
ໃນວັນທີ 28 ຕຸລາ 2025 ອົງການຈັດຕັ້ງມະຫາຊົນ ສະຫະພັນແມ່ຍິງ ແລະ ຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມປະເມີນຂໍ້ແຂ່ງຂັນຂອງຕົນ ປະຈໍາປີ 2025, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ພອນທິບ ແກ້ວປະເສິດ ປະທານກວດກາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍຄະນະປະທານໜ່ວຍສະຫະພັນແມ່ຍິງ, ບັນດາສະຫາຍໃນຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຂອງຕົນເຂົ້າຮ່ວມຢ່າງພ້ອມພຽງ;


ໂດຍໃນກອງປະຊຸມ ໄດ້ມີການຜ່ານບົດສະຫຼຸບການຈັ້ດຕັ້ງປະຕິບັດຂໍ້ແຂ່ງຂັນ ປະຈໍາປີ 2025 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ກໍານົດທິດທາງແຜນການໃນການຈັດຕັ້ງປະຕິບັດໃນປີຕໍ່ໜ້າ; ຈາກນັ້ນ, ບັນດາສະຫາຍສະມາຊິກພາຍໃນໜ່ວຍ ກໍໄດ້ປະກອບຄຳຄິດຄຳເຫັນ ເພື່ອປັບປຸງເນື້ອໃນບົດສະຫຼຸບ, ຜ່ານໃບປະເມີນ, ຕຳນິສົ່ງຂ່າວ ຊ່ວຍເຫຼືອກໍ່ສ້າງ ເຊິ່ງກັນ ແລະ ກັນ; ພ້ອມທັງເອກະພາບກັນໃຫ້ຄະແນນ ຈັດປະເພດແກ່ສະມາຊິກແຕ່ລະສະຫາຍ ຢ່າງມີບັນຍາເກີດຟົດຟື້ນ.
ໃນຕອນທ້າຍ ສະຫາຍ ນາງ ພອນທິບ ແກ້ວປະເສິດ ປະທານກວດກາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາ ຕໍ່ສະມາຊິກຂອງສອງອົງການຈັດຕັ້ງມະຫາຊົນດັ່ງກ່າວ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດຂໍ້ແຂງ ກໍ່ຄືວຽກງານວິຊາສະເພາະຂອງຕົນ ໃນຕໍ່ໜ້າ.

