ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ​ ຢູ່ເມືອງມຸນລະປາໂມກ​ ໄດ້ຮັບການຮຽນສະໜັບສະໜູນ

#ທ້າຍເດືອນກໍລະກົດ 2026 ທີ່ຜ່ານມາ,​ ເມືອງມຸນລະປາໂມກ​ ແຂວງຈໍາປາສັກ​ ໄດ້ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນກ້າວໜ້າດີເດັ່ນ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຂອງພັກປະຊາຊົນປະຕິວັດລາວ.​ ພິທີຈັດຂື້ນຢູ່ສະໂມສອນຂອງເມືອງ​ ໂດຍການເປັນປະທານສະຫາຍ ນາງ ລໍາພອນ ພົມມະລີວັນ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ.​ ມີຄະນະໜ່ວຍພັກ ແລະ​ມະຫາຊົນກ້າວໜ້າດີເດັ່ນຈາກໜ່ວຍພັກໜ່ວຍຕ່າງໆອ້ອມຂ້າງເມືອງ​ 24 ສະຫາຍ,​ ຍິງ​ 9​ ສະຫາຍ​ ເຂົ້າຮ່ວມ​ .​
#ເອກະສານທີ່ນຳມາເຜີຍແຜ່ໃນການເປີດຮຽນສະໜັບສະໜູນຄັ້ງນີ້​ມີປະຫວັດຄວາມເປັນມາຂອງພັກ, ການສ້າງຕັ້ງພັກ, ການກຳເນີດ ແລະ ການຂະຫຍາຍຕົວຂອງພັກ, ຄວາມໝາຍຄວາມສຳຄັນຂອງພັກ, ສິດ ແລະ​ ໜ້າທີ່ຂອງສະມາຊິກພັກ, ຂໍ້ຫ້າມຕ່າງໆຂອງສະມາຊິກພັກ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ​ ເອກະສານສໍາຄັນອື່ນໆ.​

#ຈຸດປະສົງ ກໍເພື່ອເຮັດໃຫ້ມະຫາຊົນກ້າວໜ້າດີເດັ່ນ​ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກຂອງພັກ​ປະຊາຊົນ​ ປະຕິວັດ​ລາວ​ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ​ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ​ ເພື່ອເຮັດໃຫ້ມະຫາຊົນກ້າວໜ້າດີເດັ່ນທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ​ ໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກຂອງພັກປະຊາຊົນ​ ປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ ຫຼາຍຂຶ້ນ..​
#ພາຍຫຼັງສໍາເລັດການ​ຮໍ່າຮຽນ,​ ກໍໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າທີ່ໄດ້ຜ່ານການຮຽນສະໜັບສະໜູນໃນຄັ້ງນີ້.​ ໃຫ້ກຽດ​ມອບ​ໂດຍ​ ສະຫາຍ ນາງ ລໍາພອນ ພົມມະລີວັນ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ.​ ຕອນ​ທ້າຍ​ພິທີ,​ ສະຫາຍ ນາງ ລໍາພອນ ພົມມະລີວັນ ກໍມີຄໍນເຫັນໂອ້ລົມຊີ້ທິດເຍືອງທາງ​ ຕື່ມອີກ.​


* ພາບ-ຂ່າວ: ສິດຕາ ເພັດວົງສາ​ *
#Admin​: ທູນທອງໃຈ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa