ພະແນກ​ ອຄ​ ແຂວງຈໍາປາສັກ​ເຊື່ອມຊຶມເອກະສານວັນສໍາຄັນຂອງຊາດ, ຂອງພັກ​ ແລະ​ ຂອງສາກົນ


#ວັນທີ 17 ກັນຍາ 2026,​ພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ (ອຄ)​ ແຂວງຈໍາປາສັກ ໄດ້ຈັດພິທີ​ເຊື່ອມຊຶມເອກະສານວັນສໍາຄັນຂອງຊາດ, ຂອງພັກ​ ແລະ​ ຂອງສາກົນ.​ ພິທີຈັດຂຶ້ນຢູ່ຫ້ອງປະຊຸມຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ ບ້ານໂນນສະຫວ່າງ ນະຄອນ​ປາກເຊ​ອໂດຍກການໃຫ້ກຽດເຂົ້າຮ່ວມຂອງທ່ານ​ ສະຫາຍ ປອ.​ເພັດສາຄອນ ຄໍສີສະຫວັດ ປະທານກວດກາຄະນະພັກຮາກຖານ ຮອງຫົວໜ້າ​ພະແນກ​ງ​ອຄ​ ແຂວງ,​ ທ່ານ​ ປອ.​ວັນນະ​ລາ​ ສຸດທິຈັກ​ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.​ ມີບັນດາທ່ານຄະນະພັກ​ – ຄະນະພະແນກ​ ອຄ​ ແຂວງ​, ການນໍາຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ການນໍາລັດວິສາຫະກິດໄຟຟ້າລາວ ສາຂາແຂວງຈຳປາສັກ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ໂຮງງານຜະລິດເສົາເບຕົງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ສາຂາແຂວງຈໍາປາສັກ, ການນໍາເຂື່ອນໄຟຟ້າ ທີ່ຂຶ້ນກັບ,​ ຄະນະໜ່ວຍພັກ,​ ຫົວໜ້າຂະແໜງ, ຮອງຫົວໜ້າ​ຂະແໜງ, , ສະມາຊິກພັກ ທີ່ຂື້ນກັບຄະນະພັກ ຮາກຖານພະແນກ​ ອຄ​ ແຂວງ​ ເຂົ້າຮ່ວມ.​


#ໃນພິທີ​ ໄດ້ເຜີຍແຜ່ເອກະສານຮັບຮອງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ I​ຄະນະພັກຮາກຖານພະແນກອຸດ ສາຫະກຳ ແລະ ການຄາແຂວງ,​ມະຕິ 67/ຄບສພ ວ່າດ້ວຍການເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້, ການຟຸມເຟືອຍ ໃນກົງຈັກການຈັດຕັ້ງພັກ​ – ລັດ ແລະ ສັງຄົມ,​ ໃຫ້ກຽດບັນລະຍາຍໂດຍ​ ສະຫາຍ ປອ.​ເພັດສາຄອນ ຄໍສີສະຫວັດ ປະທານກວດກາຄະນະພັກຮາກຖານ ຮອງຫົວໜ້າ​ພະແນກ​ ອຄ. ພ້ອມນີ້, ຍັງໄດ້ເຜີຍແຜ່ເອກະສານກ່ຽວກັບການກະກຽມປະເມີນໝ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026,​
ເອກະສານ​ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ​ ຄົບຮອບ 24 ປີ​ (9/9./2002 – 9/9/2026). ໃຫ້ກຽດ​ບັນລະຍາຍເອກະສານໂດຍທ່ານ​ ປອ.​ວັນນະ​ລາ​ ສຸດທິຈັກ​ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.​
#ໃນພິທີ,​ ຍັງໄດ້ເຜີຍແຜ່ເອກະສານວັນເກີດທ່ານ ພີແດນ ກາສໂຕຣຣຸດສ​ ຄົບຮອບ 100 ປີ​(13./8/1926 – 13/8/2026); ວັນຊາດ ສສ ຫວຽດນາມ​ ຄົບຮອບ 81 ປີ​(2/9/1945 – 2/9/2026);
ວັນສື່ມວນຊົນແຫ່ງຊາດ ແລະ ວັນພີມຈໍາໜ່າຍ​ ຄົບຮອບ 76 ປີ​(13/8/1950 – 13/8/2026); ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ​(13/8/1950 – 13/8/2026); ເອກະສານວັນຍຶດອໍານາດທົ່ວປະເທດ​ ຄົບຮອບ 81 ປີ ແລະຄົບຮອບ 51 ປີ​ (23/8/1945 – 23/8/2026) ແລະ (23/8/1975 – 23/8/2026).


#ຈຸດປະສົງ​ ກໍເພື່ອເຮັດໃຫ້ການນໍາຫຼັກແຫຼ່ງ,​ ສະມາຊິກພັກ, ພະນັກງານ​ -​ ລັດຖະກອນ​ພາຍໃນ​ພະແນກ​ ອຄ​ ແຂວງ​ ໄດ້ຮັບຮູ້, ເຊື່ອມຊຶມ ຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນເອກະສານທີ່ນໍາມາເຜີຍແຜ່, ກໍາແໜ້ນບັນດາແນວທາງ, ແຜນນະໂຍບາຍຂອງພັກ,​ ລະບຽບກົດໝາຍຂອງລັດ, ກໍາໄດ້ສະພາບການ ແລະ ໜ້າທີ່ຂອງຕົນຢ່າງທົ່ວເຖິງ, ເລິກເຊິ່ງ ພ້ອມທັງເປັນເຈົ້າການຕອບຕ້ານການໂຄສະນາບິດເບືອນ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກໍາລັງປໍລະປັກ, ຍົກສູງການນໍາພາຂອງພັກ ໃຫ້ມີຄວາມເຂັ້ມແຂງ, ສ້າງໃຫ້ສະມາຊິກພັກທຸກຂັ້ນ ມີການຫັນປ່ຽນຢ່າງເລິກເຊິ່ງ, ມີຄວາມເຂັ້ມແຂງ ທັງເປັນການຮຽນຮູ້ທາງດ້ານທິດສະດີ​ ເພື່ອກຽມພ້ອມທາງດ້ານແນວຄິດ -​ ການກະທໍາ ແລະ​ ນໍາເອົາເນື້ອໃນ​ຈິດໃຈ​ບັນດາເອກະສານ​ທີ່ນໍາມາເຜີຍແຜ່ ໄປໝູນໃຊ້ ເຂົ້າໃນການຈັດຕັ້ງປະຈິບັດວຽກງານຕົວຈິງທີ່ຕົນຮັບຜິດຊອບ​ ໃຫ້ມີຜົໄນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
* ຂ່າວ -​ພາບ: ທູນທອງໃຈ​ *

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa