
ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 9 ສິງຫາ 2024 ຢູ່ທີ່ຫ້ອງການຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະມາຊິກກຳມະບານ ຮາກຖານ ຂື້ນພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ສາຍສະໝອນ ຄຳພາປັດ ຮອງປະທານ ສະຫະພັນກຳມະບານແຂວງ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍປະທານ, ຮອງປະທານກຳມະບານຮາກຖານ, ບັນດາແຂກ, ສະຫາຍຜູ້ແທນກອງປະຊຸມ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 13 ສະຫາຍ.




ໃນພິທີ ສະຫາຍ ພະຄຳ ໂສມພັນດີ ຕ່າງໜ້າ ຂະແໜງຈັດຕັ້ງກວດກາ ແລະ ຂະບວນການ ຂອງສະຫະພັນກຳມະບານແຂວງ ໄດ້ຜ່ານຂໍ້ຕົກລົງອະນຸມັດເປີດກອງປະຊຸມໃຫ່ຍຄັ້ງທີ VII, ຈາກນັ້ນ ສະຫາຍ ສົມພອນ ວິໄລສົມ ປະທານກຳມະບານ ກໍໄດ້ຂື້ນກ່າວເປີດກອງປະຊຸມ ແລະ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ ເຊີ່ງໄດ້ຍົກໃຫ້ເຫັນ ຈຸດດີ ຈຸດອອ່ນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພອ້ມນັ້ນກໍ່ໄດ້ກຳນົດທິດທາງແຜນການໃນຕໍ່ໜ້າ ແລະ ຄະນະປະທານຊຸດເກົ່າກໍ່ໄດ້ຂື້ນຮັບໃບຢັ້ງຢືນ 5 ເປັນເຈົ້າ ໂດຍໃຫ້ກຽດມອບ ຂອງທ່ານ ນາງ ສາຍສະໝອນ ຄຳພາປັດ ຮອງປະທານສະຫະພັນກຳມະບານ, ທ່ານ ຄຳປະສົງ ພົມມະວົງ ຮອງປະທານກຳມະບານຂຶ້ນຜ່ານບົດສຳຫຼວດ ແລະ ກ່າວລາໜ້າທີ່.



ຈາກນັ້ນກອງປະຊຸມກໍໃຊ້ສິດປະຊາທິປະໄຕໃນການປ່ອນຄັດເລືອກເອົາຄະນະກຳມະບານຮາກຖານ ຊຸດໃໝ່ ເຊີ່ງມີຜູ້ລົງສະໝັກເລືອກຕັ້ງທັງໜົດ 5 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 3 ສະຫາຍ. ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບ ເລືອກເອົາຄື:
1. ສະຫາຍ ຄຳປະສົງ ພົມມະວົງ ເປັນປະທານກຳມະບານ ຄັ້ງທີ VII.
2. ສະຫາຍ ສົມສະໜຸກ ສຸດສະດາ ເປັນຮອງປະທານ ທັງເປັນປະທານກວດກາ.
3. ສະຫາຍ ເດດດາວັນ ກອ້ນຄຳມະວົງ ເປັນຄະນະ.
ໃນຕອນທ້າຍເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍຄວາມສຳຄັນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ ສະຫາຍ ນາງ ສາຍສະໝອນ ຄຳພາປັດ ຮອງປະທານສະຫະພັນກຳມະບານແຂວງ ປະທານກອງປະຊຸມ ໄດ້ມີຄຳເຫັນໂອ້ລົມເພື່ອໃຫ້ຄຳໂອວາດ ຕໍ່ກອງປະຊຸມ.


