
ນະຄອນປາກເຊ, ວັນທີ 21 ສິງຫາ 2026 — ຮາກຖານພັກພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານຫຼັກມູນຂອງພັກ ສະໄໝທີ XII ໂດຍມຸ່ງເນັ້ນຍົກລະດັບຄວາມຮັບຮູ້, ສ້າງຄວາມປອດໃສຂາວສະອາດໃຫ້ແກ່ສະມາຊິກພັກ ແລະ ເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງຮາກຖານ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່.
ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ໂດຍມີ ສະຫາຍ ດຣ. ຈັນສະໝອນ ທະນະບົວສີ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ສະຫາຍ ດຣ ນາງ ສັງວານ ແສນສຸກ ປະທານກວດກາຄະນະພັກຮາກຖານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະພັກຮາກຖານ, ເລຂາ-ຮອງເລຂາ ຈາກ 10 ໜ່ວຍພັກຂຶ້ນກັບ ແລະ ສະມາຊິກພັກທົ່ວພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານຍຸດທະສາດ ແລະ ບົດບາດການນຳພາຂອງພັກ ຈາກປະທານກອງປະຊຸມ ເຊິ່ງປະກອບມີເນື້ອໃນສຳຄັນຄື: ກົດລະບຽບຂອງພັກ ສະໄໝທີ XII ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຍົກສູງບົດບາດການນຳພາຂອງພັກ, ແນວທາງການຫັນປ່ຽນວຽກງານພະນັກງານໃນເງື່ອນໄຂປັດຈຸບັນ.

ພ້ອມດຽວກັນນີ້, ສະຫາຍ ສົມພອນ ວິໄລສົມ ຄະນະພັກຮາກຖານ, ຫົວໜ້າຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ຍັງໄດ້ຂຶ້ນເຜີຍແຜ່ເອກະສານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ ພ້ອມທັງເນັ້ນໜັກເລື່ອງການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ສະມາຊິກພັກທຸກສະຫາຍມີຄວາມຮັບຮູ້, ເຂົ້າໃຈຕໍ່ບັນດາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງເລິກເຊິ່ງ, ເຮັດໃຫ້ສະມາຊິກພັກມີຄວາມປອດໃສຂາວສະອາດ ແລະ ການຈັດຕັ້ງຂອງພັກມີຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອສືບຕໍ່ເຮັດໜ້າທີ່ການເມືອງຂອງພັກ ສ້າງຄວາມເຊື່ອໝັ້ນ ແລະ ຍົກສູງປະສິດທິພາບໃນການບໍລິການປະຊາຊົນໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.
ຂ່າວ-ພາບ: ຖາວອນ ຈັນດາລາສຸກ
__________
#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ