
ໃນວັນທີ 17 ກໍລະກົດ 2024 ທີ່ຜ່ານມາ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຕ່າງໆຂອງພັກຂອງຊາດມີ: ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ, ວັນເຊັນສົນທິສັນຍາ ມິດຕະພາບ-ຮ່ວມມືຫວຽດນາມ ວັນສ້າງຕັ້ງພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 62ປີ, ວັນຄ້າຍວັນເກີດ ທ່ານ ເຈເກວາຣາ ຄົບຮອບ 96ປີ.


ໂດຍເປັນປະທານ ຂອງທ່ານ ພິມພອນ ພັນດານຸວົງ ກຳມະການພັກເເຂວງ ເລຂາພັກເມືອງ ເຈົ້າເມືອງໆປາກຊ່ອງ ພິທີໄດ້ຈັດຂື້ນທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮວ່ມຫວນຄືນມູນເຊື້ອວັນສຳຄັນດັ່ງກ່າວ ໂດຍທ່ານ ຊັບພະທິບ ໄຊຍະວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ທ່ານ ກີ່ງເເກ້ວ ເພັດນ້ຳໂຂງ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີ ທ່ານ ປອ ວັນນະລາ ສຸດທິຈັກ ປະທານກວດກາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພະນັກງານລົງກໍ່ສ້າງຮາກຖານເມືອງ,
ມີ ບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ນາຍ ເເລະ ພົນທະຫານ, ນາຍເເລະ ພົນຕຳຫຼວດ, ເລຂາຄະນະພັກຮາກຖານພ້ອມດ້ວຍພະນັກງານສະມາຊິກພັກ ວິຊາການເຂົ້າຮ່ວມທັງຫມົດ 125 ສະຫາຍ ຍິງ 49 ສະຫາຍ.
