Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ເມືອງຊະນະສົມບູນ ເປີດຊຸດຝຶກອົບຮົມທິດສະດີ - ແນວທາງຂອງພັກ ໄລຍະສັ້ນ ຊຸດທີ V ປະຈຳປີ 2026 -

ເມືອງຊະນະສົມບູນ ເປີດຊຸດຝຶກອົບຮົມທິດສະດີ – ແນວທາງຂອງພັກ ໄລຍະສັ້ນ ຊຸດທີ V ປະຈຳປີ 2026

ເມືອງຊະນະສົມບູນ ເປີດຊຸດຝຶກອົບຮົມທິດສະດີ – ແນວທາງຂອງພັກ ໄລຍະສັ້ນ ຊຸດທີ V ປະຈຳປີ 2026

             ພິທີເປີດຊຸດຝຶກອົບຮົມທິດສະດີ – ແນວທາງຂອງພັກ ໄລຍະສັ້ນ ຊຸດທີ V ປະຈຳປີ 2026 ຂອງເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຈັດຂຶ້ນຢ່າງເປັນທາງການ.ໃນວັນທີ 22 ມິຖຸນາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ,ໂດຍມີ ສະຫາຍ ຄຳສີ ຫຼິນສະຫວາດ ກຳມະການພັກແຂວງ,ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ ພ້ອມດ້ວຍ ບັນດາສະຫາຍຮອງເລຂາພັກເມືອງ,ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າກົມກອງ, ຫ້ອງການ, ອົງຄະນະພັກຕາແສງ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

            ໃນພິທີ, ສະຫາຍ ຍຸງທອງ ຈັນທະລ້ອມ ກຳມະການພັກເມືອງ,ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນຜ່ານແຜນການການກະກຽມຄວາມພ້ອມໃນການເປີດຊຸດຝຶກອົບຮົມ ເຊິ່ງຊຸດຝຶກອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 10 ວັນ ຄື: (ເລີ່ມແຕ່ວັນທີ 22 ມິຖຸນາ ຫາ ວັນທີ 3 ກໍລະກົດ 2026 ຈຶ່ງຈະສຳເລັດ). ເຊີ່ງມີນັກສຳມະນາກອນທີ່ມາຈາກກົມກອງ, ຫ້ອງການ, ຕາແສງ ແລະ ບ້ານທົ່ວເມືອງ ເຂົ້າຮ່ວມທັງໝົດ 51 ສະຫາຍ, ຍິງ 20 ສະຫາຍ.

           ສໍາລັບເນື້ອໃນແມ່ນຈະໄດ້ນໍາໃຊ້ເອກະສານສະບັບປັບປຸງໃໝ່ຂອງຄະນະໂຄສະນາອົບຮົມສູນກາງພັກ ລວມມີ 14 ບົດ ໂດຍຖືເອົາການຂຶ້ນຫ້ອງບັນລະຍາຍ ຕິດພັນກັບການຄົ້ນຄວ້າ ແລະ ສຳມະນາເປັນຈຸໜ່ວຍ, ຖືເອົານັກສຳມະນາກອນເປັນຈຸດໃຈກາງໃນການສົນທະນາແລກປ່ຽນ. ທັງນີ້ ກໍເພື່ອໃຫ້ນັກສຳມະນາກອນ ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນພື້ນຖານຄວາມຮູ້ກ່ຽວກັບທິດສະດີມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງຊາດລາວ,ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ,ກຳແໜ້ນແນວທາງນະໂຍບາຍປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ ແລະ ແນວທາງເສດຖະກິດຂອງພັກ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

               ຕອນທ້າຍຂອງພິທີ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ມີຄວາມພະຍາຍາມກະກຽມຄວາມພ້ອມໃນທຸກໆດ້ານ ແລະ ຊົມເຊີຍນັກຝຶກອົບຮົມທຸກສະຫາຍທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ທີ່ຈະນໍາໄປເປັນເຂັມຊີ້ທິດເຍືອງທາງໃນການປະຕິບັດໜ້າທີ່ວຽກງານຢູ່ຂັ້ນຮາກຖານ ໃຫ້ມີຄຸນນະພາບ ພ້ອມດຽວກັນນັ້ນ ສະຫາຍປະທານກໍໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບ ແລະ ນັກສຳມະນາກອນທຸກສະຫາຍ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນດ້ວຍຄວາມເປັນເຈົ້າການ, ຕັ້ງໃຈຮັບຟັງ, ຄົ້ນຄວ້າບົດຮຽນ, ປຶກສາຫາລືຖອດຖອນບົດຮຽນຮ່ວມກັນ ແລະ ສົມທຽບກັບພຶດຕິກຳຕົວຈິງ ເພື່ອກຳໄດ້ເນື້ອໃນບົດຮຽນຢ່າງເລິກເຊິ່ງ ພ້ອມທັງ ໄດ້ອວຍພອນໃຫ້ຊຸດຝຶກອົບຮົມຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້.

ຂ່າວ – ພາບ: ນັກຂ່າວເມືອງຊະນະສົມບູນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa