
ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026), ທ່ານ ພອນສະຫວັດ ສັນຕິສຸກ ພະນັກງານອາວຸໂສບຳນານ ອະດີດຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຂວງຈຳປາສັກ ໄດ້ໃຫ້ທັດສະນະ ແລະ ບົດຮຽນອັນລ້ຳຄ່າ ກ່ຽວກັບເສັ້ນທາງການເຕີບໃຫຍ່ຂອງວຽກງານສື່ມວນຊົນລາວເວົ້າລວມ,ເວົ້າສະເພາະແມ່ນວຽກງານສື່ມວນຊົນຂອງແຂວງຈຳປາສັກ.
ເມື່ອຫວນຄືນກັບໄປໃນໄລຍະແຫ່ງການຕໍ່ສູ້ ແລະ ການຫັນປ່ຽນປະຫວັດສາດຂອງປະເທດຊາດ, ວິທະຍຸກະຈາຍສຽງ ບໍ່ພຽງແຕ່ເປັນຊ່ອງທາງ ຮັບຮູ້ຂໍ້ມູນຂ່າວສານເທົ່ານັ້ນ, ແຕ່ຍັງເປັນ “ເງົາທຽມຂ້າງ” ຂອງການປະຕິວັດ ທີ່ຄຽງບ່າຄຽງໄຫຼ່ກັບປະຊາຊົນມາໂດຍຕະຫຼອດ.
ທ່ານ ໄດ້ໃຫ້ທັດສະນະວ່າ: ໃນ ເງື່ອນໄຂປະຈຸບັນ ທີ່ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍ (Social Media) ເຊັ່ນ Facebook ແລະ TikTok ໄດ້ເຂົ້າມາມີບົດບາດສຳຄັນ ແລະ ກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ສື່ການກະຈາຍສຽງແບບດັ້ງເດີມ, ທ່ານ ພອນສະຫວັດ ສັນຕິສຸກ ໄດ້ຝາກ 3 ຂໍ້ສະເໜີແນະ ອັນຊົງຄຸນຄ່າ ມາຍັງອົງການຈັດຕັ້ງສື່ມວນຊົນທຸກຂັ້ນ ແລະ ຄົນຮຸ່ນໜຸ່ມວ່າ:
ສື່ມວນຊົນລາວ ຕ້ອງກ້າຫານ ປັບຕົວໃຫ້ທັນກັບຍຸກສະໄໝ ແລະ ປະເທດອ້ອມຂ້າງ ໂດຍການລົງໄປສຶກສາເບິ່ງ ບົດຮຽນຕົວຈິງ ເພື່ອນຳມາພັດທະນາເນື້ອໃນໃຫ້ມີຄວາມທັນສະໄໝ.
ການສ້າງ ແລະ ບຳລຸງສ້າງບຸກຄະລາກອນ.
ວຽກງານສື່ມວນຊົນ ແມ່ນ ວຽກທີ່ຕ້ອງໃຊ້ທັງຄວາມຮູ້, ຄວາມສາມາດ ແລະ “ພອນສະຫວັນ” ພ້ອມທັງຕ້ອງຜ່ານການຝຶກຝົນຫຼໍ່ຫຼອມຕົວຈິງ; ບໍ່ສາມາດເອົາຄົນຈາກຂະແໜງການອື່ນ ມາທົດແທນໄດ້ທັນທີ.
ພັກ ແລະ ລັດ ຕ້ອງສຸມທຶນຮອນເຂົ້າໃສ່ວຽກງານຂໍ້ມູນຂ່າວສານ ເພື່ອໃຫ້ສາມາດແຂ່ງຂັນ ແລະ ກ້າວໄປຂ້າງໜ້າໄດ້ຢ່າງໝັ້ນຄົງ.
”ຕອນທ້າຍ, ທ່ານຍັງໄດ້ຝາກຄວາມຫວັງໄວ້ກັບນ້ອງໆ ລູກຫຼານຄົນຮຸ່ນໜຸ່ມ ທີ່ກຳລັງປະຕິບັດໜ້າທີ່ສື່ມວນຊົນໃນປັດຈຸບັນ ຈົ່ງສືບຕໍ່ ຍຶດໝັ້ນແນວທາງການປະຕິວັດ ແລະ ປະຕິບັດຕາມທິດຊີ້ນຳ,ຄຳໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ທີ່ວ່າ: ສື່ມວນຊົນແມ່ນຜູ້ປາກອອກແສງ,ຜູ້ແທງເຖິງໃຈ,ຜູ້ສະດຸ້ງໄວເມື່ອໄດ້ອ່ານ,ຜູ້ກ້າຜ່ານອຸປະສັກ,ຜູ້ຮັກຄວາມຈິງ,ຜູ້ຍິງຖືກເປົ້າ.
ພ້ອມນັ້ນ,ທ່ານຍັງໄດ້ ຝາກຄຳອວຍພອນເຖິງນັກສື່ມວນຊົນລາວທຸກທົ່ວໜ້າ ຈົ່ງມີສະຂະພາບເຂັ້ມແຂງ,ມີຄວາມຜາສຸກ ແລະ ພັດທະນາວິຊາຊີບຂອງຕົນຢ່າງບໍ່ຢຸດຢັ້ງ.

#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ