Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ຄະນະໂຄສະນາອົບຮົມແຂວງ ເປີດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025 -

ຄະນະໂຄສະນາອົບຮົມແຂວງ ເປີດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025

            ໃນຕອນເຊົ້າຂອງວັນທີ 21 ຕຸລາ 2025 ຄະນະໂຄສະນາອົບຮົມແຂວງຈໍາປາສັກ ຈັດພິທີເປີດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸປານີ ສິລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ, ຄະນະຮັບຜິດຊອບ ພ້ອມດ້ວຍນັກສຳມະນາກອນຈາກ 09 ຮາກຖານພັກ 17 ໜ່ວຍຮາກຖານ, ເຊິ່ງມີຈຳນວນ 55 ສະຫາຍ, ຍິງ 25 ສະຫາຍ.

         ນະໂອກາດນີ້ ສະຫາຍ ສຸປານີ ສິລິປຸນໂຍ ປະທານກອງປະຊຸມ ໃຫ້ກຽດກາດເປີດພິທີ ແລະ ມີຄໍາເຫັນເນັ້ນໜັກວ່າ: ມະຫາຊົນແມ່ນກໍາລັງພື້ນຖານ ແລະ ເປັນກໍາລັງ ຕັດສິນຂອງທຸກໆການປະຕິວັດສັງຄົມ, ມະຫາຊົນເປັນຜູ້ສ້າງປະຫວັດສາດ, ພາລະກິດປະຕິວັດ  ແມ່ນພາລະກິດຂອງມະຫາຊົນ” ເວົ້າລວມ, ສະເພາະ ມະຫາຊົນທີ່ກ້າວໜ້າ ແມ່ນຜູ້ທີ່ໄດ້ຜ່ານການທົດສອບໃນວຽກງານຕົວຈິງ, ມີຄວາມຫ້າວຫັນ ບຸກບືນ, ອົດທົນ ສູ້ຊົນ, ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ ເຊິ່ງໄດ້ຜ່ານການຝຶກຝົນຫຼໍ່ຫຼອມໃນຂະບວນການຕ່າງໆຂອງມະຫາຊົນ ແລະ ເປັນຜູ້ທີ່ມີຄວາມຕື່ນຕົວ ທາງດ້ານການເມືອງ ຕາມອຸດົມການຂອງພັກ, ເຮັດສຳເລັດທຸກໜ້າທີ່ໆ ພັກ ແລະ ການຈັດຕັ້ງມອບໝາຍໃຫ້, ບວກກັບຄວາມເອົາໃຈໃສ່ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ ເຫັນໄດ້ຄວາມສໍາຄັນຂອງວຽກງານການກໍ່ສ້າງພັກ-ຂະຫຍາຍພັກ ໄດ້ເຮັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ; ສະນັ້ນ ມື້ນີ້ແມ່ນມື້ທີ່ມີຄວາມໝາຍ ຄວາມສໍາຄັນທີ່ສຸດ ສໍາລັບຊີວິດການເມືອງຂອງບັນດາສະຫາຍມະຫາຊົນກ້າວໜ້າ, ການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນຈະໄດ້ພ້ອມກັນຄົ້ນຄວ້າ ແລະ ທົບທວນຄືນ ເຖິງບັນຫາພື້ນຖານ ທາງດ້ານທິດສະດີ ທີ່ປະກອບດ້ວຍບັນດາເນື້ອໃນເອກະສານສໍາຄັນໃນ 13 ຫົວຂໍ້ຄໍາຖາມ ແລະ 13 ຫົວຂໍ້ຄໍາຕອບຄື:1. ພັກການເມືອງແມ່ນຫຍັງ ແລະ ເປັນຫຍັງຈຶ່ງມີພັກການເມືອງ? 2. ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນແນວໃດ? 3. ພັກປະຊາຊົນ ປະຕິວັດລາວ ແມ່ນພັກແນວໃດ?. 4. ພັກປະຊາຊົນ ປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່?. 5. ພັກປະຊາຊົນ ປະຕິວັດລາວ ມີລະບົບສາຍໃຍການຈັດຕັ້ງຄືແນວໃດ?. 6. ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນຄືແນວໃດແດ່?. 7. ພັກປະຊາຊົນ ປະຕິວັດລາວ ມີວັດຖຸປະສົງ ແລະ ອຸດົມການຄືແນວໃດ? 8. ພັກປະຊາຊົນ ປະຕິວັດລາວ ມີທາດແທ້ແນວໃດ? 9. ມາດຕະຖານ ແລະ ເງື່ອນໄຂຂອງສະມາຊິກພັກ ແລະ ເງື່ອນໄຂມະຫາຊົນທີ່ຈະ ຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ມີແນວໃດ? 10. ສະມາຊິກພັກມີໜ້າທີ່, ພັນທະ ແລະ ມີຜົນປະໂຫຍດຫຍັງແດ່? 11. ຂໍ້ຫ້າມສໍາລັບສະມາຊິກພັກປະຊາຊົນ ປະຕິວັດລາວມີຫຍັງແດ່? 12. ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອຫຍັງ? 13. ຖ້າໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ແລ້ວຈະປົກປ້ອງບົດບາດ, ກຽດ ສັກສີຂອງພັກເຮົາຄືແນວໃດ?

           ບັນດາເອກະສານເຫຼົ່ານີ້ ເປັນເອກະສານສໍາຄັນທີ່ສຸດສໍາລັບພວກສະຫາຍ, ສະນັ້ນ ເພື່ອເຮັດໃຫ້ຊຸດອົບຮົມໃນຄັ້ງນີ້ໄດ້ບັນລຸຕາມຈຸດປະສົງ ລະດັບຄາດໝາຍທຸກປະການ ຮຽກຮ້ອງມາຍັງບັນດາສະຫາຍມະຫາຊົນທີ່ກ້າວໜ້າທັງໝົດຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ, ສຸມສະຕິ, ປັນຍາ ແລະ ປະສົບການ ເຂົ້າໃນການຄົ້ນຄວ້າເນື້ອໃນເອກະສານ ແຕ່ລະບົດໃຫ້ເລິກເຊິ່ງ, ຖືກຕ້ອງ, ເອົາໃຈໃສ່ຕິດຕາມການສະເໜີ, ການບັນລະຍາຍເອກະສານ, ເປັນເຈົ້າການປະກອບຄໍາຄິດ ຄຳເຫັນ ເພື່ອແລກປ່ຽນສົນທະນາກັບໝູ່ເພື່ອນ ແລະ ຄູອາຈານ, ພ້ອມທັງສົມທຽບທິດສະດີໃສ່ກັບພຶດຕິກຳຕົວຈິງໃຫ້ຫຼາຍ ເພື່ອເຮັດໃຫ້ທຸກເນື້ອໃນ, ທຸກບັນຫາ ລະອຽດ, ຈະແຈ້ງ, ເລິກເຊິ່ງ, ນຳເອົາເປັນບົດຮຽນ ຕົວຈິງ – ເປັນທິດສະດີເຍືອງທາງ ໃນການສືບຕໍ່ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີຂຶ້ນເປັນກ້າວໆ; ອີກດ້ານໜຶ່ງ ຕ້ອງໄດ້ເອົາໃຈໃສ່ປະຕິບັດຕາມລະບຽບ, ຕາມວາລະດໍາເນີນຊຸດອົບຮົມ ດ້ວຍຄວາມຕື່ນຕົວສູງ, ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ສຳເລັດຜົນ ຕາມຄາດໝາຍຢ່າງຈົບງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa