Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ III ປີ 2024 -

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ III ປີ 2024

        ໃນຕອນເຊົ້າ ຂອງວັນທີ 19 ທັນວາ 2024 ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ III ປີ 2024, ໂດຍຜ່ານລະບົບກອງປະຊຸມທາງໄກຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ພາຍໃຕ້ການເປັນປະທານ ຂອງທ່ານ ວັນຕຸລາ ຮັກນຸດ ກຳມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີ ບັນດາທ່ານ ຮອງຄະນະໂຄສະນາອົບຮົມແຂວງ ແລະ ຜູ້ຮັບຜິດຊອບວຽກງານເວັບໄຊ໋ຂອງຄະນະໂຄສະນາອົບຮົມໃນທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນວາລະກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຟັງ ການລາຍງານຫຍໍ້ຜົນງານອັນພົ້ນເດັ່ນ, ພ້ອມຜົນສໍາເລັດໃນການປະຕິບັດວຽກງານເວັບໄຊ໋ໃນໄລຍະຜ່ານມາ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງແຕ່ລະແຂວງ ພ້ອມທັງແລກປ່ຽນວິທີການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊ໋ ເຊິ່ງເປັນການຖອດຖອນບົດຮຽນໃນການຫັນເປັນທັນສະໄໝ ແລະ ກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ໂດຍສະເພາະວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, ພ້ອມທັງກຳນົດທິດທາງ-ແຜນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າ ຂອງວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມແຕ່ລະແຂວງໃນທົ່ວປະເທດ.

              ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຮັກນຸດ ກຳມະການຄະນະພັກ ຫົວໜ້າກົມຂໍ້ມູນ ແລະ ຂ່າວສານ ໄດ້ມີຄຳເຫັນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່(ເວັບໄຊ໋)ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ບັນດາຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ສືບຕໍ່ຕິດຕາມກວດກາຄືນການເຄືີ່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງຕົນ ກ່ຽວກັບພາລະບົດບາດ, ກົງຈັກການຈັດຕັ້ງ, ບັນດາເມນູ, ຄໍລໍາຕ່າງໆ ໃຫ້ມີການອັບເດດໃຫມ່ຕະຫຼອດ ແລະ ມີປະສິດທິພາບທີ່ສູງຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa