ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ ແມ່ຍິງ 3ດີ ປະຈຳປີ 2023.

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນ ແມ່ຍິງ 3ດີ ປະຈຳປີ 2023.

      ໃນຕອນເຊົ້າ ຂອງວັນທີ 1 ພະຈິກ 2023  ໜ່ວຍສະຫະພັນແມ່ຍິງຂອງຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມປະເມີນ ຂໍ້ແຂ່ງຂັນ ແມ່ຍິງ 3ດີ ປະຈຳປີ 2023. ທີ່ຫ້ອງປະຊຸມຂອງທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງ; ໃຫ້ກຽດເປັນປະທານ ຂອງທ່ານ ປອ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີປະທານສະຫະພັນແມ່ຍິງ, ສະມາຊິກພັກ-ພະນັກງານສະຫະພັນຍິງ ຄອຂ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີປະທານສະຫະພັນແມ່ຍິງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວໃນໄລຍະ 1 ປີ ຜ່ານມາ ທີ່ໄດ້ຈັດຕັ້ງປະຕິບັດວຽກງານ 3 ດີ ເຊິ່ງມີທັງຈຸດດີ, ຈຸດອ່ອນ ແລະ ວິທີແກ້ໄຂ ໃນຕໍ່ໜ້າ ໂດຍໃຫ້ແທດເໝາະກັບຂະແໜງການຂອງຕົນ, ເຄື່ອນໄຫວຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ ຂອງພັກ, ລະບຽບກົດໝາຍ ແລະ ເເຜນການ ຂອງລັດ ກໍຄືກົດລະບຽບ ເເລະ ເເຜນພັດທະນາແມ່ຍິງລາວວາງອອກໃນແຕ່ລະໄລຍະ ຕາມຂອບເຂດສິດ, ໜ້າທີ່ ແລະ ພາລະບົດບາດຂອງໜ່ວຍ ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງຕົນຕາມການມອບໝາຍ ໂດຍສະເພາະແມ່ນ ການຈັດ ຕັ້ງປະຕິບັດວຽກໂຄສະນາອົບຮົມ ກໍຄືວຽກງານສຶກສາອົບຮົມການເມືອງ-ແນວຄິດໃນຂອບເຂດທົ່ວແຂວງ; ຄ່ຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວວາງອອກ ໂດຍມີການເຄື່ອນໄຫວຕິດຕາມ, ຊຸກຍູ້ສະມາຊິກສະຫະພັນແມ່ຍິງເປັນປົກກະຕິ, ຕໍ່ເນື່ອງ ແລະ ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງ 3 ດີຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa