

ນະຄອນປາກເຊ — ໃນຕອນແລງວັນທີ 22 ສິງຫາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ພ້ອມຄະນະ ໄດ້ລົງພົບປະຢ້ຽມຢາມ, ຖາມຂ່າວ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມ ຢູ່ຕາແສງຄັນເກິງ ນະຄອນປາກເຊ ເພື່ອຕິດຕາມສະພາບຕົວຈິງ ແລະ ໃຫ້ກຳລັງໃຈແກ່ປະຊາຊົນທີ່ກຳລັງໄດ້ຮັບຜົນກະທົບ.

ໃນການລົງຢ້ຽມຢາມຄັ້ງນີ້ ເຊິ່ງໄດ້ຮັບການຕ້ອນຮັບຈາກອຳນາດການປົກຄອງແຂວງ ແລະ ນະຄອນປາກເຊ ນຳໂດຍ ທ່ານ ປອ. ອາລຸນໄຊ ສູນນະລາດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ ພ້ອມດ້ວຍການນຳຂອງແຂວງ, ສະມາຊິກສະພາປະຊາຊົນແຂວງ ແລະ ການນຳນະຄອນປາກເຊ ພ້ອມຄະນະຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມໃຫ້ການຕ້ອນຮັບ.
ຕາມການລາຍງານຂອງ ທ່ານ ຄຳສະຫວາດ ສຸດທະວົງ ປະທານຄະນະກຳມະການປົກຄອງຕາແສງຄັນເກິງ ໃຫ້ຮູ້ວ່າ: ຕາແສງຄັນເກິງມີບ້ານຂຶ້ນກັບຈຳນວນ 13 ບ້ານ. ປັດຈຸບັນທັງໝົດໄດ້ຖືກນ້ຳຖ້ວມ. ມີປະຊາຊົນໄດ້ຮັບຜົນກະທົບ 637 ຄອບຄົວ ຫຼື 637 ຫຼັງຄາເຮືອນ, ມີຈຳນວນພົນທັງໝົດ 3.104 ຄົນ ໃນນັ້ນ ຍິງ 1.488 ຄົນ.
ນອກຈາກເຮືອນຊານຂອງປະຊາຊົນແລ້ວ ພື້ນທີ່ທຳການຜະລິດ, ໜອງປາ, ສັດລ້ຽງ, ໂຮງຮຽນ, ສຸກສາລາ ແລະ ພື້ນທີ່ອື່ນໆ ກໍໄດ້ຮັບຜົນກະທົບຈາກນ້ຳຖ້ວມ. ຂະນະດຽວກັນ ພາກສ່ວນກ່ຽວຂ້ອງຍັງສືບຕໍ່ລົງເກັບກຳຂໍ້ມູນ ແລະ ປະເມີນມູນຄ່າຜົນເສຍຫາຍ ເພື່ອກຳນົດແນວທາງຊ່ວຍເຫຼືອ ແລະ ຟື້ນຟູຕໍ່ໄປ.


ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສະແດງຄວາມອົກເຫັນໃຈ ແລະ ຄວາມເປັນຫ່ວງຕໍ່ພໍ່ແມ່ປະຊາຊົນທີ່ໄດ້ຜົນກະທົບຕໍ່ຊີວິດ, ຊັບສິນ ແລະ ການດຳລົງຊີວິດ. ພ້ອມນັ້ນ ທ່ານໄດ້ເນັ້ນໜັກໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ທຸກໜ່ວຍງານກ່ຽວຂ້ອງ ສືບຕໍ່ລະດົມກຳລັງ ແລະ ສຸມໃສ່ການຊ່ວຍເຫຼືອຜູ້ປະສົບໄພຢ່າງຮີບດ່ວນ.
ຄຽງຄູ່ກັນນັ້ນ ຕ້ອງເພີ່ມທະວີການເຝົ້າລະວັງ ແລະ ຕິດຕາມສະພາບປະຊາຊົນທີ່ອາໄສຢູ່ໃນເຂດສ່ຽງຢ່າງໃກ້ຊິດ. ຫາກເກີດສະຖານະການສ່ຽງ ຕ້ອງມີຄວາມພ້ອມເຂົ້າຊ່ວຍເຫຼືອ ແລະ ຍົກຍ້າຍປະຊາຊົນໄປສູ່ບ່ອນປອດໄພຢ່າງທັນການ.
ພ້ອມນີ້ ປະຊາຊົນຕ້ອງເພີ່ມຄວາມລະມັດລະວັງ ໂດຍສະເພາະການເບິ່ງແຍງລູກຫຼານ, ຕິດຕາມຂ່າວສານກ່ຽວກັບສະພາບອາກາດ ແລະ ລະດັບນ້ຳຢ່າງໃກ້ຊິດ ເພື່ອສາມາດກະກຽມ ແລະ ຮັບມືຕໍ່ສະຖານະການໄດ້ຢ່າງທັນການ.
ສຳລັບພາກສ່ວນ ແລະ ໜ່ວຍງານກ່ຽວຂ້ອງ ຕ້ອງເລັ່ງສ້າງ ແລະ ປັບປຸງແຜນປ້ອງກັນ, ແຜນຮັບມື ແລະ ແຜນຟື້ນຟູພາຍຫຼັງໄພພິບັດ ໃຫ້ມີຄວາມພ້ອມ ແລະ ລະອຽດຮອບດ້ານ ໂດຍກຳນົດໜ້າວຽກ, ກຳລັງຄົນ ແລະ ງົບປະມານໃຫ້ຊັດເຈນ ເພື່ອໃຫ້ການຟື້ນຟູສາມາດດຳເນີນໄປໄດ້ຢ່າງມີປະສິດທິຜົນ.
ນອກຈາກວຽກງານຊ່ວຍເຫຼືອສຸກເສີນແລ້ວ ທ່ານຍັງເນັ້ນໃຫ້ພາກສ່ວນຕ່າງໆ ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປ້ອງກັນ ແລະ ແກ້ໄຂບັນຫາຫຍໍ້ທໍ້ທາງສັງຄົມ; ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ລູກຫຼານ ສາມາດເຂົ້າເຖິງການສຶກສາ ແລະ ການບໍລິການສາທາລະນະສຸກໄດ້ຢ່າງທົ່ວເຖິງ.
ພ້ອມກັນນັ້ນ ຕ້ອງສືບຕໍ່ຊຸກຍູ້ວຽກງານພັດທະນາຊົນນະບົດ, ຈັດສັນທີ່ຢູ່ອາໄສ ແລະ ສ້າງອາຊີບໃຫ້ປະຊາຊົນ ຄວບຄູ່ກັບການແກ້ໄຂຄວາມທຸກຍາກ ເພື່ອຍົກສູງຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ. ຂະນະດຽວກັນ ຕ້ອງສ້າງເງື່ອນໄຂໃຫ້ທ້ອງຖິ່ນ ແລະ ປະຊາຊົນ ມີສ່ວນຮ່ວມເປັນເຈົ້າການໃນການປົກປັກຮັກສາ ແລະ ປັບປຸງສ້ອມແປງເສັ້ນທາງ ແລະ ໂຄງລ່າງພື້ນຖານຕ່າງໆໃນທ້ອງຖິ່ນ.
ການລົງຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ພ້ອມຄະນະໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມເປັນຫ່ວງຂອງພັກ, ລັດ, ອຳນາດການປົກຄອງທຸກຂັ້ນ ແລະ ທຸກພາກສ່ວນ ທີ່ມີຕໍ່ຊີວິດ ແລະ ຄວາມເປັນຢູ່ຂອງປະຊາຊົນ. ພ້ອມກັນນັ້ນ ກໍເປັນການລະດົມກຳລັງທຸກຝ່າຍ ເພື່ອບັນເທົາທຸກ, ປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ ພ້ອມກະກຽມຟື້ນຟູພື້ນທີ່ທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.



ພາບ-ຂ່າວ: ສົມວິຈິດ ໄຊມົນຕີ
__________
#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ
#ໜັງສືພິມຈຳປາໃໝ່ #ຂ່າວພາກໃຕ້ #ຂ່າວດີຂ່າວເດັ່ນຂ່າວດັງ