Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ແຂວງຈຳປາສັກ ຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ -

ແຂວງຈຳປາສັກ ຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່

     ໃນຕອນເຊົ້າຂອງວັນທີ 26 ມີຖຸນາ ປີ 2024 ແຂວງຈໍາປາສັກໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ ຄັ້ງທີ 8 ສະໄໝທີ XI ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃນທົ່ວແຂວງຈຳປາສັກ, ຂຶ້ນທີ່ສະໂມສອນຫຼັກ 4 ຂອງແຂວງ. ໃຫ້ກຽດເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຈຳປາສັກ, 

          ເຂົ້າຮ່ວມມີ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການກົມກອງອອ້ມຂ້າງແຂວງ, ກຳລັງ ປກສ-ປກຊ, ການນຳນະຄອນ ແລະ ເມືອງ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ ຈຳນວນ 448 ສະຫາຍ, ຍິງ 43 ສະຫາຍ.

        ໃນອກາດນີ້ ສະຫາະນັ່ນ ສີພາ ພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິ ວ່າດ້ວຍການຮັບຮອງ ເອົາການເລືອກຕັ້ງ ເຈົ້າແຂວງຈຳປາສັກ, ສະບັບເລກທີ 10/ສພຂ.ຈສ ລົງວັນທີ 21 ພຶດສະພາ 2024. ຈາກນັ້ນ ສະຫາຍເລຂາພັກແຂວງ ກໍ່ໄດ້ຂຶ້ນເຜີຍແຜ່ເອກະສານສູນກາງພັກ ແລະ ລັດຖະບານ:

  1. ມະຕິກອງປະຊຸມຄົບ ຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກສະໄໝ ທີ XI;
  2. ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທ 04/ ກມສພ ວ່າດວ້ຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່.
  3. ມະຕິຂອງລັດຖະບານ ສະບັບເລກທີ 05/ລບ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ການຜັນຂະຫຍາຍມະຕິຂອງສູນກາງພັກ-ລັດຖະບານ ມາເປັນຂອງອົງຄະນະພັກ-ອົງການປົກຄອງແຂວງ.

ສະຫາຍເລຂາ ພັກແຂວງໄດ້ຕີລາຄາສູງຄວາມໝາຍຄວາມສຳຄັນຂອງບັນດາມະຕິທີ່ເຜີຍແຜ່ ເພື່ອໃຫ້ພະນັກງານການນຳຫຼັກແຫຼ່ງ ໄດ້ຮັບຮູ້ ເຂົ້າໃຈ ແລະ ກຳໄດ້ເນື້ອໃນຢ່າງເລິກເຊີ່ງພ້ອມກັນນຳໄປສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຜົນດີ ພ້ອມນີ້ກໍ່ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະພັກ ອຳນາດການປົກຄອງແຂວງ ກໍ່ຄືທົ່ວແຂວງຈຳປາສັກໃຫ້ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດ ເພື່ອແບ່ງຄວາມຮັລຜິດຊອບ ຄະນະພັກຄະນະນຳ ຕ້ອງເປັນເປັນແບບຢ່າງໃນການຈັດຕັ້ງປະຕິບັດຂອງ ( ສອຈ ) ພະແນກການຕ້ອງກໍານົດເປັນແຜນງານ ຈັດຕັ້ງປະຕິບັດລະອຽດ ອົງການຈັດຕັງມະຫາຊົນຕ້ອງເຕົ້າໂຮມຄວາມສາມັກຄີ ປຸກລະດົມຂົນຂວາຍ ເປັນກຳລັງໃນການຈັດຕັ້ງປະຕິບັດ.

#ໃນຕອນທ້າຍ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ກໍ່ໄດ້ຮ່ວມຈັບມືກັບບັນດາຄະນະພັກຄະນະນຳ ທົ່ວແຂວງຈຳປາສັກ ເພື່ອຮ່ວມກັນຈັດຕັ້ງປະຕິບັດ (ສອຈ) ໃຫ້ມີຜົນສຳເລັດພາໃຫ້ເສດຖະກິດຂອງແຂວງຈຳປາສັກ ຂະຫຍາຍຕົວດີຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa