. ຈາກນັ້ນ ສະຫາຍ ເດດດາວັນ ກ້ອນຄຳມະວົງ ກໍໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມນັ້ນກໍໄດ້ຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຊາວໜຸ່ມ 5 ປີ ໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນ ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນ, ພ້ອມນັ້ນກໍໄດ້ກຳນົດທິດທາງແຜນການ ແລະ ສູ້ຊົນທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ; ພ້ອມນັ້ນຄະນະໜ່ວຍຮາກຖານຊາວໜຸ່ມຊຸດເກົ່າກໍໄດ້ຜ່ານບົດສຳຫຼວດການນຳພາ ພ້ອມທັງກ່າວລາໜ້າທີ່. ພ້ອມດຽວກັນນີ້ຜູ້ແທນກອງປະຊຸມກໍໃຊ້ສິດປະຊາທິປະໄຕໃນການປ່ອນຄັດເລືອກເອົາຄະນະໜ່ວຍຮາກຖານຊາວໜຸ່ມເຊີ່ງມີຜູ້ລົງສະໝັກເລືອກຕັ້ງທັງໜົດ 5 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 3 ສະຫາຍ. ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລືກ ໄດ້ເຫັນດີເປັນເອກະພາບ ເລືອກເອົາຄື:
1. ສະຫາຍ ສີບັງອອນ ສິດທິເດດ ເປັນເລຂາ ຄັ້ງທີ V.
2. ສະຫາຍ ວີນຍາ ທະນາໄລ ເປັນຮອງເລຂາ ທັງເປັນປະທານກວດກາ.
3. ສະຫາຍ ນາງ ລັດສະໝີ ຈັນທະວົງ ເປັນຄະນະ.

ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຕັກເຕືອນ, ໃຫ້ທິດເຍືອງທາງຈາກ ສະຫາຍ ຮອງເລຂາໜ່ວຍພັກຮາກຖານ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ, ເຊິ່ງໄດ້ຮຽກຮ້ອງມາຍັງຄະນະໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມພາຍໃນໜ່ວຍ ຈົ່ງເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ຍົກສູງສະຕິເປັນເຈົ້າ ຂອງຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ປະກອບສ່ວນຢ່າງຕັ້ງໜ້າ, ຍົກສູງຄວາມຮັບຜິດຊອບການເມືອງ ຂອງຕົນ ເຂົ້າໃນການປະຕິບັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ດີຂື້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa