Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ເປີດໂຕ " ລົດຖີບໄຟຟ້າຮັບໃຊ້ສັງຄົມ "​ ຢູ່ນະຄອນປາກເຊ​ ແຂວງຈໍາປາສັກ​ -

ເປີດໂຕ ” ລົດຖີບໄຟຟ້າຮັບໃຊ້ສັງຄົມ “​ ຢູ່ນະຄອນປາກເຊ​ ແຂວງຈໍາປາສັກ​

ເປີດໂຕ ” ລົດຖີບໄຟຟ້າຮັບໃຊ້ສັງຄົມ “​ ຢູ່ນະຄອນປາກເຊ​ ແຂວງຈໍາປາສັກ

              ວັນທີ​ 20​ ມິຖຸນາ​ 2026,​ບໍລິສັດ ຊຽວໜີວ ເທັກໂນໂລຢີ ຈຳກັດ ເປີດໂຕ ລົດຖີບໄຟຟ້າຮັບໃຊ້ສັງຄົມ (Laos E bike) ຢູ່ນະຄອນປາກເຊ ແຂວງຈໍາປາສັກ ເພື່ອຮ່ວມກັນສ້າງ ນະຄອນປາກເຊ ໃຫ້ເປັນຕົວເມືອງສີຂຽວ, ຫຼຸດຜ່ອນການນໍາໃຊ້ນໍ້າມັນເຊື້ອໄຟ ແລະ ສົ່ງເສີມການທ່ຽງທ່ຽວແບບອະນຸລັກ ສິ່ງແວດລ້ອມ.​ ພິທີ​ຈັດຂຶ້ນ​ຢູ່ໂຮງແຮມ ເອລາວັນ ຣີເວີຊາຍ ໂດຍການ​ໃຫ້ກຽດ​ເຂົ້າຮ່ວມ​ຂອງທ່ານ​ ສະນັ່ນ​ ສີດາວົງ ກໍາມະການພັກແຂວງ​ ຫົວໜ້າ​ພະແນກການ​ເງິນແຂວງ, ທ່ານ​ ບາສີ ພອນ​ແກ້ວ​ ຮອງຫົວໜ້າ​ພະແນກ​ໂຍທາທິການ​ ແລະ​ ຂົນສົ່ງ​ແຂວງ,​ ທ່ານ ດວງປັນຍາ ວໍລະວົງ ຮອງຜູ້ອໍານວຍການບໍລິສັດ ຊຽວໝິວ ເທັກໂນໂລຢີ ຈໍາກັດ.​ ມີນໍາການນໍາພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ, ການນໍານະຄອນປາກເຊ, ແຂກເຊື້ອເຊີນ ຈາກພາກລັດ,​ ເອກະຊົນ,​ ພະນັກງານ ແລະ ສະມາຊິກຄອບຄົວ ລົດຖີບໄຟຟ້າ ຮັບໃຊ້ສັງຄົມ​ ເຂົ້າ​ຮ່ວມ.​

                ໃນພິທີ,​ ທ່ານ ດວງປັນຍາ ວໍລະວົງ ໃນນາມຜູ້ຮ່ວມກໍ່ຕັ້ງ ແລະ ຕາງໜ້າບໍລິສັດ ຊຽວໝິວ ເທັກໂນໂລຢີ ຈໍາກັດ​ ໄດ້ໃຫ້ກຽດກ່າວຈຸດປະສົງ ແລະ ລາຍງານຄວາມເປັນມາຂອງໂຄງການ​ ວ່າ: ໂລກຂອງພວກເຮົາພວມຜ່ານຜ່າການປ່ຽນແປງຄັ້ງໃຫຍ່ ໂດຍສະເພາະສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ການຫັນປ່ຽນດ້ານພະລັງງານ ເຊິ່ງບໍ່ແມ່ນເລື່ອງໄກຕົວ, ແຕ່ເປັນໜ້າທີ່ຂອງທຸກຄົນທີ່ຈະຕ້ອງໄດ້ຮ່ວມ ມືກັນແກ້ໄຂ.​ ດ້ວຍແຮງບັນດານໃຈດັ່ງກ່າວ, ບໍລິສັດ ຊຽວໜີວ ເທັກໂນໂລຢີ ຈຳກັດ ຈຶ່ງໄດ້ສ້າງຕັ້ງ ແລະ ໄດ້ຮັບການຂຶ້ນທະບຽນວິສາຫະກິດຢ່າງເປັນທາງການ ໃນວັນທີ 24 ທັນວາ 2024​ ເປັນການຮ່ວມທຶນ​ ລະຫວ່າງ​ ນັກລົງທຶນລາວ ແລະ ນັກລົງທຶນຈາກ ສປ ຈີນ​ ໂດຍມີທຶນຈົດທະບຽນ 10 ຕື້ກີບ ເຊິ່ງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນແຮງກ້າ ທີ່ຈະນຳເອົາການບໍລິການດ້ານເທັກໂນໂລຢີທີ່ທັນສະໄໝ ແລະ ບໍລິການລົດໃຫ້ເຊົ່າທີ່ໄດ້ມາດຕະຖານສາກົນ ມາຮັບໃຊ້ສັງຄົມລາວ.​

            ທ່ານ ດວງປັນຍາ ວໍລະວົງ ກ່າວຕື່ມວ່າ: ລົດຖີບໄຟຟ້າຈະເປັນທາງເລືອກທີ່ຊ່ວຍປະຢັດຄ່າໃຊ້ຈ່າຍດ້ານພະລັງງານໃນການເດີນທາງປະຈຳວັນຢ່າງແທ້ຈິງ​ ທັງເປັນການຕອບແທນຄືນສູ່ຊຸມຊົນ,​ ບໍລິສັດ​ ໄດ້ຕັ້ງເປົ້າໝາຍແບ່ງປັນຜົນກຳໄລເຂົ້າໃນກິດຈະກໍາສາທາລະນະປະໂຫຍດ ເຊັ່ນ: ການສະໜັບສະໜູນການສຶກສາ, ການຊ່ວຍເຫຼືອສັງຄົມ ແລະ ການປູກຕົ້ນໄມ້ເພີ່ມພື້ນທີ່ສີຂຽວ.​ ພວກເຮົາເຊື່ອໝັ້ນ​ວ່າ​ ລົດຖີບໄຟຟ້າ ຮັບ ໃຊ້ສັງຄົມ ຈະເປັນສ່ວນໜຶ່ງໃນການຍົກລະດັບຊີວິດການເປັນຢູ່ຂອງຊາວນະຄອນປາກເຊ, ອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວທີ່ມາຢ້ຽມຢາມ ແລະ ສ້າງພາບລັກການເປັນເມືອງທັນສະໄໝພະລັງງານສະອາດ​ ໃຫ້ແກ່ແຂວງ ຈຳປາສັກ.​ ພ້ອມນີ້​ ກໍໄດ້ນໍາສະເໜີຂໍ້ມູນດ້ານເຕັກນິກ, ວິທີການນໍາໃຊ້ ແລະ ລະບົບແອັບພລິເຄຊັນ.​

          ໂອກາດນີ້,​ ທ່ານ​ ສະນັ່ນ​ ສີດາວົງ ກໍາມະການພັກແຂວງ​ ຫົວໜ້າ​ພະແນກການ​ເງິນແຂວງ​ ກໍມີກ່າວຄຳເຫັນວ່າ: ການເປີດໂຕລົດຖີບໄຟຟ້າຮັບໃຊ້ສັງຄົມຄັ້ງນີ້ ຖືເປັນບາດກ້າວອັນສໍາຄັນ ແລະ ເປັນຂີດໝາຍໃໝ່ ໃນການຫັນປ່ຽນວິຖີຊີວິດການສັນຈອນຂອງພໍ່ແມ່ປະຊາຊົນ, ນັກຮຽນ​ – ນັກສຶກສາ ລວມເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ກ້າວໄປສູ່ການນໍາໃຊ້ພະລັງງານສະອາດ ເພື່ອບັນລຸເປົ້າໝາຍຫຼຸດຜ່ອນມົນລະພິດ,​ ຊ່ວຍຫຼຸດຜ່ອນການປ່ອຍກາສເຮືອນແກ້ວ ແລະ ຄວັນພິດຈາກຍານພາຫະນະຕາມທ້ອງຖະໜົນ, ຮັກສາອາກາດທີ່ບໍລິສຸດໃຫ້ກັບຕົວເມືອງ; ເປັນທາງເລືອກໃໝ່ໃນການເດີນທາງທີ່ມີລາຄາປະຢັດ, ເໝາະສົມກັບທຸກເພດທຸກໄວ, ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນຊີວິດປະຈຳວັນຂອງປະຊາຊົນ.​ ນອກນີ້​ ກໍເພື່ອຍົກລະດັບພາບພົດການທ່ອງທ່ຽວ,​ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ຜ່ານການບໍລິການທີ່ ທັນສະໄໝ, ສະດວກສະບາຍ ແລະ ເປັນມິດຕໍ່ສິ່ງແວດລ້ອມ.​ ການຫັນມານໍາໃຊ້ລົດຖີບໄຟຟ້າ ຍັງເປັນການສະແດງເຖິງຄວາມສີວິໄລ ແລະ ຄວາມຮ່ວມມືຂອງທຸກພາກສ່ວນ ໃນການສ້າງສັງຄົມ.​ ເພື່ອເຮັດໃຫ້ໂຄງການນີ້ ດໍາເນີນໄປດ້ວຍຄວາມຮຽບຮ້ອຍ, ມີຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດຕໍ່ສັງຄົມ, ຂໍຮຽກຮ້ອງມາຍັງພາກສ່ວນຮັບຜິດຊອບ ແລະ ບໍລິສັດຜູ້ບໍລິການ​ ຈົ່ງເອົາໃຈໃສ່ໃນການຄຸ້ມຄອງ, ບຳລຸງຮັກສາລະບົບ ແລະ ຕົວລົດຖີບໄຟຟ້າໃຫ້ມີຄວາມພ້ອມ, ມີຄວາມປອດໄພ 100% ໃນການບໍລິການຢູ່ສະເໝີ,​ ພໍ່ແມ່ປະຊາຊົນ ແລະ ຜູ້ຊົມໃຊ້ທຸກທ່ານ: ຈົ່ງຮ່ວມກັນເປັນເຈົ້າການໃນການນໍາໃຊ້ຢ່າງມີສະຕິ, ຮັກສາ ຊັບສິນສ່ວນລວມ, ເຄົາລົບກົດລະບຽບການຈະລາຈອນຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຕົນເອງ ແລະ ຜູ້ຮ່ວມທາງ.
#ຕໍ່ມາ, ກໍໄດ້ຕັດແຖບຜ້າເປີດໂຕ ລົດຖີບໄຟຟ້າຢ່າງເປັນທາງການ.​ ຈາກນັ້ນ, ຄະນະປະທານ, ການນໍາຂັ້ນສູງ ແລະ ແຂກທີ່​ເຂົ້າຮ່ວມ​ພີລິທີ ກໍໄດ້ຢ້ຽມຊົມຜະລິດຕະພັນ ແລະ ທົດລອງຂັບຂີ່ລົດຖີບໄຟຟ້າຕົວຈິງ​​ ຕື່ມອີກ.

ຂ່າວ​-ພາບ​: ທູນທອງໃຈ​​

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa