Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ -

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ

ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ

          ​ພິທີປະກາດພະນັກງານອອກພັກການຮັບອຸດໜູນບຳນານຄັ້ງນີ້ ແມ່ນເປັນການປະຕິບັດຕາມຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການຮັບອຸດໜູນບຳນານ ຈຳນວນ 5 ທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຮັບໃຊ້ຊາດມາຢ່າງຍາວນານ, ເຊິ່ງປະກອບມີ:
​ທ່ານ ບຸນປັນ ມະຫາລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ (ອາຍຸການ 40 ປີ)
​ທ່ານ ສຸພົນ ພົນຊຽງສາ, ສັງກັດຂະແໜງສື່ມວນຊົນ-ຖະແຫຼງຂ່າວ (ອາຍຸການ 42 ປີ)
​ທ່ານ ອິດສຸລິຍະ ຫຼວງອາໄພ, ຮອງຫົວໜ້າຂະແໜງໂຄສະນາປາຖະກະຖາ (ອາຍຸການ 42 ປີ)
​ທ່ານ ນາງ ທອງໃສ ສຸກຈະເລີນ, ວິຊາການຂະແໜງສື່ມວນຊົນ-ຖະແຫຼງຂ່າວ(ອາຍຸການ 30 ປີ)
​ທ່ານ ບຸນເຄນ ຂັນທອງ, ສັງກັດຂະແໜງສື່ມວນຊົນ-ຖະແຫຼງຂ່າວ (ອາຍຸການ 32 ປີ)

            ໃນໂອກາດອັນມີຄວາມໝາຍສຳຄັນກ່ອນເຂົ້າຮັບອຸດໜູນບຳນານນີ້, ທ່ານ ບຸນປັນ ມະຫາລາດ ໄດ້ຕາງໜ້າໃຫ້ພະນັກງານຮັບບຳນານ ທັງ 5 ທ່ານ ຂຶ້ນສະແດງຄວາມຮູ້ສຶກຕໍ່ພະນັກງານລັດຖະກອນ ແລະ ການຈັດຕັ້ງ. ທ່ານໄດ້ກ່າວສະແດງຄວາມກະຕັນຍູ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ພັກ-ລັດ ທີ່ໄດ້ອົບຮົມບຳລຸງ, ກໍ່ຮ່າງສ້າງຕົວ ແລະ ໃຫ້ໂອກາດແກ່ທຸກທ່ານໄດ້ຮັບໃຊ້ປະເທດຊາດຕະຫຼອດໄລຍະການປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາ; ພ້ອມດຽວກັນທ່ານຍັງໄດ້ມອບພາລະໜ້າທີ່ອັນຊົງກຽດໃຫ້ແກ່ພະນັກງານຮຸ່ນສືບທອດ ໃຫ້ຕັ້ງໜ້າສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ປະຕິບັດໜ້າທີ່ວຽກງານໃຫ້ປະສົບຜົນສຳເລັດຕາມການຈັດຕັ້ງມອບໝາຍໃຫ້.
​ຈາກນັ້ນ, ທ່ານ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດມອບຂໍ້ຕົກລົງ ແລະ ເງິນນະໂຍບາຍອຸດໜູນບຳນານໃຫ້ແກ່ແຕ່ລະທ່ານ. ບັນຍາກາດພາຍໃນພິທີເປັນໄປຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ໂດຍຕົວແທນຈາກຂະແໜງການຕ່າງໆພາຍໃນຄະນະໂຄສະນາອົບຮົມແຂວງຍັງໄດ້ຜັດປ່ຽນກັນຂຶ້ນມອບກະຕ່າຂອງຂວັນ ເພື່ອສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຜົນງານ, ຄຸນງາມຄວາມດີ ທີ່ທຸກທ່ານໄດ້ສ້າງໄວ້.

         ຕອນທ້າຍຂອງພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ປະດິດ ວັນນະລັດສະໝີ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ພະນັກງານບຳນານ ພ້ອມທັງພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ຈົ່ງສືບຕໍ່ປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍໂຕຍິ່ງໆຂຶ້ນ.
__________
#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa