
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX ຂອງ ເມືອງປະທຸມພອນ ໄດ້ຈັດຂຶ້ນລະຫວ່າງວັນທີ 5-6 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມວ່າການເມືອງ, ໂດຍເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ (ຜູ້ຊີ້ນຳວຽກງານຮອບດ້ານຂອງ ເມືອງປະທຸມພອນ), ມີ ສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງຈຳປາສັກ ປະຈຳເຂດເລືອກຕັ້ງເມືອງປະທຸມພອນ, ມີ ບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້ດຳເນີນໄປດ້ວຍຄວາມຈິງຈັງ ແລະ ຮັບຜິດຊອບສູງ ໂດຍໄດ້ສຸມໃສ່ການປະເມີນຜົນການນຳພາຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2026, ກຳນົດທິດທາງວຽກງານໃນ 6 ເດືອນທ້າຍປີ ແລະ ພິຈາລະນາບັນຫາສຳຄັນຫຼາຍດ້ານຂອງເມືອງ.
#ວາລະທີ 1: ເຜີຍແຜ່ ແລະ ເຊື່ອມຊຶມເອກະສານ
#ກອງປະຊຸມໄດ້ເຜີຍແຜ່ ແລະ ເຊື່ອມຊຶມບັນດາເອກະສານສຳຄັນ ປະກອບມີ:
1). ຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 5 ສະໄໝທີ IX.
2). ຜົນສຳເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X.
#ວາລະທີ 2: ຮັບຟັງບົດລາຍງານ ແລະ ປຶກສາຫາລື
#ກອງປະຊຸມໄດ້ພິຈາລະນາ ແລະ ຜ່ານຮ່າງບົດລາຍງານສຳຄັນຫຼາຍສະບັບ ໂດຍເນັ້ນໜັກໃນການຕີລາຄາການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງທີ 6 ສະໄໝທີ IX ຄວບຄູ່ກັບການສະຫຼຸບຜົນວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງແຜນວຽກງານ 6 ເດືອນທ້າຍປີ 2026.
ນອກຈາກນັ້ນ ຍັງໄດ້ລາຍງານ ແລະ ປຶກສາຫາລືໃນຫຼາຍຂົງເຂດ ເຊັ່ນ:
1). ການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດແຜນງົບປະມານແຫ່ງລັດ.
2). ການຈັດເກັບລາຍຮັບເຂົ້າງົບປະມານຂອງບັນດາຂະແໜງການໃນຂັ້ນເມືອງ.
3). ມາດຕະການປ້ອງກັນ ແລະ ແກ້ໄຂບັນຫາສະແກມເມີ.
4). ການປັບປຸງກົງຈັກການຈັດຕັ້ງພັກ-ລັດ ຕະຫຼອດຮອດຂັ້ນບ້ານ ແລະ 5). ການເສີມສ້າງຄວາມເຂັ້ມແຂງໃຫ້ຄະນະປົກຄອງຕາແສງ.
5). ການຕິດຕາມບັນດາໂຄງການຊ່ວຍເຫຼືອ ແລະ ໂຄງການພັດທະນາຕ່າງໆ.
6). ການຄຸ້ມຄອງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງກຳມະບານ.
7). ການເຜີຍແຜ່ກົດໝາຍ, ການສ້າງຈິດສຳນຶກເຄົາລົບກົດໝາຍ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງຢູ່ຮາກຖານ.
8). ການຈົດທະບຽນຫັນປ່ຽນປະເພດທີ່ດິນ ແລະ ການຈັດເກັບຄ່າທຳນຽມ.
9). ຄວາມຄືບໜ້າການລົງທຶນຂອງພາກເອກະຊົນ ຕາມ MOU ໂດຍສະເພາະໂຄງການປູກໄມ້ໃຫ້ໝາກແບບຍືນຍົງຂອງບໍລິສັດຊຸນດາ ແລະ ໂຄງການປູກໄມ້ວິກ-ໄມ້ກະຖິນນາລົງ ຂອງບໍລິສັດຄຳແສນ.
10). ການສະກັດກັ້ນ ແລະ ແກ້ໄຂບັນຫາການຊື້-ຂາຍໄມ້ຜິດລະບຽບ ຢູ່ຕາແສງພະໂພ.
ພາຍຫຼັງການລາຍງານ ປະທານກອງປະຊຸມໄດ້ຊັກຖາມເຈາະຈິ້ມບັນຫາສຳຄັນໃນແຕ່ລະຂະແໜງການ ພ້ອມເປີດກວ້າງໃຫ້ບັນດາຜູ້ເຂົ້າຮ່ວມສະເໜີຄວາມຄິດເຫັນ ແລະ ແນວທາງແກ້ໄຂບັນຫາຢ່າງສ້າງສັນ.
#ວາລະທີ 3: ວຽກງານພາຍໃນພັກ
#ກອງປະຊຸມໄດ້ດຳເນີນການສຳຫຼວດກວດກາບຸກຄົນພາຍໃນຄະນະພັກ, ຮັບຟັງລາຍງານຜົນການກວດກາພາຍໃນ ແລະ ພິຈາລະນາຜ່ານຮ່າງມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX.
ໃນຕອນທ້າຍກອງປະຊຸມ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ (ຜູ້ຊີ້ນຳວຽກງານຮອບດ້ານຂອງ ເມືອງປະທຸມພອນ), ໄດ້ໂອ້ລົມຊີ້ນຳ ໂດຍເນັ້ນໜັກໃຫ້ ຄະນະພັກເມືອງ ແລະ ທຸກພາກສ່ວນ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີ, ສຸມໃສ່ແກ້ໄຂບັນຫາຄົງຄ້າງ, ຜັນຂະຫຍາຍມະຕິກອງປະຊຸມໃຫ້ເປັນຮູບປະທຳ ເພື່ອບັນລຸເປົ້າໝາຍການພັດທະນາຂອງເມືອງໃນປີ 2026.
ຈາກນັ້ນ ກອງປະຊຸມໄດ້ປິດລົງດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູງ ເພື່ອຮ່ວມກັນຜັນຂະຫຍາຍມະຕິກອງປະຊຸມໃຫ້ເກີດໝາກຜົນຕົວຈິງ ແລະ ສ້າງພື້ນຖານອັນເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຄວາມສະຫງົບຮຽບຮ້ອຍ ແລະ ການສ້າງພັກໃຫ້ເຂັ້ມແຂງຂອງ ເມືອງປະທຸມພອນ ຕໍ່ໄປ.

📌 ເພຈ: ໂຄສະນາ-ອົບຮົມ ເມືອງປະທຸມພອນ