ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ລະຫ່ວາງ ກົມຂໍ້ມູນຂ່າວສານ ຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ.

      ໃນຕອນເຊົ້າ ຂອງວັນທີ 25 ມີນາ 2024 ຂະແໜງຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມແຂວງຈຳປາສັກ ນຳໂດຍ ທ່ານ ປອ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ປະຈຳໄຕມາດ I ປະຈຳປີ 2024 ລະຫ່ວາງ ກົມຂໍ້ມູນຂ່າວສານຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ. ພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ວັນຕຸລາ ຮັກນຸດ ກຳມະການພັກ ຫົວໜ້າກົມຂໍ້ມູນຂ່າວສານ (ຄະນະໂຄສະນາສູນກາງພັກ), ມີ ບັນດາທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາຜູ້ຮັບຜິດຊອບວຽກງານເວັບໄຊ໋ ຂອງ (ຄະນະໂຄສະນາອົບຮົມແຂວງ) ໃນທົ່ວປະເທດເຂົ້າຮ່ວມ.

        ກອງປະຊຸມດັ່ງກ່າວ ແມ່ນການສ່ອງແສງລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ໂຄສະນາຜ່ານສື່ເອເລັກໂຕຼນິກ( ເວັບໄຊ໋ ) ຂອງ ຄະນະໂຄສະນາອົບຮົມແຂວງ ໃນທົ່ວປະເທດ; ເຊິ່ງໄດ້ມີທັງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນການປັບປຸງວຽກງານຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa