Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ລະຫ່ວາງ ກົມຂໍ້ມູນຂ່າວສານ ຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ. -

ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ລະຫ່ວາງ ກົມຂໍ້ມູນຂ່າວສານ ຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ.

        ໃນຕອນເຊົ້າ ຂອງວັນທີ 27 ມີຖຸນາ 2024 ຂະແໜງຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມແຂວງຈຳປາສັກ ນຳໂດຍ ທ່ານ ດໍຣາ ສີສົມບູນ ຮັກສາການຫົວໜ້າຂະແໜງຂໍ້ມູນຂ່າວສານ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວໂຄສະນາອົບຮົມຜ່ານສື່ເອເລັກໂຕນິກ ( ເວບໄຊ ) ປະຈຳໄຕມາດ II ປະຈຳປີ 2024 ໂດຍຜ່ານລະບົບກອງປະຊຸມທາງໄກ ລະຫ່ວາງ ກົມຂໍ້ມູນຂ່າວສານຄະນະໂຄສະນາສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງທົ່ວປະເທດ.

ພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາສູນກາງພັກ ປະທານກວດກາພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຄະນະໂຄສະນາອົົບຮົມສູນກາງພັກ ມີ ບັນດາທ່ານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາຜູ້ຮັບຜິດຊອບວຽກງານເວັບໄຊ໋ ຂອງ (ຄະນະໂຄສະນາອົບຮົມແຂວງ) ໃນທົ່ວປະເທດເຂົ້າຮ່ວມ.

        ກອງປະຊຸມດັ່ງກ່າວ ແມ່ນການສ່ອງແສງລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ໂຄສະນາຜ່ານສື່ເອເລັກໂຕຼນິກ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມແຂວງ  ໃນທົ່ວປະເທດ; ເຊິ່ງໄດ້ມີທັງຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການປະຈຳໄຕມາດ III ຂອງແຕ່ລະແຂວງ, ເພື່ອຖອດຖອນບົດຮຽນ ກ້າວສູ່ການຫັນເປັນທັນສະໄໝ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ໂດຍສະເພາະວຽກງານ ການເມືອງ-ແນວຄິດ ໃນໄລຍະໃໝ່, ພ້ອມທັງກຳນົດທິດທາງແຜນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນປີຕໍ່ໜ້າ ຂອງວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມແຕ່ລະແຂວງໃນທົ່ວປະເທດ ໃຫ້ດີຂຶ້ນກວ່າເກົ່າ.

#. ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ຮຽກຮ້ອງມາຍັງກອງປະຊຸມໃຫ້ເອົາໃຈໃສ່ບາງບັນຫາ:

1. ຕິດຕາມກວດກາຄືນການເຄືີ່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງແຂວງຕົນ ກ່ຽວກັບບັນດາເມນູ, ຄໍລໍາຕ່າງໆ ໃຫ້ມີການອັບເດດໃຫມ່ຕະຫຼອດ ແລະ ປະດິດສ້າງໃຫ້ມີສີສັນ.

2. ສ້າງການພົວພັນ ແລະ ປະສານງານຢ່າງເປັນປົກກະຕິລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ, ບົດຂ່າວການເຄືີ່ອນໄຫວຂອງເມືອງ, ລົງໃນເວັບໄຊ ທັງເປັນການກໍ່ສ້າງພະນັກງານໃນຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນກ້າວຫັນສູ່ເປັນທັນສະໄໝໃນວຽກງານໂຄສະນາອົບຮົມ.

3. ເພີ່ມທະວີ ການພົວພັນປະສານງານລະຫວ່າງຜູ້ຮັບຜິດຊອບເວັບໄຊ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດຊອບທາງສູນກາງ ເພື່ອຫາວິທີທາງແກ້ໄຂຢ່າງຮີບດ່ວນ ເພື່ອ ເສີມຂະຫຍາຍດ້ານດີຢ່າງຕັ້ງໜ້າ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃຫ້ສໍາເລັດໄປເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa