
ຄະນະໂຄສະນາອົບຮົມແຂວງ ໄດ້ສໍາເລັດຊຸດຝຶກອົບຮົມໃຫ້ແກ່ເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກ ພັກປະຊາຊົນ ປະຕິວັດລາວ ຊຸດທີ III ປະຈໍາປີ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ສຸປານີ ສິລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ບັນດາສະຫາຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ, ການຝຶກອົບຮົມໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະຖານີວິທະຍຸກະຈຽງສຽງແຂວງຈໍາປາສັກ ແລະ ໄດ້ດໍາເນີນເປັນເວລາ 2 ວັນ ນັບແຕ່ວັນທີ 21-22 ຕຸລາ 2025 ຈຶ່ງໄດ້ສໍາເລັດລົງຢ່າງຈົບງາມ.

ສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ ໃນນາມຄະນະຮັບຜິດຊອບຊຸດອົບຮົມ ໄດ້ສະຫຼຸບໃຫ້ຮູ້ວ່າ: ຈຸດປະສົງຂອງຊຸດອົບຮົມ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ; ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ; ເຊິ່ງບັນດານັກສໍາມະນາກອນ ໄດ້ພ້ອມກັນຄົ້ນຄວ້າ ເຖິງບັນຫາພື້ນຖານທາງດ້ານທິດສະດີ ທີ່ປະກອບດ້ວຍບັນດາເນື້ອໃນເອກະສານສໍາຄັນໃນ 13 ຫົວຂໍ້ຄໍາຖາມ ແລະ 13 ຫົວຂໍ້ຄໍາຕອບຄື:1. ພັກການເມືອງແມ່ນຫຍັງ ແລະ ເປັນຫຍັງຈຶ່ງມີພັກການເມືອງ? 2. ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນແນວໃດ? 3. ພັກປະຊາຊົນ ປະຕິວັດລາວ ແມ່ນພັກແນວໃດ?. 4. ພັກປະຊາຊົນ ປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່?. 5. ພັກປະຊາຊົນ ປະຕິວັດລາວ ມີລະບົບສາຍໃຍການຈັດຕັ້ງຄືແນວໃດ?. 6. ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນຄືແນວໃດແດ່?. 7. ພັກປະຊາຊົນ ປະຕິວັດລາວ ມີວັດຖຸປະສົງ ແລະ ອຸດົມການຄືແນວໃດ? 8. ພັກປະຊາຊົນ ປະຕິວັດລາວ ມີທາດແທ້ແນວໃດ? 9. ມາດຕະຖານ ແລະ ເງື່ອນໄຂຂອງສະມາຊິກພັກ ແລະ ເງື່ອນໄຂມະຫາຊົນທີ່ຈະ ຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ມີແນວໃດ? 10. ສະມາຊິກພັກມີໜ້າທີ່, ພັນທະ ແລະ ມີຜົນປະໂຫຍດຫຍັງແດ່? 11. ຂໍ້ຫ້າມສໍາລັບສະມາຊິກພັກປະຊາຊົນ ປະຕິວັດລາວມີຫຍັງແດ່? 12. ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອຫຍັງ? 13. ຖ້າໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ແລ້ວຈະປົກປ້ອງບົດບາດ, ກຽດສັກສີຂອງພັກເຮົາຄືແນວໃດ?; ບັນດາສະຫາຍຄູ-ອາຈານ ທີ່ຂຶ້ນຫ້ອງບັນລະຍາຍເອກະສານແມ່ນມາຈາກ ຄະນະໂຄສະນາອົບຮົມແຂວງທັງໝົດ, ການບັນລະຍາຍເອກະສານສ່ວນໃຫຍ່ ແມ່ນໄດ້ເນັ້ນໜັກໃສ່ບັນດາເນື້ອໃນພື້ນຖານ ພ້ອມທັງອະທິບາຍສົມທຽບໃສ່ພຶດຕິກຳ ແລະ ທິດສະດີເພື່ອເຮັດໃຫ້ ບັນດາສະຫາຍນັກສໍາມະນາກອນເຂົ້າໃຈຈະແຈ້ງ, ເຊິ່ງເປົ້າໝາຍທີ່ໄດ້ຮັບການອະນຸມັດເຂົ້າຝຶກອົບຮົມໃນຄັ້ງນີ້ມີຈໍານວນທັງໝົດ 55 ສະຫາຍ, ຍິງ 25 ສະຫາຍ ມາຈາກ 09 ຮາກຖານ 17 ໜ່ວຍພັກຮາກຖານທີ່ຂື້ນກັບ, ອາຍຸກະສຽນຂອງຜູ້ເຂົ້າຝຶກອົບຮົມໃນຄັ້ງນີ້ຕໍ່າສຸດ 28 ປີ, ສູງສຸດ 51, ປີ ລະດັບດ້ານວິຊາສະເພາະຕໍ່າສຸດ ຊັ້ນສູງ ແລະ ສູງສຸດປະລິນຍາໂທ; ຜ່ານການຄົ້ນຄວ້າ-ຮໍ່າຮຽນມາເປັນເວລາ 02 ວັນ ທາງຄະນະຮັບຜິດຊອບຊຸດອົບຮົມ ສາມາດຕີລາຄາປະເມີນຄວາມຮັບຮູ້ເຂົ້າໃຈຂອງນັກຝຶກອົບຮົມໄດ້ປະມານ 95% ແລະ ສາມາດໄດ້ຮັບໃບຢັ້ງຢືນທັງໝົດ 55 ທ່ານ, ຍິງ 25 ທ່ານ.


ນະໂອກາດສໍາຄັນນີ້, ສະຫາຍ ສຸປານີ ສິລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ຊຸດຝຶກອົບຮົມ ວ່າ: ຊຸດອົບຮົມເປົ້າໝາຍຂະຫຍາຍເຂົ້າພັກຂອງພວກເຮົາ ໄດ້ໄຂຂຶ້ນໃນທ່າມກາງທົ່ວພັກ ທົ່ວກອງທັບ ທົ່ວປວງຊົນລາວທັງຊາດ ເວົ້າລວມເວົ້າສະເພາະ ກໍຄືຊາວແຂວງຈໍາປາສັກ ຂອງພວກເຮົາກໍາລັງສຸມໃສ່ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມຂອງອົງຄະນະພັກແຂວງ ແລະ ຕິດພັນກັບການສຸມໃສ່ກະກຽມສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ, ຂອງພັກຂອງທ່ານຜູ້ນໍາ, ໂດຍສະເພາະ ແມ່ນການກະກຽມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາຄົບຮອບ 50 ປີທີ (ທີ 2 ທັນວາ 1975-ທີ 2 ທັນວາ 2025), ວັນປະກາດເອກະລາດ ຄົບຮອບ 80 ປີ (12/10/1945-12/10/2025) ທີ່ຈະມາເຖິງໃນທ້າຍປີນີ້, ໃນນາມຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ກ່ອນອື່ນໝົດ ສະແດງຄວາມຊົມເຊີຍຕໍ່ການນໍາ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ທີ່ໄດ້ສົ່ງມະຫາຊົນກ້າວໜ້າເຂົ້າຝຶກອົບຮົມໃນຄັ້ງນີ້, ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດຝຶກອົບຮົມ ທີ່ໄດ້ກະກຽມເງື່ອນໄຂ, ຄວາມພ້ອມໃນທຸກໆດ້ານ ເປັນຕົ້ນ: ສະຖານທີ່, ເນື້ອໃນ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເຫັນວ່າທ່ວງທັນກັບເວລາທີ່ໄດ້ກຳນົດໄວ້,


ມະຫາຊົນຜູ້ກ້າວໜ້າທີ່ມີຜົນງານດີເດັ່ນ ມີມາດຖານ ເງື່ອນໄຂຄົບຖ້ວນທີ່ໄດ້ເຂົ້າຮັບການຝຶກອົບຮົມໃນເທື່ອນີ້ ຈະກາຍເປັນກໍາລັງແຮງໃຫ້ແກ່ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ, ມະຕິ ຄໍາສັ່ງຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ທັງໃນສະເພາະໜ້າ ແລະ ຍາວນານ, ຜົນສໍາເລັດບັ້ນຝຶກອົບຮົມໃນຄັ້ງນີ້ ຍັງພຽງແຕ່ເປັນຜົນສໍາເລັດໃນຂັ້ນຕົ້ນເທົ່ານັ້ນ ໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະງ່າຂອງບັນດາສະຫາຍ ຍັງຕ້ອງໄດ້ໝູນໃຊ້ບົດຮຽນ ທິດສະດີທີ່ໄດ້ຮຽນມາ ເຂົ້າໃນພາກພຶດຕິກຳໃຫ້ມີຜົນສໍາເລັດທີ່ໃຫຍ່ຫຼວງ ແລະ ມີປະສິດທິຜົນສູງ, ບັນດາສະຫາຍຄົງຈະມີວິໄສທັດອັນກວ້າງໄກ, ມີໄຫວພິບອັນຄ່ອງແຄ້ວ ເພື່ອສາມາດຄາດຄະເນສະພາບການ, ຮູ້ໂຄສະນາປຸກລະດົມຂົນຂວາຍ ປະຊາຊົນບັນດາເຜົ່າ, ມະຫາຊົນທົ່ວໄປໃນສັງຄົມ ໃຫ້ເຂົ້າໃຈ ຕໍ່ໄດ້ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໄດ້ຢ່າງເລິກເຊິ່ງ, ຍົກໃຫ້ເຫັນພຶດຕິກຳຕົວຈິງທີ່ຕິດພັນກັບທິດສະດີຢ່າງປະດິດສ້າງ, ຄ່ອງແຄ້ວ ສາມາດໄຈ້ແຍກໄດ້ອັນໃດມິດ ອັນໃດສັດຕູຢ່າງຈະແຈ້ງ; ສະນັ້ນ ຈຶ່ງຢາກເນັ້ນໜັກບາງບັນຫາ ທີ່ຈະຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າຄື: 1. ພາຍຫຼັງສໍາເລັດການຝຶກອົບຮົມແລ້ວ, ມອບໃຫ້ສະຫາຍຄະນະພັກຮາກຖານ, ໜ່ວຍພັກ ຮາກຖານ ຕິດຕາມ, ກວດກາບັນດາມະຫາຊົນຜູ້ກ້າວໜ້າໃນທຸກເງື່ອນໄຂ ແລະ ມະຫາຊົນ ພວກເຮົາຕ້ອງໄດ້ເອົາໃຈໃສ່, ບຸກບືນ ຝຶກຝົນ ຫຼໍ່ຫຼອມທົດສອບຕົນເອງຕື່ມອີກຊົ່ວໄລຍະໜຶ່ງ ເພື່ອກຽມ ເຂົ້າສະໄໝສຳຮອງ ພາຍຫຼັງໄດ້ເຂົ້າສະໄໝສໍາຮອງແລ້ວກໍ່ຕ້ອງໄດ້ຝຶກຝົນຕື່ມອີກໄລຍະ ໜຶ່ງປີ ຈຶ່ງ ໄດ້ເລື່ອນຂຶ້ນເປັນສະມາຊິພັກສົມບູນ, ໄລຍະນີ້ຖືວ່າເປັນໄລຍະແຫ່ງການທົດສອບຄວາມບຸກບືນ, ຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບຂອງບັນດາສະຫາຍ ດັ່ງຄໍາເວົ້າທີ່ວ່າ: “ບ່ອນໃດມີຄວາມມານະອົດທົນ, ພາກພຽນບ່ອນນັ້ນຍ່ອມມີຜົນສໍາເລັດ “.2. ໃນໄລຍະຝຶກຝົນຫຼໍ່ຫຼອມຕົນເອງນີ້ ພວກເຮົາຕ້ອງໄດ້ອອກແຮງເຊື່ອມຊຶມ ແລະ ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ – ລັດ ໃຫ້ເລິກເຊິ່ງ, ກຳໃຫ້ໄດ້ ອັນໃດແມ່ນຍຸດທະສາດ ແລະ ອັນໃດແມ່ນ ຍຸດໂທບາຍຂອງພັກ ໂດຍສະເພາະ ກຳໃຫ້ໄດ້ເນື້ອໃນຈິດໃຈມະຕິ XI ຂອງ ພັກ ແລະ ມະຕິ IX ຂອງອົງຄະນະພັກແຂວງ; 3. ຕ້ອງໄດ້ເປັນແບບຢ່າງນໍາໜ້າ, ເປັນເຈົ້າການໃນທຸກໆດ້ານໃຫ້ແກ່ມະຫາຊົນທົ່ວໄປ ໂດຍສະເພາະ ບັນຫາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ດ້ານແບບແຜນວິທີ ເຮັດວຽກ, ແບບແຜນການດໍາລົງຊິວິດທີ່ປອດໃສ ເພື່ອເຮັດໃຫ້ຖານະບົດບາດຂອງຕົນກໍ່ຄືການ ຈັດຕັ້ງພັກ ນັບມື້ນັບສູງຂື້ນ ໃຫ້ສົມ ກັບວ່າ: “ພັກເຮົາ ແມ່ນແກ່ນນໍາໃນລະບົບການເມືອງ ເປັນຜູ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວ “.
