Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ທ່ານ ຂັນຄຳ ແກ່ນບຸດຕາ ພະນັກງານອາວຸໂສບຳນານ ໃຫ້ທັດສະນະ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ​ -

ທ່ານ ຂັນຄຳ ແກ່ນບຸດຕາ ພະນັກງານອາວຸໂສບຳນານ ໃຫ້ທັດສະນະ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ​

ປາກເຊ, ແຂວງຈຳປາສັກ – ວັນທີ 17 ສິງຫາ 2026
​ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ (13 ສິງຫາ 1950 – 13 ສິງຫາ 2026) ຄົບຮອບ 76 ປີ, ທ່ານ ຂັນຄຳ ແກ່ນບຸດຕາ ພະນັກງານອາວຸໂສບຳນານ ອະດີດຜູ້ອຳນວຍການສະຖານີໂທລະພາບແຂວງຈຳປາສັກ ຮຸ້ນບຸກເບີກ, ອະດີດຄະນະພະແນກຖະແຫຼງຂ່າວ-ວັດທະນະທຳແຂວງ ແລະ ອະດີດຫົວໜ້າພະແນກພົວພັນການຕ່າງປະເທດແຂວງຈຳປາສັກ ໄດ້ບອກເລົ່າເຖິງເບື້ອງຫຼັງປະຫວັດສາດການສ້າງຕັ້ງ ແລະ ພັດທະນາສື່ມວນຊົນທ້ອງຖິ່ນ ທີ່ເຕັມໄປດ້ວຍຄວາມມານະອົດທົນຜ່ານຜ່າອຸປະສັກ ແລະ ວິໄສທັດອັນຕັ້ງໜ້າ.

ການຫວນຄືນສູ່ຮາກເຫງົ້າແຫ່ງການສື່ສານໃນອດີດ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງວົງການສື່ມວນຊົນລາວຕະຫຼອດໄລຍະ 76 ປີຜ່ານມາ, ແຕ່ຍັງເປັນເຂັມຊີ້ທິດເຍືອງທາງໃຫ້ເຫັນເຖິງສິ່ງທ້າທາຍອັນໃຫຍ່ຫຼວງຂອງສື່ທ້ອງຖິ່ນໃນຍຸກແຫ່ງການຫັນປ່ຽນດິຈິຕອນ ແລະ ປັນຍາປະດິດ (AI).

ເມື່ອຫວນຄືນອະດີດກັບໄປເມື່ອ 31 ປີກ່ອນ (1995), ພະແນກຖະແຫຼງຂ່າວ-ວັດທະນະທຳແຂວງ ພາຍໃຕ້ການຊີ້ນຳຈາກສູນກາງ ໄດ້ລິເລີ່ມສ້າງຕັ້ງສະຖານີໂທລະພາບແຂວງຈຳປາສັກ ແລະ ໜັງສືພິມຈຳປາໃໝ່ຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຊາວແຂວງຈຳປາສັກ ທີ່ຢາກເຂົ້າເຖິງສື່ທີ່ມີທັງພາບ ແລະ ສຽງ ເຊິ່ງເປັນເຄື່ອງມືກ້າວໜ້າໃນເວລານັ້ນ.

ສະຖານີໂທລະພາບແຂວງຈຳປາສັກໄດ້ດຳລົງບົດບາດເປັນເຄື່ອງມືອັນແຫຼມຄົມ, ເປັນປາກກະບອກສຽງຂອງພັກ-ລັດ, ເປັນສື່ກາງລາຍງານຂ່າວ ແລະ ເວທີສະແດງຄວາມຄິດຄວາມເຫັນຂອງປະຊາຊົນ.

ທ່ານ ຂັນຄຳ ແກ່ນບຸດຕາ ເວົ້າວ່າ: ສິ່ງທີ່ສ້າງຄວາມປະທັບໃຈເປັນພິເສດໃນໄລຍະຜ່ານມາຄືການໄດ້ຮັບມອບໝາຍຈາກການຈັດຕັ້ງ ແລະ ຄວາມຮູ້ສຶກພາກພູມໃຈທຸກຄັ້ງທີ່ໄດ້ປະຕິບັດໜ້າທີ່, ໂດຍສະເພາະການຖ່າຍທອດສົດ (Live/Real-time) ບັນຍາກາດກອງປະຊຸມສຳຄັນ ແລະ ງານບຸນປະເພນີຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຮັບຊົມຂອງປະຊາຊົນຢ່າງວ່ອງໄວທັນເວລາ ພ້ອມທັງໄດ້ຮັບຄວາມຮ່ວມມື ແລະ ຄວາມເປັນຫ່ວງເປັນໃຍຈາກພໍ່ແມ່ປະຊາຊົນເປັນຢ່າງດີ.

​ເຖິງຢ່າງໃດກໍ່ຕາມ, ທ່ານ ຂັນຄຳ ແກ່ນບຸດຕາ ໄດ້ສະແດງຄວາມເປັນຫ່ວງເປັນຢ່າງຍິ່່ງວ່າ: ສື່ມວນຊົນລາວໃນລະດັບທ້ອງຖິ່ນຍັງມີຄວາມອ່ອນນ້ອຍ ແລະ ຍັງບໍ່ມີຄວາມສາມາດພຽງພໍທີ່ຈະແຂ່ງຂັນກັບສື່ຕ່າງປະເທດໄດ້. ໃນຍຸກປັດຈຸບັນທີ່ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍກາຍເປັນວິຖີຊີວິດ, ການບໍລິໂພກສື່ທີ່ເປີດກວ້າງໄຮ້ການຄວບຄຸມ ຖ້າສື່ຂອງເຮົາບໍ່ເຂັ້ມແຂງ ກໍ່ຈະຖືກສື່ອື່ນຍຶດພື້ນທີ່ໄປ.

ນອກຈາກນີ້, ການບໍລິໂພກສື່ໂດຍບໍ່ມີການເລືອກເຟັ້ນ ປະກອບກັບການເຂົ້າມາຂອງລະບົບປັນຍາປະດິດ (AI) ຍິ່ງເຮັດໃຫ້ເກີດຄວາມສັບສົນ ແລະ ຍາກທີ່ຈະຈຳແນກຜິດ-ຖືກ.

​ເນື່ອງໃນໂອກາດວັນສື່ມວນຊົນລາວ ຄົບຮອບ 76 ປີ, ທ່ານ ຂັນຄຳ ແກ່ນບຸດຕາ ໃນຖານະພະນັກງານບຳານ ແລະ ອະດີດນັກຮົບສື່ມວນຊົນ ໄດ້ສະແດງຄວາມພາກພູມໃຈທີ່ເຫັນສື່ລາວເຕີບໃຫຍ່ຈາກຄວາມຍາກລຳບາກໃນຍຸກຕໍ່ສູ້ປົດປ່ອຍຊາດ ຈົນກ້າວສູ່ຄວາມທັນສະໄໝໃນປັດຈຸບັນ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ການນຳພາຂອງພັກ-ລັດ
​ພ້ອມດຽວກັນນັ້ນ, ເພິ່ນໄດ້ຝາກຂໍ້ຄິດແກ່ສື່ມວນຊົນຕ້ອງເອົາໃຈໃສ່ພັດທະນາໃນຕໍ່ໜ້າ ເພື່ອກ້າວໄປສູ່ຄວາມເປັນມືອາຊີບ:
​ຍຶດໝັ້ນອຸດົມຄະຕິ ແລະ ຈັນຍາບັນ: ນັກສື່ມວນຊົນຕ້ອງມີອຸດົມການທີ່ຖືກຕ້ອງ ແລະ ມີຈັນຍາບັນຈັນຍາທຳທີ່ໜັກແໜ້ນ.
​ພັດທະນາສີມື ແລະ ຄວາມວ່ອງໄວ: ຕ້ອງມີຄວາມຮູ້ຄວາມສາມາດ, ເຮັດວຽກຢ່າງມືອາຊີບ ແລະ ວ່ອງໄວທັນເທດການ.

ພ້ອມດຽວກັນກໍຮຽກຮ້ອງມາຍັງພັກ ແລະ ລັດຖະບານຕ້ອງລົງທຶນທີ່ເໝາະສົມ ທັງດ້ານການກໍ່ສ້າງບຸກຄະລາກອນ, ອຸປະກອນເຕັກນິກທີ່ທັນສະໄໝ ແລະ ປະກອບພາຫະນະຮັບໃຊ້ ເພື່ອຍົກສູງຄຸນນະພາບສື່ລາວໃຫ້ສາມາດແຂ່ງຂັນກັບຕ່າງປະເທດໄດ້. ພ້ອມດຽວກັນສັ່ນ,ສື່ມວນຊົນເອງກໍຄວນມີການຊອກຫາແຫຼ່ງລາຍຮັບຈາກການໂຄສະນາຈາກໂຄງການຕ່າງໆ ເເພື່ອຊ່ວຍຄ້ຳຊູດ້ານການໃຊ້ຈ່າຍບໍລິຫານ.

​ໃນຕອນທ້າຍ, ທ່ານຍັງໄດ້ຝາກອວຍພອນມາຍັງນັກຮົບສື່ມວນຊົນທຸກຄົນມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ ແລະ ມີຄວາມສຸກສົມຫວັງທຸກປະການ.

ບກ: ມົນທຽນ ໄຊຍະສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa