
ໃນວັນທີ13 ສິງຫາ 2025 ຄະນະໂຄສະນາເມືອງຈຳປາສັກ ປະສານສົມທົບກັບຫ້ອງການແນວລາວສ້າງຊາດ ຈັດພິທີ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ບໍລິຫານງານພັກເມືອງຈຳປາສັກ ຄັ້ງທີ III ສະໄໝທີ IX ຂອງເມືອງ ແລະ ປາຖະກະຖາ 3 ວັນປະຫວັດສາດຄື: ວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 116 ປີ ( 13.7.1909-13.7.2025 ), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ( 13.8.1950-13.8.2025 ), ວັນເຊັນສັນຍາມິດຕະພາບ-ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 48 ປີ ແລະ 63 ປີ ( 18.71977-18.7.2025 ແລະ 5.9.1962-5.9.2025 ).
ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງສະຫາຍ ວິໄລສັກ ສູນທອນ ເລຂາພັກເມືອງໆຈຳປາສັກ, ສະຫາຍ ສຸກິດຕາ ອິນທະຈັກ ຮອງເລຂາພັກເມືອງ, ສະຫາຍ ຄຳພູ ສີພົມມາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກ ພັກພະນັກງານ, ສະຫາຍ ນາງ ອໍລະໄທ ຄຳບຸດດາ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ເຂົ້າຮ່ວມມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ , ຫົວໜ້າຫ້ອງການ ,ຮອງຫ້ອງການ, ນາຍພົນທະຫານ, ນາຍພົນຕຳຫຼວດ, ພະນັກງານຫັນລົງກໍ່ສ້າງຮາກຖານແຂວງປະຈຳເມືອງ, ພະສົງ 8 ອົງ, ເລຂາຄະນະພັກຮາກຖານກຸ່ມ I ຈຳປາສັກ ກຸ່ມ II ໜອງວຽນ ເລຂາພັກບ້ານທັງ 2ກຸ່ມ, ເລຂາໜ່ວຍພັກໂຮງຮຽນ, ໂຮງໝໍ, ພ້ອມດ້ວຍພະນັກງານລັດຖກອນທັງໝົດເຂົ້າຮ່ວມຢ່າງຟົດຟຶ້ນ ຈຳນວນພົນທັງໝົດ 224 ເທື່ອຄົນ ຍິງ 112 ສະມາຊິກພັກ 181 ສະຫາຍ ຍິງ 83 ສະຫາຍ.



