ແຂວງຈຳປາສັກ ຈັດພິທີ ຈັດຕັ້ງເຊື່ອມຊືມ ແລະ ປາຖະກະຖາ
ວັນສຳຄັນ ຂອງພັກ-ຂອງຊາດ

ໃນຕອນເຊົ້າ ຂອງວັນທີ 29 ຕຸລາ 2024 ຢູ່ທີ່ສະໂມສອນຫັຼກ 4 ແຂວງຈຳປາສັກ ໄດ້ຈັດຕັ້ງເຊື່ອມຊືມ ແລະ ປາຖະກະຖາວັນສຳຄັນ ຂອງພັກ-ຂອງຊາດ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ສາຍທອງ ໄຊຍະວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມຮັບຟັງ ມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫົຽບ, ສາມະຄົມຈີນ, ພ້ອມດ້ວຍພະນັກງານນຳພາ-ຫັຼກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມຈຳນວນທັງໝົດ 315 ທ່ານ, ຍິງ 65 ທ່ານ.

ໃນໂອກາດນີ້ ທ່ານ ປອ. ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໃຫ້ກຽດຂື້ນເຜີຍແຜ່ແມ່ບົດວ່າດ້ວຍການສ້າງຄູ່ຮ່ວມສະຕາກຳລາວ-ຈີນ ສະບັບປີ 2024-2028 ແລະ ວັນຊາດ ສປ ຈີນ ຄົບຮອບ 75ປີ.

ວາລະຕໍ່ມາ ທ່ານ ນາງ ວາດສະໜາ ສີລິມາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງແຂວງ ກໍ່ໃຫ້ກຽດຂື້ນປາຖະກະຖາວັນປະກາດເອກະລາດ ຄົບຮອບ 79ປີ ແລະ ປາຖະກະຖາ ວັນສ້າງຕັ້ງການທູດລາວ ຄົບຮອບ 79ປີ.

ຈາກນັ້ນ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ຂື້ນປາຖະກະຖາລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຂອງ ສປປ ລາວ ຄົບຮອບ 37ປີ ແລະ ຄົບຮອບ 21ປີ.



ໃນວາລະຕອນທ້າຍຂອງກອງປະຊຸມ ທ່ານປະທານ ກໍ່ໄດ້ມີຄຳເຫັນໂອ້ລົມເຖິງຈຸດປະສົງໃນການຈັດຕັ້ງປາຖະກະຖາໃນຄັ້ງນີ້, ກໍ່ເພື່ອເປັນການຫວນຄືນມູນເຊື້ອວັນສຳຄັນ ຂອງຊາດ-ຂອງພັກ ເພື່ອເຮັດໃຫ້ບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານຕຳຫຼວດ, ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບຄວາມໝາຍຄວາມສໍາຄັນຂອງວັນປະຫວັດສາດທີ່ສໍາຄັນ ແລະ ຮັບຮູ້ປະຫວັດຄວາມເປັນມາ, ກ່ອນຈະມີປະເທດທີ່ເປັນເອກະລາດ ອະທິປະໄຕອັນຄົບຖ້ວນໃນປະຈຸບັນ ແມ່ນຕ້ອງໄດ້ຜ່ານຜ່າອຸປະສັກຕ່າງໆ ໂດຍການນໍາພາອັນສະຫຼາດສ່ອງໃສຂອງພັກ ກໍ່ຄື ຜູ້ນຳນັກຮົບທີ່ມີນ້ຳໃຈເສຍສະຫຼະຊີວິດ, ເລືອດເນື້ອ ຂອງນັກຮົບປະຕິວັດ ຈຶ່ງເຮັດໃຫ້ສາມາດປົດປ່ອຍປະເທດຊາດ ຍາດເອົາເອກະລາດມາໄດ້ຈົນເຖິງປະຈຸບັນ.
