
ວັນທີ 6 ກັນຍາ 2026 ນີ້,ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຄວາມພ້ອມຂອງຄະນະກຳມະການຈັດງານບຸນປະວໍລະນາອອກພັນສາ ແລະ ຊ່ວງເຮືອ ທີ່ນະຄອນປາກເຊ ແຂວງຈໍາປາສັກ.
ໂອກາດນີ້,ທ່ານໄດ້ຮັບຟັງລາຍງານສະພາບການກະກຽມຈາກທ່ານ ສຸກວິໄສ ສີສົມຫວັງ ປະທານຄະນະກຳມະການປົກຄອງນະຄອນປາກເຊ ແລະ ອະນຸກຳມະການກ່ຽວຂ້ອງແຕ່ລະພາກສ່ວນເຂົ້າຮ່ວມ.
ງານບຸນປະວໍລະນາອອກພັນສາ – ຊ່ວງເຮືອ ປະຈຳປີ 2026 ທີ່ນະຄອນປາກເຊ ຈະໄດ້ເລີ່ມແຕ່ມື້ອອກໃໝ່ 8 ຄໍ່າເດືອນ 11 ຫາ ແຮມ 1 ຄໍ່າເດືອນ 11 ພສ 2569 ກົງກັບວັນທີ 19 – 28 ຕຸລາ 2026 ເຊິ່ງມີ 5 ກິດຈະກໍາໃຫຍ່ ເພື່ອອະນຸລັກຮັກສາຮີດຄອງປະເພນີ ແລະ ດຶງດູດນັກທ່ອງທ່ຽວ ຄື:
#ກິດຈະກໍາສີລະປະບັນເທີງ ແລະ ກິລາ, ການຄົບງັນແມ່ນເລີ່ມແຕ່ວັນທີ 19 – 28 ຕຸລາ 2026, ມີການສະແດງດົນຕີໂຟກຊອງ, ການສະແດງສີລະປະ ຈາກນ້ອງນັກຮຽນ ມ.ຕົ້ນ ແລະ ມ.ປາຍ ຂອງບັນດາໂຮງຮຽນອ້ອມຂ້າງນະຄອນປາກເຊ, ງານຄອນເສີດ ຢູ່ສວນສາທາລະນະແຄມຂອງ, ໜັງປະຫຼັດຕື້, ໝໍລຳເລື້ອງ, ໝໍລຳໃຕ້. ໃນມື້ແຂ່ງເຮືອ ຈະມີກອງເສັງ ແລະ ວົງດົນຕຣີພື້ນເມືອງ ເສບທີ່ທ່າສະລາຄໍາ. ສ່ວນການແຂ່ງຂັນກິລາຈະເລີ່ມແຕ່ວັນທີ 19 – 26 ຕຸລາ 2026 ລວມມີ 9 ຊະນິດ ຄື: ຕີດອກປີກໄກ່, ກະຕໍ້, ບານສົ່ງ, ບານບ້ວງ, ປິ່ງປ່ອງ, ເປຕັງ, ກ໊ອຟ, ສະນຸກເກີ ແລະ ກິລາມວຍ.
#ກິດຈະກໍາການປະດັບເອ້ ເຮືອໄຟປະເພນີ ແລະ ວຽນທຽນ, ການສະແດງເຮືອໄຟໂຄກ, ການໄຫຼເຮືອໄຟໜ້ານ້ໍາ, ການວຽນທຽນ ແຕ່ງກາຍດ້ວຍເສື້ອຜ້າອາພອນລາວເດີມ ເພື່ອເປັນການອະນຸລັກຮັກສາວັດທະນະທຳການນຸ່ງຖືຂອງລາວເຮົາ, ມີການປະດັບປະດາຫໍຫຼັກເມືອງ ເສັ້ນທາງບໍລິເວນງານ ໃຫ້ຮຸ່ງເຮືອງສວຍງາມ; ກິດຈະກໍາງານວັດທະນະທໍາບັນດາເຜົ່າ ເພື່ອຮັກສາຮີດຄອງປະເພນີ ເຂົ້າຮ່ວມງານບຸນປະເພນີຊ່ວງເຮືອ, ວັນທີ 26 ຕຸລາ 2026 ຕອນເຊົ້າ ເວລາ 7.30 ໂມງ – 9 ໂມງ, ມີພິທີໃສ່ບາດ, ຖວາຍສັງຄະທານ ທີ່ວັດຫຼວງປາກເຊ, ຕອນແລງ ເລີ່ມແຕ່ເວລາ 17 ໂມງ – 21 ໂມງ ຈະມີພີທີແຫ່ວຽນທຽນເນື່ອງໃນໂອກາດບຸນປະວໍລະນາອອກພັນສາ, ໃນນັ້ນ ຈະມີຂະບວນແຫ່ເຮືອໄຟໂຄກ,ຂະບວນແຫ່ຜາສາດເຜີ້ງ, ຂະບວນແຫ່ທຽນໄຊ, ຂະບວນພະສົງ – ເຖົ້າແກ່ມຸນໂທ, ຂະບວນແຫ່ມວນຊົນ, ພະນັກງານ - ລັດທຖະກອນ, ສະຖາບັນການສຶກສາ, ໂຮງຮຽນ, ຂະບວນແຫ່ກຸ່ມທະນາຄານ ແລະ ບໍລິສັດ ລວມທັງໝົດມີ 11 ຂະບວນໃຫຍ່, ປະກອບມີ 54 ກ້ອນກໍາລັງ ຄາດຄະເນຈໍານວນພົນເຂົ້າຮ່ວມຂະບວນແຫ່ທັງໝົດ 4.150 ຄົນ, ພະສົງ 108 ອົງ; ພາຍຫຼັງສໍາເລັດພິທີແຫ່ວຽນທຽນແລ້ວ ກໍມີການໄຫຼເຮືອໄຟໂຄກ, ເຮືອໄຟໜ້ານໍ້າ ແລະ ມີການຄົບງັນຕາມປະເພນີ.
#ກິດຈະກໍາວາງສະແດງ - ຈໍາໜ່າຍສິນຄ້າ ແລະ ຜົນງານປະດິດສ້າງ ຈະໄດ້ເປີດງານຢ່າງເປັນທາງການ ໃນວັນທີ 25 ຕຸລາ 2026 ທີ່ບໍລິເວນເດີ່ນຝາມໄຊ ສາລາຄໍາ,ພາຍໃນງານ ຈະມີສິນຄ້າໂອດ໋ອບ 9 ຕົວເມືອງ, 1 ນະຄອນ ຕິດພັນກັບ ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ); ແຕ່ງກາຍຊຸດຊົນເຜົ່າຕ່າງໆ ເຊິ່ງໄດ້ມີການຈັດເປັນໂຊນສະແດງຜົນງານປະດິດສ້າງ, ໂຮງຮຽນວິຊາຊີບ, ບຸດພາກສ່ວນຂອງລັດ, ພະແນກການກົມກອງອ້ອມຂ້າງແຂວງ; ປີນີ້ ຄາດວ່າ ຈະເຊີນຕ່າງແຂວງ ນໍາເອົາສິນຄ້າມາຮ່ວມວາງສະແດງ ແລະ ຈໍາໜ່າຍ, ມີບຸດທ່ອງທ່ຽວ, ບຸດອາຫານພື້ນເມືອງ, ອາຫານຂອງພາກສ່ວນຜູ້ຈັດງານ ແລະ ການສະແດງດົນຕີຣໂຟກຊອງ. ຢູ່ບໍລິເວນອ້ອມຮອບບໍລິເວນງານບຸນຊ່ວງເຮືອ ກໍຍັງມີຮ້ານຂາຍເຄື່ອງອື່ນໆຕື່ມອີກ.
#ກິດຈະກໍາການແຂ່ງຂັນຊ່ວງເຮືອ ເຊິ່ງຈະໄດ້ຈັດການແຂ່ງຂັນ 3 ວັນ, ວັນທີ 26 -27 ແລະ 28 ຕຸລາ 2026. ໃນນັ້ນ, ວັນທີ 26 ຕຸລາ 2026 ຈະມີການແຂ່ງຂັນຊ່ວງເຮືອກິລາ 12 ສີພາຍ (ຊາຍ), ເຮືອປະເພນີ 24 ສີພາຍ (ຊາຍ). ວັນທີ 27 ຕຸລາ 2026 ແຂ່ງຂັນ 3 ປະເພດ ແລະ ຊິງຊະນະເລີດທຸກປະເພດ ຄື: ເຮືອປະເພນີ 33 ສີຟາຍ (ຍິງ), ເຮືອກິລາ – ເຮືອສຸດ 33 ສີພາຍ (ຊາຍ) ແລະ ຊ່ວງເຮືອປະເພນີ 55 ສີພາຍ(ຊາຍ) ແລະ ມີເຮືອເຊີ້ງໜ້ານ້ໍາ. ວັນທີ 28 ຕຸລາ 2026 ແມ່ນການແຂ່ງຂັນຊ່ວງເຮືອມິດຕະພາບ ລາວ, ໄທ, ກໍາປູເຈຍ ປະເພດເຮືອສູດ 55 ສີພາຍ, ຊິງຂັນທ່ານນາຍົກລັດຖະມົນຕີ.






#ມາຮອດປັດຈຸບັນ ການຫ້າງຫາກະກຽມໃນການຈັດງານ ຂອງຄະຄະນຮັບຜິດຊອບ ກໍຄືອະນຸກຳມະການດ້ານຕ່າງໆ ໄດ້ເລີ່ມຈັດຕັ້ງປະຕິບັດ ສໍາເລັດໄປສ່ວນຫຼາຍແລ້ວ ແລະ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.
ພາຍຫຼັງຮັບຟັງລາຍງານສະພາບກະກຽມແລ້ວ,ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ,ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ຕໍ່ຄະນະຮັບຜິດຊອບກໍຄືອະນຸກຳມະການຝ່າຍຕ່າງໆ ທັງນີ້ກໍເພື່ອແນ່ໃສ່ໃຫ້ມີຄວາມພ້ອມໃນການຈັດງານບຸນຄັ້ງນີ້ສຳເລັດຕາມຄາດໝາຍທີ່ວາງໄວ້.
* ຂ່າວ-ພາບ:ເກດສະໜາ *