
ໃນວັນທີ 20 ສິງຫາ 2026 ນີ້, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຈຳປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ພ້ອມທັງຮັບຟັງການປາຖະກາຖາ ເນື່ອງໃນໂອກາດວັນສ້າງຕັ້ງກະຊວງໂຍທາທິການ ແລະ ຂົນສົ່ງ ຄົບຮອບ 75 ປີ (13 ກໍລະກົດ 1951 – 13 ກໍລະກົດ 2026) ແລະ ວັນຄ້າຍວັນເກີດຂອງ ທ່ານ ເຈ ເກວາຣາ ຄົບຮອບ 98 ປີ (14 ມິຖຸນາ 1928 – 14 ມິຖຸນາ 2026).

ໃຫ້ກຽດເຜີຍແຜ່ ແລະ ປາຖະກາຖາໂດຍ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ແລະ ທ່ານ ປອ. ສິດທິພອນ ບຸດຕິວົງ, ກຳມະການພັກແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ. ໂດຍມີ ຄະນະພັກ, ຄະນະພະແນກ, ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນພະແນກ ຍທຂ ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອເຊື່ອມຊຶມ ແລະ ກຳແໜ້ນເອກະສານກົດລະບຽບພັກ ສະໄໝທີ XII ໃຫ້ພະນັກງານ-ລັດຖະກອນ ໄດ້ນຳໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ພ້ອມທັງເປັນການທົບທວນຄືນມູນເຊື້ອ, ປະວັດສາດຄວາມເປັນມາ ແລະ ຜົນງານການເຄື່ອນໄຫວທີ່ສໍາຄັນ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໃນໄລຍະ 75 ປີຜ່ານມາ, ລວມທັງຮຽນຮູ້ຮູບແບບການເຄື່ອນໄຫວປະຕິວັດ ແລະ ນ້ຳໃຈຕໍ່ສູ້ອັນອາດຫານຂອງ ທ່ານ ເຈ ເກວາຣາ ນັກປະຕິວັດຜູ້ຍິ່ງໃຫຍ່.


ຂ່າວ-ພາບ: ວົງສະແຫວງ