
ອີງຕາມ ດຳລັດຂອງລັດຖະບານ ສະບັບເລກທີ 16/ລບ, ລົງວັນທີ 22/4/2019 ວ່າດ້ວຍການແຂ່ງຂັນ-ຍ້ອງຍໍ, ແຈ້ງການຂອງກະຊວງພາຍໃນ ສະບັບເລກທີ 21/ພນ, ລົງວັນທີ 31 ມັງກອນ 2025 ແລະ ແຈ້ງການຂອງເຈົ້າແຂວງຈໍາປາສັກ ກ່ຽວກັບການສະຫຼຸບ, ຕີລາຄາຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ (2021-2025) ແລະ ທິດທາງແຜນການ (2026-2030).

ໃນຕອນເຊົ້າວັນທີ 18 ມິຖຸນາ 2025 ຢູ່ທີຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມສະຫຼຸບ, ຕີລາຄາຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ 2021-2025 ຂຶ້ນ, ໂດຍການເປັນປະທານ ນໍາພາຂອງ ທ່ານ ສຸປານີ ວິລິປຸ່ນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານໃນຄະນະ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ.
# ຈຸດປະສົງ ແມ່ນເພື່ອຄົ້ນຄວ້າຄັດເລືອກເປົ້າໝາຍ ບຸກຄົນດີເດັ່ນ ທີ່ມີຜົນງານໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງພະນັກງານ-ລັດຖະກອນ ພາຍໃຕ້ຄໍາຂວັນ ປຸກລະດົມ “ຮັກຊາດ ແລະ ພັດທະນາ ທົ່ວແຂວງຈໍາປາສັກ ແລະ ຕິດພັນກັບການສະເຫຼີມສະຫຼອງສາມວັນປະຫວັດສາດ, ການຄົ້ນຄວ້າເປົ້າໝາຍຕ້ອງໃຫ້ຖືກກັບຜົນງານຕົວຈິງ ແລະ ຄົ້ນໃຫ້ເຫັນວຽກດີຄົນເດັ່ນ, ຫຼີກເວັ້ນການຄັດເລືອກທີ່ເຫັນແກ່ຖານະຕຳແໜ່ງ, ໝູ່ຄູ່, ພັກພວກ ແລະ ເພື່ອເປັນການເສີມຂະຫຍາຍຊຸກຍູ້ດ້ານຕັ້ງໜ້າ, ຊຸກຍູ້ຂະບວນການໃຫ້ຟົດຟື້ນແຂງແຮງ.