ທ່ານ ນ. ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳວຽກງານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ລົງເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກ

            ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ກໍຄື ການນໍາໃຊ້ສື່ທີ່ທັນສະໄໝ (ເວັບໄຊ) ເຂົ້າໃນວຽກງານໂຄສະນາ ນັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ ຂອງວຽກງານ ການເມືອງ-ແນວຄິດຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາ ອົບຮົມ ໃຫ້ເປັນ ທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍຸກ 4.0, ແນໃສ່ເຮັດໃຫ້ພະນັກງານ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງມີຄວາມຮູ້, ຄວາມ ສາມາດທາງດ້ານວຽກງານສື່ທີ່ທັນສະໄໝ ເຊັ່ນ: ການພັດທະນາເວັບໄຊ, ການຄຸ້ມຄອງລະບົບເວັບໄຊ ເພື່ອເຮັດ ໃຫ້ການນໍາໃຊ້ສື່ສະດວກວ່ອງໄວທັນເຫດການ ແລະມີຄວາມເຂົ້າໃຈເລີກເຊິ່ງເຖິງບົດບາດຂອງເຕັກໂນໂລມຊີຂໍ້ມູນຂ່າວສານໃນປັດຈຸບັນ.

           ໃນວັນທີ 09 ມິຖຸນາ 2025 ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນຕຸລາຮັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານ ໄດ້ລົງເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກໂດຍໄດ້ຮັບການຕ້ອນຮັບຢ່າງອົບຮົມອຸ່ນຈາກຄະນະໂຄສະນາອົບຮົມແຂວງ ຈໍາປາສັກ.

 

         ໃນກອງປະຊຸມ ທ່ານ ວັນນະລາ ສຸດທິຈັກ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນລາຍງານສະພາບລວມແລະການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕນິກໃນໄລຍະຜ່ານມາ ນັບທັງຜົນສໍາເລັດ,ດ້ານດີ, ດ້ານຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ,ພ້ອມນັ້ນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບົດຮຽນກ່ຽວກັບການການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ແບບໃໝ່ ຈາກທ່ານຫົວໜ້າກົມຂໍ້ມູນຂ່າວສານແລະຝຶກອົບຮົມ ,ໃນຕອນທ້າຍ ຂອງກອງປະຊຸມ ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍຍັງໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດສໍາລັບການເຄື່ອນໄຫວວຽກງານໂຄສະນາອົບຮົມກໍ່ຄືວຽກງານຂໍ້ມູນຂ່າວສານໃນຕໍ່ໜ້າ ເພື່ອການຫັນເປັນທັນສະໄໝ.

           ໃນໂອກາດດຽວກັນ ຄະນະໂຄສະນາອົບຮົມແຂວງ ຍັງໄດ້ຮັບການຕິດຕາມກວດກາດ້ານເຕັນນິກຕ່າງໆຈາກຄະນະວິຊາການຂອງກົມ ເປັນຕົ້ນ ກວດກາເຕັກນິກເວັບໄຊ, ເຕັກນິກດ້ານໄອທີ, ລະບົບເຄືອຄ່າຍອິນເຕີເນັດ ແລະ ການຈັດສັນຫ້ອງສະໝຸດ ຫຼືອີບຸກ.   ຈາກນັ້ນ, ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະຈາກກົມຂໍ້ມູນຂ່າວສານ ແລະຄະນະໂຄສະນາອົບຮົມແຂວງ ບັງໄດ້ລົງຕິດຕາມ ຊຸກຍູ້ວຽກງານຢູ່ຄະນະໂຄສະນາອົບຮົມເມືອງບາຈຽງຈະເລີນວຸກອີກດ້ວຍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa