
#ວັນທີ 17 ກັນຍາ 2026,ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງຈໍາປາສັກ ໄດ້ຈັດພິທີເຊື່ອມຊຶມເອກະສານວັນສໍາຄັນຂອງຊາດ, ຂອງພັກ ແລະ ຂອງສາກົນ. ພິທີຈັດຂຶ້ນຢູ່ຫ້ອງປະຊຸມຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ ບ້ານໂນນສະຫວ່າງ ນະຄອນປາກເຊອໂດຍກການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະຫາຍ ປອ.ເພັດສາຄອນ ຄໍສີສະຫວັດ ປະທານກວດກາຄະນະພັກຮາກຖານ ຮອງຫົວໜ້າພະແນກງອຄ ແຂວງ, ທ່ານ ປອ.ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນດາທ່ານຄະນະພັກ – ຄະນະພະແນກ ອຄ ແຂວງ, ການນໍາຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ການນໍາລັດວິສາຫະກິດໄຟຟ້າລາວ ສາຂາແຂວງຈຳປາສັກ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ໂຮງງານຜະລິດເສົາເບຕົງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຈໍາປາສັກ, ການນໍາເຂື່ອນໄຟຟ້າ ທີ່ຂຶ້ນກັບ, ຄະນະໜ່ວຍພັກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, , ສະມາຊິກພັກ ທີ່ຂື້ນກັບຄະນະພັກ ຮາກຖານພະແນກ ອຄ ແຂວງ ເຂົ້າຮ່ວມ.

#ໃນພິທີ ໄດ້ເຜີຍແຜ່ເອກະສານຮັບຮອງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ Iຄະນະພັກຮາກຖານພະແນກອຸດ ສາຫະກຳ ແລະ ການຄາແຂວງ,ມະຕິ 67/ຄບສພ ວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້, ການຟຸມເຟືອຍ ໃນກົງຈັກການຈັດຕັ້ງພັກ – ລັດ ແລະ ສັງຄົມ, ໃຫ້ກຽດບັນລະຍາຍໂດຍ ສະຫາຍ ປອ.ເພັດສາຄອນ ຄໍສີສະຫວັດ ປະທານກວດກາຄະນະພັກຮາກຖານ ຮອງຫົວໜ້າພະແນກ ອຄ. ພ້ອມນີ້, ຍັງໄດ້ເຜີຍແຜ່ເອກະສານກ່ຽວກັບການກະກຽມປະເມີນໝ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026,
ເອກະສານວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9/9./2002 – 9/9/2026). ໃຫ້ກຽດບັນລະຍາຍເອກະສານໂດຍທ່ານ ປອ.ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
#ໃນພິທີ, ຍັງໄດ້ເຜີຍແຜ່ເອກະສານວັນເກີດທ່ານ ພີແດນ ກາສໂຕຣຣຸດສ ຄົບຮອບ 100 ປີ(13./8/1926 – 13/8/2026); ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ(2/9/1945 – 2/9/2026);
ວັນສື່ມວນຊົນແຫ່ງຊາດ ແລະ ວັນພີມຈໍາໜ່າຍ ຄົບຮອບ 76 ປີ(13/8/1950 – 13/8/2026); ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ(13/8/1950 – 13/8/2026); ເອກະສານວັນຍຶດອໍານາດທົ່ວປະເທດ ຄົບຮອບ 81 ປີ ແລະຄົບຮອບ 51 ປີ (23/8/1945 – 23/8/2026) ແລະ (23/8/1975 – 23/8/2026).

#ຈຸດປະສົງ ກໍເພື່ອເຮັດໃຫ້ການນໍາຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານ - ລັດຖະກອນພາຍໃນພະແນກ ອຄ ແຂວງ ໄດ້ຮັບຮູ້, ເຊື່ອມຊຶມ ຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນເອກະສານທີ່ນໍາມາເຜີຍແຜ່, ກໍາແໜ້ນບັນດາແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກໍາໄດ້ສະພາບການ ແລະ ໜ້າທີ່ຂອງຕົນຢ່າງທົ່ວເຖິງ, ເລິກເຊິ່ງ ພ້ອມທັງເປັນເຈົ້າການຕອບຕ້ານການໂຄສະນາບິດເບືອນ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກໍາລັງປໍລະປັກ, ຍົກສູງການນໍາພາຂອງພັກ ໃຫ້ມີຄວາມເຂັ້ມແຂງ, ສ້າງໃຫ້ສະມາຊິກພັກທຸກຂັ້ນ ມີການຫັນປ່ຽນຢ່າງເລິກເຊິ່ງ, ມີຄວາມເຂັ້ມແຂງ ທັງເປັນການຮຽນຮູ້ທາງດ້ານທິດສະດີ ເພື່ອກຽມພ້ອມທາງດ້ານແນວຄິດ - ການກະທໍາ ແລະ ນໍາເອົາເນື້ອໃນຈິດໃຈບັນດາເອກະສານທີ່ນໍາມາເຜີຍແຜ່ ໄປໝູນໃຊ້ ເຂົ້າໃນການຈັດຕັ້ງປະຈິບັດວຽກງານຕົວຈິງທີ່ຕົນຮັບຜິດຊອບ ໃຫ້ມີຜົໄນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
* ຂ່າວ -ພາບ: ທູນທອງໃຈ *