
ໃນວັນທີ 23 ສິງຫາ 2026 — ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ຢ້ຽມຢາມຖາມຂ່າວ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໍ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ເມືອງປະທຸມພອນ ຢ່າງໃກ້ຊິດ, ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ການ ຢືນຢັນວ່າພັກ ແລະ ລັດຖະບານ ຈະບໍ່ປະຖິ້ມປະຊາຊົນໃນຍາມວິກິດ.
ການລົງເຄື່ອນໄຫວຄັ້ງນີ້ ຈັດຂຶ້ນທີ່ສຳນັກງານປົກຄອງບ້ານທາງແບ່ງຫຼັກ 48, ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ປອ. ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ພ້ອມດ້ວຍການນຳແຂວງ,ເມືອງ, ອຳນາດການປົກຄອງບ້ານ ແລະ ປະຊາຊົນຜູ້ປະສົບໄພ ເຂົ້າຮ່ວມຢ່າງພ້ອມພຽງ.



ຕາມການລາຍງານຈາກ ທ່ານນາງ ປະທຸມມາ ແກ້ວມະນີ ຮອງປະທານຄະນະກຳມະການປົກຄອງເມືອງປະທຸມພອນ ໃຫ້ຮູ້ວ່າ: ຍ້ອນອິດທິພົນຂອງຮ່ອງຄວາມກົດດັນອາກາດຕ່ຳ ແລະ ລົມມໍລະສຸມ ທີ່ເຮັດໃຫ້ມີຝົນຕົກໜັກຕິດຕໍ່ກັນໃນໄລຍະວັນທີ 10–20 ສິງຫາ 2026, ເຮັດໃຫ້ນ້ຳຂອງ ແລະ ນ້ຳຫ້ວຍສາຂາເພີ່ມລະດັບສູງຂຶ້ນຢ່າງວ່ອງໄວ ສົ່ງຜົນກະທົບເປັນວົງກວ້າງ:
ຜົນກະທົບຕໍ່ປະຊາຊົນ: ມີ 28 ບ້ານ ໄດ້ຮັບຜົນກະທົບ, 877 ຄອບຄົວ (ລວມ 3,801 ຄົນ, ຍິງ 1,882 ຄົນ). ໂດຍສະເພາະເຂດຕາແສງປະທຸມພອນ ຖືກຖ້ວມໜັກກວ່າໝູ່ 13 ບ້ານ.
ຜົນເສຍຫາຍດ້ານກະສິກຳ: ເນື້ອທີ່ນາເສຍຫາຍ 823,31 ເຮັກຕາ, ສວນມັນຕົ້ນ 70,8 ເຮັກຕາ, ສວນໝາກນາວ 34,1 ເຮັກຕາ, ສວນຢາງພາລາ 7 ເຮັກຕາ ແລະ ສວນອ້ອຍ 0,5 ເຮັກຕາ.
ໂຄງລ່າງພື້ນຖານ: ເສັ້ນທາງຄົມມະນາຄົມຖືກຖ້ວມເສຍຫາຍ 14 ເສັ້ນ (ຍາວລວມ 6.111 ແມັດ) ແລະ ເກີດເຫດຕາຝັ່ງເຈື່ອນ 5 ຈຸດ ຍາວ 189 ແມັດ ຢູ່ທີ່ບ້ານປຸ່ງຄຳ ແລະ ບ້ານມ່ວງ.

ຕໍ່ສະພາບການດັ່ງກ່າວ,ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ສົມທົບກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຍົກຍ້າຍປະຊາຊົນ, ສັດລ້ຽງ ແລະ ຊັບສິນເຂົ້າສູ່ຈຸດປອດໄພ. ພ້ອມທັງກຽມພ້ອມເຮືອຈັກ 1.159 ລຳ, ພາຫະນະ 16 ຄັນ ແລະ ກຳນົດຈຸດອົບພະຍົບ 18 ຈຸດ ເພື່ອຮັບມືກັບ 26 ບ້ານສ່ຽງໄພ.
ໃນຕໍ່ໜ້າ, ທາງເມືອງໄດ້ສະເໜີໃຫ້ຂັ້ນເທິງຮີບຮ້ອນຊ່ວຍເຫຼືອບັນເທົາທຸກ ໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກ, ນ້ຳດື່ມ, ຢາປົວພະຍາດ, ແນວພັນພືດ-ເຂົ້າ, ພ້ອມທັງງົບປະມານສ້ອມແປງເສັ້ນທາງ ແລະ ລະບົບຊົນລະປະທານທີ່ເປເພເສຍຫາຍ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ ໃຫ້ກຽດໂອ້ລົມ ແລະ ໃຫ້ກຳລັງໃຈພໍ່ແມ່ປະຊາຊົນ ໂດຍເນັ້ນຢຳວ່າ ພັກ ແລະ ລັດຖະບານ ບໍ່ເຄີຍນິ້ງນອນໃຈ ແລະ ໄດ້ຮີບຮ້ອນຈັດຕັ້ງກຳລັງລົງ ມາໃຫ້ການຊ່ວຍເຫຼືອເບື້ອງຕົ້ນ ພ້ອມທັງນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງມາມອບໃຫ້.
ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ອຳນາດການປົກຄອງທຸກຂັ້ນ ຍົກສູງສະຕິລະວັງຕົວ, ຕິດຕາມສະພາບດິນຟ້າອາກາດຢ່າງໃກ້ຊິດ ເພື່ອຫຼຸດຜ່ອນ ແລະ ຫຼີກລຽງຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.

ຂ່າວ-ພາບ: ນາງ ພິລາວັນ ເພັງສະຫວັດ
__________
#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ