Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ບໍລິສັດ ດັກລັກ ດັບເບີ ຈຳກັດ ລົງພື້ນທີ່ມອບເຄື່ອງບັນເທົາທຸກຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງປະທຸມພອນ -

ບໍລິສັດ ດັກລັກ ດັບເບີ ຈຳກັດ ລົງພື້ນທີ່ມອບເຄື່ອງບັນເທົາທຸກຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ທີ່ເມືອງປະທຸມພອນ

         ​ວັນທີ 23 ສິງຫາ 2026 – ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ຕາແສງມ່ວງ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຮັບການຊ່ວຍເຫຼືອໃນເບື້ອງຕົ້ນແລ້ວ ຫຼັງຈາກ ບໍລິສັດ ດັກລັກ ດັບເບີ ຈຳກັດ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເຂົ້າສານ,ອາຫານແຫ້ງ ລົງພື້ນທີ່ມອບໃຫ້ເຖິງມືປະຊາຊົນຢ່າງ ວ່ອງໄວ ເພື່ອແບ່ງເບົາຄວາມລຳບາກໃນຍາມວິກິດ.

​ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ໄດ້ຈັດຂຶ້ນຢູ່ 2 ຈຸດສຳຄັນ ຄື: ວັດຕາແສງມ່ວງ ແລະ ວັດບ້ານນ້ຳໃສ ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານຮອບດ້ານເມືອງປະທຸມພອນ, ທ່ານ ກິ່ງແກ້ວ ນະວະພົມ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍການນຳຂັ້ນຕາແສງ, ນາຍບ້ານ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບເຂົ້າຮ່ວມ.

           ​ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ເປັນການຜັນຂະຫຍາຍການປຸກລະດົມຢ່າງຕັ້ງໜ້າຂອງຄະນະນຳແຂວງຈຳປາສັກ ແລະ ອຳນາດການປົກຄອງເມືອງ. ທ່ານ ໂດ໋ທ້ຽນເຫງຍ ອຳນວຍການບໍລິສັດ ດັກລັກ ດັບເບີ ຈຳກັດ ໄດ້ກ່າວດ້ວຍຄວາມເຫັນອົກເຫັນໃຈວ່າ: “ເຄື່ອງທີ່ນຳມາມອບໃນມື້ນີ້ ອາດຈະມີຈຳນວນບໍ່ຫຼາຍ, ແຕ່ຄືນ້ຳໃຈ ແລະ ຄວາມຫ່ວງໃຍຢ່າງຈິງໃຈຈາກບໍລິສັດ ເພື່ອຫວັງແບ່ງເບົາຄວາມ ລຳບາກ ແລະ ເປັນກຳລັງໃຈໃຫ້ພໍ່ແມ່ປະຊາຊົນກ້າວຂ້າມຜ່ານໄລຍະເວລາວິກິດນີ້ໄປ ດ້ວຍກັນ.”

             ​ດ້ານ ທ່ານ ກິງແກ້ວ ນະວະພົມ ໃນນາມຕາງໜ້າອຳນາດການປົກຄອງ ແລະ ປະຊາຊົນຜູ້ໄດ້ຮັບຜົນກະທົບທັງສອງຈຸດ, ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈ ຕໍ່ຄະນະນຳທຸກຂັ້ນ ພ້ອມດ້ວຍບໍລິສັດ ດັກລັກ ດັບເບີ ຈຳກັດ ທີ່ຍາມໃດກໍບໍ່ເຄີຍປະຖິ້ມປະຊາຊົນ, ສະແດງໃຫ້ເຫັນເຖິງ ມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ທີ່ບໍລິສັດມີຕໍ່ອຳນາດການປົກຄອງເມືອງ ແລະ ຊ່ວຍເຫຼືອກັນໃນຍາມ ໄພພິບັດຢ່າງແທ້ຈິງ.

​ຂ່າວ-ພາບ: ນາງ ພິລາວັນ ເພັງສະຫວັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa