Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ທ່ານຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ແຂວງຈໍາປາສັກ -

ທ່ານຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ແຂວງຈໍາປາສັກ

            ໃນລະຫວ່າງວັນທີ 23 ກຸມພາ-ວັນທີ 01 ມີນາ 2025 ທີ່ຜ່ານມາ, ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ລົງເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ແຂວງຈໍາປາສັກ

            ໂດຍໃນຕອນເຊົ້າ ຂອງວັນທີ 24 ກຸມພາ 2025 ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ສຸປານີ ສິລິປຸ່ນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເພື່ອແຈ້ງຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ ໄດ້ຮັບຊາບ. ຈຸດປະສົງຕົ້ນຕໍ່ຂອງການເຄື່ອນໄຫວຢູ່ແຂວງຈໍາປາສັກ ໃນເທື່ອນີ້ ກໍເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄໍາສັ່ງ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມູນເຊື້ອຂອງພັກຂອງຊາດ ແລະ ສາລະຄະດີຕົວແບບທີ່ດີເດັ່ນໃນດ້ານຕ່າງໆ ໃຫ້ແກ່ອໍານາດການປົກຄອງບ້ານ, ພະນັກງານ, ສະມາຊິກພັກ, ປະຊາຊົນ, ນັກຮຽນ, ຊາວໜຸ່ມ, ເຍົາວະຊົນ; ຕິດພັນກັບການສ້າງຂະບວນການຂໍານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ປຸກລະດົມຂົນຂວາຍປະຊາຊົນຢູ່ຮາກຖານໃຫ້ມີຄວາມຕື່ນຕົວ ເປັນເຈົ້າການຈັດຕັ້ງປະຕິບັດ ຕາມແນວທາງນະໂຍບາຍ ຂອງພັກ-ລັດ ແລະ ສ້າງສາພັດທະນາຊີວິດການເປັນຢູ່ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ ແລະ ອື່ນໆ; ພ້ອມດຽວກັນກໍເພື່ອເກັບກໍາຂໍ້ມູນ, ຖ່າຍທໍາຄອບຄົວຕົວແບບ ໃນການປູກຝັງ-ລ້ຽງສັດ, ຫັດຖະກໍາ, ການສ້າງຄອບຄົວພັດທະນາ ຢູ່ຮາກຖານບ້ານ ເພື່ອສ້າງເປັນສາລະຄະດີໂຄສະນາເຜີຍແຜ່ໃນຂອບເຂດທົ່ວປະເທດ.

         ໃນຕ່ອນບ່າຍຂອງວັນດຽວກັນ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຂອງຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ ເຂົ້າພົບການນໍາຂອງເມືອງ ແລະ ລົງເຄື່ອນໄຫວຢູ່ກຸ່ມບ້ານ ໃນ 2 ເມືອງຄື: ເມືອງໂຂງ (ບ້ານນາ ແລະ ບ້ານຂະເໝົາໂພນຈໍາປາ), ເມືອງມຸນລະປາໂມກ (ບ້ານນາດີ ແລະ ບ້ານສະພັງເໜືອ) ດ້ວຍການສາຍຮູບເງົາກ່ຽວກັບມູນເຊື້ອຂອງພັກຂອງຊາດ, ກ່ຽວກັບຜົນງານ ຜົນສໍາເລັດໃນການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະຜ່ານມາ, ວິທີການປູກ-ການລ້ຽງ, ຫັດຖະກໍາຂອງຄອບຄົວ, ຕົວແບບໃນການຜະລິດເປັນສິນຄ້າຜົນຮ້າຍຂອງຢາເສບຕິດ, ເຜີຍແຜ່ສິລະປະວັດທະນະທໍາຂອງຊາດຂອງເຜົ່າ, ສາລະຄະດີການສ້າງບ້ານພັດທະນາ ແລະ ອື່ນໆ.

      ພ້ອມນັ້ນ, ກໍໄດ້ເກັບກໍາຂໍ້ມູນ, ຖ່າຍທໍາວີດີໂອ, ສໍາພາດອໍານາດການປົກຄອງບ້ານ ແລະ ສໍາພາດ ຄອບຄົວຕົວແບບ, ເມືອງໂຂງມີຄອບຄົວ ທ່ານ ຄໍາພັນ ສິດມະນີ ຄອບຄົວຕົວແບບໃນການຜະລິດເຂົ້າເປັນສິນຄ້າ(ບ້ານນາ, ກຸ່ມກາງໂຂງ, ເມືອງໂຂງ, ແຂວງຈໍາປາສັກ), ຄອບຄົວ ທ່ານ ນາງ ແຂກແກ້ວ ຄອບຄົວຕົວແບບໃນການຜະລິດເສັ້ນເຝີ(ບ້ານຂະເໝົາໂພນຈໍາປາ, ກຸ່ມຂະເໝົາ, ເມືອງໂຂງ, ແຂວງຈໍາປາສັກ); ເມືອງມຸນລະປາໂມກມີຄອບຄົວ ທ່ານ ຄໍາໂບງ ໂມ້ສີກາວົງ ຄອບຄົວຕົວແບບໃນການປູກເຂົ້າເປັນສິນຄ້າ ແລະ ຄອບຄົວ ທ່ານ ນາງ ຄໍາຫວັນ ວົງວິໄລສຸກ ຄອບຄົວຕົວແບບໃນການຜະລິດເສັ້ນເຝຢູ່ບ້ານສະພັງເໜືອ, ກຸ່ມສະພັງ, ເມືອງມຸນລະປາໂມກ, ແຂວງຈໍາປາສັກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa