Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ພິທີ ມອບ-ຮັບ ທຸງໄຊນຳໜ້າໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຂະບວນການ 4ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ -

ພິທີ ມອບ-ຮັບ ທຸງໄຊນຳໜ້າໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຂະບວນການ 4ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

         ໃນຕອນເຊົ້າວັນທີ 13 ທັນວາ 2024 ທີ່ຫ້ອງປະຊຸມພະແນກກະສິກຳແລະປ່າໄມ້ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບທຸງໄຊນໍາໜ້າຂະບວນການ 4 ບຸກ ໃຫ້ແກ່ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຈໍານວນ 4 ໜ່ວຍຊາວໜຸ່ມຮາກຖານ ຄື: ຊາວໜຸ່ມຮາກຖາພະແນກກະສິກຳແລະປ່າໄມ້ແຂວງ, ໜ່ວຊາວໜຸ່ມຮາກຖານຄະນະໂຄສະນາອົບຮົມແຂວງ, ໜ່ວຍຊາວໜຸ່ມຮາກຖານກຳມະບານແຂວງ ແລະ ໜ່ວຍຊາວໜຸ່ມຮາກຖານບໍລິສັດລາວໂທລະຄົມ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມອບທຸງໄຊນໍາໜ້າ 4 ບຸກ ຂອງສະຫາຍ ຄຳແດງ ດີວິໄຊ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງຈໍາປາສັກ, ມີ ຄະນະພັກຮາກຖານພະແນກກະສິກຳແລະປ່າໄມ້ແຂວງ, ຄະນະພັກກຳມະບານແຂວງ, ຄະນະພັກໂຄສະນາອົບຮົມແຂວງ, ຄະນະພັກບໍລິສັດລາວໂທລະຄົມ, ພ້ອມນັ້ນ ຍັງມີເລຂາຊາວໜຸ່ມຮາກຖານ, ໜ່ວຍຊາວໜຸ່ມຮາກຖານ, ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

         ໃນວາລະພິທີ ສະຫາຍ ວຽງວິໄລ ວໍລະຈິດ ເລຂາຊາວໜຸ່ມຮາກຖານພະແນກກະສິກຳແລະປ່າໄມ້ແຂວງ ໄດ້ຕາງໜ້າຄະນະໜ່ວຍຊາວໜຸ່ມຮາກຖານ 4 ພາກສ່ວນ ຂື້ນຜ່ານບົດສະຫຼຸບປະເມີນຜົນການປະຕິບັດຂໍ້ແຂ່ງຂັນ 4 ບຸກ, ໄລຍະ 3 ປີ ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ ເປັນຕົ້ນ: ຄະນະໜ່ວຍຊາວໜຸ່ມຮາກຖານທັງ 4 ໜ່ວຍ ຍາມໃດກໍໄດ້ຍຶດຫມັ້ນໃນອຸດົມການຂອງພັກ-ລັດ ຖືເອົາ ວຽກງານການເມືອງ-ແນວຄິດຂອງພັກເປັນຫຼັກ, ເຄົາລົບລັດຖະທຳມະນູນ ແລະ ລະບຽບກົດຫມາຍຂອງລັດ, ຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ, ຖືເອົາການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຖືເອົາການຕໍານິສົ່ງຂ່າວ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ມີຄວາມປອດໃສຂາວສະອາດໃນການດໍາລົງຊີວິດຂອງຕົນ, ເຊິ່ງຜ່ານການເຄື່ອນໄຫວຕົວຈິງເຫັນໄດ້ວ່າ ສະມາຊິກຊາວໜຸ່ມທຸກສະຫາຍ ໄດ້ມີແນວຄິດຮັກຊາດຮັກລະບອບໃຫມ່, ຮັກບ້ານເກີດເມືອງນອນ ມີຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກ-ລັດ ຢ່າງຕາຍໃຈ ແລະ ໃນວາລະພິທີຕໍ່ມາ ສະຫາຍນາງ ອອ້ຍໃຈ ໄຊມົນຕີ ຫົວໜ້າຂະແໜງຈັດຕັ້ງ-ກວດກາ ຊາວໜຸ່ມແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດທຸງໄຊນຳໜ້າໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃຫ້ຄະນະຊາວໜຸ່ມຮາກຖານ 4 ໜ່ວຍຮາກຖານ ທີ່ມີຜົນງານການເຄື່ອນໄຫວພົ້ນເດັ່ນໃນສະໄໜທີ VIII (2020-2024).

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa