Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ແຂວງຈຳປາສັກ ຈັດພິທີປາຖະກະຖາ 4 ວັນສຳຄັນຂອງປະຫວັດສາດ -

ແຂວງຈຳປາສັກ ຈັດພິທີປາຖະກະຖາ 4 ວັນສຳຄັນຂອງປະຫວັດສາດ

              ວັນທີ 20 ສິງຫາ 2024 ທີ່ ສະໂມສອນຫຼັກ4ຂອງແຂວງຈຳປາສັກ ໄດ້ຈັດພິທີປາຖະກະຖາ ວັນສຳຄັນຕ່າງໆຂອງພັກ ຂອງຊາດ ເຊັ່ນ: ວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 74 ປີ (13 ສີງຫາ 1950-13 ສີງຫາ 2024), ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ, ວັນຍຶດອຳນາດທົ່ວປະເທດຄົບຮອບ 79 ປີ (23 ສີງຫາ 1975 – 23 ສິງຫາ 2024), ແລະ ວັນລັດຖະທຳມະນູນຄົບຮອບ 33 ປີ (15 ສີງຫາ 1991 – 15 ສີງຫາ 2024) ໂດຍການ ເປັນປະທານຮ່ວມ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ; ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ເຂົ້າຮ່ວມຮັບຟັງ ມີ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດພະນັກງານການນໍາຂອງແຂວງ, ມີບັນດາສະຫາຍເລຂາຄະນພັກຮາກຖານ, ເລຂາໝ່ວຍຍພັກຮາກຖານ ພະແນກການອ້ອມຂ້າງແຂວງ, 2 ກອງບັນຊາການ, ເມືອງ ຕະຫຼອດຮອດພະນັກງານ-ລັດຖະກອນຂອງແຂວງເຂົ້າຮ່ວມທັງໝົດ 345 ທ່ານ ຍິງ 120 ທ່ານ.

ໃນພິທີ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຫວນຄືນປາຖະກະຖາ ວັນສ້າງຕັ້ງແນວລາວ ສ້າງຊາດຄົບຮອບ 74 ປີ ເຊິ່ງໄດ້ຍົກໃຫ້ເຫັນເຖິງຂະບວນວິວັດ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານອັນພົ້ນເດັ່ນ ໃນໄລຍະແນວລາວອິດສະຫລະ ແລະ ຜົນງານດີເດັ່ນ ໃນໄລຍະແນວລາວສ້າງຊາດ ນັບແຕ່ມື້ໄດ້ຮັບການສ້າງຕັ້ງອົງການແນວລາວສ້າງຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ສ້າງຜົນງານ ໃນການຕໍ່ສູ້ຕ້ານຈັກກະພັດ ປຸກລະດົມຄວາມສາມັກຄີ, ຂົນຂວາຍມະຫາຊົນ, ກໍຄື ປະຊາຊົນບັນດາເຜົ່າ ໃຫ້ເຂົ້າຮ່ວມປະຕິວັດ; ໄດ້ສ້າງບາດກ້າວໃໝ່ໃຫ້ແກ່ຂະບວນການປະຕິວັດ ອັນເປັນປັດໄຈໃຫ້ແກ່ການຕໍ່ສູ້ ຍືດເຍື້ອຍາວນານ ຂອງປະຊາຊົນລາວ ສາມາດຕີເອົາຊະນະຈັກກະພັດ ແລະ ປົດປ່ອຍ ປະເທດຊາດ ອອກຈາກແອກຄອບຄອງຂອງຈັກກະພັດ ລ່າເມືອງຂຶ້ນ ພາຍຫລັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍ ຢ່າງສົມບູນ, ອົງການແນວລາວສ້າງຊາດ ໄດ້ເຕີບໃຫ່ຍ ຂະຫຍາຍຕົວທາງດ້ານການຈັດຕັ້ງ ແລະ ຮ່ວມກັບບັນດາອົງ ການຈັດຕັ້ງສັງຄົມ, ໄດ້ຍົກສູງບົດບາດໃນການເຕົ້າໂຮມກ້ອນກໍາລັງ ມະຫາສາມັກຄີ ປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນ ຢ່າງກວ້າງຂວາງ, ເສີມຂະຫຍາຍ ສິດເປັນເຈົ້າ ຂອງປະຊາຊົນປະຕິບັດ ສອງໜ້າທີ່ຍຸດທະສາດ, ນໍາພາປະເທດຊາດກ້າວຂຶ້ນ ສູ່ຄວາມພັດທະນາຢ່າງບໍ່ຢຸດຢັ້ງ. ຈາກນັ້ນ ທ່ານກໍ່ໄດ້ເລົ່າເຖິງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີ ທ່ານ ໃຫ້ຮູ້ວ່າ: ສື່ມວນຊົນຍາມໃດກໍຕິດພັນສະໜິດ ແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ວຽກງານສື່ມວນຊົນໄດ້ມີອິດທິພົນສູງໃນສັງຄົມ ແລະ ມີຄວາມສໍາຄັນຫຼາຍ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ, ສື່ມວນຊົນຍັງເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ນັບແຕ່ມື້ສ້າງຕັ້ງສື່ມວນຊົນກໍໄດ້ເຕີບໃຫຍ່ເຂັ້ມແຂງເປັນແຕ່ລະໄລຍະ, ຈາກການນໍາໃຊ້ເຄື່ອງມືອຸປະກອນແບບປະຖົມປະຖານ ກ້າວສູ່ຄວາມທັນສະໄໝ, ປັດຈຸບັນແຕ່ລະສື່ມວນຊົນ ກໍໄດ້ມີການພັດທະນາຕົນເອງຢ່າງວ່ອງໄວທັນຍຸກ ທັນເຫດການ. ມີບົດບາດ ແລະ ອິດທິພົນຫຼາຍ ສາມາດແຜ່ກະຈາຍຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ, ກວ້າງຂວາງ, ວຽກສື່ມວນຊົນໄດ້ ເຮັດໜ້າທີ່ເປັນກະບອກສຽງສໍາຄັນໃຫ້ແກ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ເພື່ອໂຄສະນາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ, ປະກອບສ່ວນໂຄສະນາ ໃຫ້ຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ສາລະບັນເທີງ, ສ້າງຄວາມສາມັກຄີປອງດອງ, ກະຕຸກຊຸກຍູ້ໃຫ້ທຸກຊັ້ນຄົນໃນສັງຄົມປະຕິບັດລະບຽບກົດໝາຍ ປະກອບສ່ວນເປັນກໍາລັງແຮງສ້າງສາພັດທະນາປະເທດຊາດ, ເຮັດໜ້າທີ່ໃນການສຶກສາອົບຮົມສັງຄົມໄປພ້ອມກັນ ຕາມຫຼັກການ 4 ລັກສະນະຂອງສື່ມວນຊົນລາວ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້.

ໃນໂອກາດດຽວກັນນີ້ ສະຫາຍ ແກ້ວລັດຕະນະ ສີຫາວົງ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ກໍ່ໄດ້ຂຶ້ນຫວນຄືນມູນເຊື້ອ ວັນລັດຖະທຳມະນູນ ຄົບຮອບ 33 ປີ ເຊິ່ງຍົກໃຫ້ເຫັນ ເຖິງປະຫັວດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ໃນພາລະກິດປະຕິວັດແຫ່ງການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ພັກປະຊາຊົນປະຕິວັດລາວ ໃນປະຈຸບັນໄດ້ນໍາພາປວງຊົນລາວທັງຊາດດຳເນີນການຕໍ່ສູ້ກູ້ຊາດທີ່ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງຈົນໄດ້ຮັບໄຊຊະນະຢ່າງສົມບູນ ໂດຍໄດ້ໂຄນລົ້ມລັດທິລ່າເມືອງຂຶ້ນແບບໃໝ່ ແລະ ລະບອບສັກດີນາຢ່າງສິ້ນເຊີງ.

ຈາກນັ້ນ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນປະຖະກະຖາ ເລົ່າເຖິງມູນເຊື້ອວັນຍືດອຳນາດທົ່ວປະເທດ ຄົບຮອບ 79ປີ ແລະ 49 ປີ ເຊິ່ງແມ່ນເຫດການສໍາຄັນທາງປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ, ການຕໍ່ສູ້ມີໄຊຂອງປະຊາຊົນລາວພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍມູນເຊື້ອສາມັກຄີຕໍ່ສູ້ພິລະອາດຫານຂອງຊາດລາວ – ຄົນລາວວິລະຊົນ, ການເຊີດຊູມານະຈິດປະຕິວັດ ແລະ ນ້ຳໃຈຮັກຊາດອັນສູງສົ່ງຂອງຄົນລາວເພື່ອສ້າງຜົນງານ ແລະ ຍາດເອົາໄຊຊະນະໃໝ່ໃຫຍ່ຫຼວງລື່ນເກົ່າຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa