Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ທ່ານ ສີປະເສີດ ແສນສະຫວັດ ສະແດງທັດສະນະຕໍ່ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ -

ທ່ານ ສີປະເສີດ ແສນສະຫວັດ ສະແດງທັດສະນະຕໍ່ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ


#ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ວັນທີ 13 ສິງຫາທີ່ຈະມາເຖິງນີ້ ທ່ານ ສີປະເສີດ ແສນສະຫວັດ ອາດີດ ຄະນະປະຈຳພັກແຂວງ,ອາດີດຄະນະບໍລິຫານງານສະມາຄົມນັກຂ່າວແຫ່ງຊາດລາວທັງແມ່ນອາດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງຈຳປາສັກ ໃນວັນທີ 17 ສິງຫາ 2026ນີ້, ເຊິ່ງກ່ອນອື່ນທ່ານໄດ້ກ່າວວ່າສື່ມວນຊົນຍາມໃດກໍຕິດພັນສະໜິດແໜ້ນກັບປະຫວັດສາດຂອງຊາດ , ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ວຽກງານສື່ມວນຊົນໄດ້ມີອິດທິພົນສູງໃນສັງຄົມ ແລະ ມີຄວາມສຳຄັນຫຼາຍ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ. ທ່ານກ່າວໃຫ້ຮູ້ອີກວ່າ: ສື່ມວນຊົນມີບົດບາດສຳຄັນຫຼາຍຢ່າງຕໍ່ທຸກພາກສ່ວນໃນສັງຄົມເປັນຕົ້ນແມ່ນ ເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມ ລວມທັງວຽກງານຮັກສາຄວາມປອດໄພໃນການດຳລົງຊີວິດຂອງປະຊາຊົນໃນສັງຄົມ, ເປັນຜູ້ ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ເປັນຂົວຕໍ່ລະຫວ່າງອົງການບໍລິຫານ, ການ ປົກຄອງກັບປະຊາຊົນ ພ້ອມທັງຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ ພ້ອມກັນ ສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ນັບແຕ່ມື້ສ້າງຕັ້ງສື່ມວນຊົນກໍ່ໄດ້ເຕີບໃຫຍ່ເຂັ້ມ ແຂງເປັນແຕ່ລະໄລຍະ, ຈາກການນໍາໃຊ້ ເຄື່ອງມືອຸປະກອນແບບປະຖົມປະຖານ ຈາກພະນັກງານທີ່ມີຄວາມຮູ້ ແລະ ປະສົບການບໍ່ຫລາຍ ກ້າວສູ່ຄວາມຊຳນານງານ ມາຮອດປັດຈຸບັນແຕ່ລະສໍານັກງານສື່ມວນຊົນ ກໍໄດ້ມີການພັດທະນາຕົນເອງ ຢ່າງວ່ອງໄວທັນຍຸກທັນເຫດການ, ປັດຈຸບັນແບບໃໝ່ ຫຼື ສື່ອອນລາຍໄດ້ເຂົ້າມາມີບົດບາດ ແລະ ອິດທິພົນຫຼາຍ ສາມາດແຜ່ກະຈາຍໄດ້ຢ່າງວ່ອງໄວ, ກວ້າງຂວາງ ແລະ ສົ່ງຜົນກະທົບໄວຕໍ່ການເຄື່ອນໄຫວໃນສັງຄົມ. ແຕ່ສື່ດັ່ງກ່າວກໍມີ ທັງດ້ານດີ ແລະ ດ້ານຫຍໍ້ທໍ້ ຖ້າຜູ້ທີ່ນໍາໃຊ້ດີ ກໍມີປະໂຫຍດຢ່າງຫຼວງຫຼາຍ ແຕ່ກໍມີຈຳນວນໜຶ່ງໄດ້ນໍາໃຊ້ສື່ດັ່ງກ່າວໄປໃນ ທາງທີ່ຜິດ, ສ້າງຂ່າວປອມປັ່ນປ່ວນ ສ້າງຄວາມແຕກແຍກໃນສັງຄົມ, ຍິ່ງໄປກວ່ານັ້ນຍັງໂຄສະນາໃສ່ຮ້າຍປ້າຍສີຕໍ່ ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະພານເຮົາ.


ທ່ານ ສີປະເສີດ ແສນສະຫັວດ ໄດ້ຮຽກຮ້ອງມາຍັງສື່ມວນຊົນລາວ ຈົ່ງພ້ອມກັນສືບຕໍ່ເຮັດໜ້າທີ່ເປັນກະບອກສຽງສຳຄັນໃຫ້
ແກ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ເພື່ອໂຄສະນາແນວທາງນະໂຍປາຍຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ , ລະບຽບກົດໝາຍຂອງລັດ, ພ້ອມທັງເປັນເວທີໃຫ້ຂໍ້ມູນຂ່າວສານ ສິ່ງສຳຄັນຕ້ອງເຮັດໄປຕາມ 4 ລັກສະນະຄື, ນຳພາສຶກສາອົບຮົມ,ລັກສະນະຕົວຈິງ,ລັກສະນະມະຫາຊົນ,ໃຫ້ແຂງແຮງເພື່ອແນໄສ່ເຮັດໃຫ້ວຽກສື່ທວ່ງທັນກັບສາກົນແລະໃຫ້ທັນກັບຍຸກສະໄໝ ດັ່ງບາງຕອນທ່ານກ່າວວ່າ(ສຽງທ່ານສີປະເສີດ)

#ຄະນະໂຄສະນາອົບຮົມແຂວງຈຳປາສັກ
ຂຽນ:ນ.ປະພິດ ສີສົມບູນ. ພາບ:ທ.ຍຸກສະໃໝ ຍົມສະໝອນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa