ເຄິ່ງສະໄໝຜ່ານມາໜ່ວຍພັກຄະນະໂຄສະນາອົບຮົມ
ແຂວງຈຳປາສັກ ຍາດໄດ້ສຳເລັດພົ້ນເດັ່ນຫຼາຍດ້ານ

ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈຳປາສັກ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກແຂວງ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ ໃນວຽກງານການເມືອງ-ແນວຄິດ, ຊຸກຍູ້ ແລະ ກວດກາຕິດຕາມການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກຳຕ່າງໆຂອງຂັ້ນເທິງ, ເຄື່ອນໄຫວໂຄສະນາສຶກສາອົບຮົມວຽກງານການເມືອງ-ແນວຄິດທິດສະດີ ຂອງພັກໃຫ້ເລິກເຊິ່ງ, ແທດເຖິງຮັບປະກັນຫຼັກການລວມສູນ ເປັນເອກະພາບ ທັງມີບົດບາດນໍາພາ-ຊີ້ນຳ ສະມາຊິກ, ພະນັກງານຢູ່ພາຍໃນຄະນະໂຄສະນາອົບຮົມແຂວງ ເຮັດໜ້າທີ່ວິຊາສະເພາະຂອງຕົນ ຕາມການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ.
ຄະນະໂຄສະນາອົບຮົມແຂວງຈໍາປາສັກ ມີພະນັກງານ-ລັດຖະກອນທັງໝົດ 36 ທ່ານ, ຍິງ 17 ທ່ານ. ໃນນັ້ນເປັນສະມາຊິກພັກ 29 ສະຫາຍ, ຍິງ 13 ສະຫາຍ, ມີຫົວໜ້າ 1 ທ່ານ, ຮອງ 3 ທ່ານປະກອບມີ 3 ຂະແໜງ, 1 ຫ້ອງການຄື: ຂະແໜງໂຄສະນາ-ປາຖະກະຖາ ແລະ ເຄື່ອນທີ່, ຂະແໜງຄົ້ນຄ້ວາສັງລວມ ແລະ ຂໍ້ມູນຂ່າວສານ, ຂະແໜງອົບຮົມ ແລະ ຫ້ອງການບໍລິຫານ-ຈັດຕັ້ງ. ໃນໄລຍະເຄິ່ງສະໄໝຜ່ານມາ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມ ແຂວງຈຳປາສັກ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າຕາມພາລະບົດບາດໜ້າທີ່ຂອງຕົນເຊິ່ງມີຜົນສຳເລັດ
– ວຽກງານໂຄສະນາ-ປາຖະກະຖາ: ໄດ້ເປັນເຈົ້າການໂຄສະນາສຶກສາອົບຮົມການເມືອງ- ແນວຄິດ, ເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດຕະຫຼອດຮອດປະຊາຊົນບັນດາເຜົ່າໄດ້ທັງໝົດ 394 ຄັ້ງ, ມີຜູ້ເຂົ້າຮ່ວມ 36,287 ເທື່ອຄົນ, ຍິງ 8,488 ເທື່ອຄົນ, ໃນນັ້ນມີສະມາຊິກພັກເຂົ້າຮ່ວມ 12,802 ສະຫາຍ, ຍິງ 3,305 ສະຫາຍ; ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກແຂວງ ຈໍານວນ 128 ຊຸດ, ມີຈໍານວນພົນເຂົ້າຮ່ວມ 12,046 ເທື່ອຄົນ, ຍິງ 3,859 ເທື່ອຄົນ, ໃນນັ້ນມີສະມາຊິກພັກ 7,493 ສະຫາຍ, ຍິງ 2,004 ສະຫາຍ; ໄດ້ຈັດຕັ້ງເຊື່ອມຊືມມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ແລະ ມະຕິວ່າດ້ວຍວຽກງານວັດທະນະທໍາໄລຍະໃໝ່ ປະຕິບັດໄດ້ທັງໝົດ 5 ຊຸດ ມີຈຳນວນພົນເຂົ້າຮ່ວມທັງໝົດ 254 ທ່ານ, ຍິງ 66 ທ່ານ, ໃນນັ້ນມີສະມາຊິກພັກ 241 ສະຫາຍ, ຍິງ 58 ສະຫາຍ; ໄດ້ຈັດຕັ້ງເຊື່ອມຊຶມ 2 ວາລະແຫ່ງຊາດ (ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ) 5 ຊຸດມີຈຳນວນພົນເຂົ້າຮ່ວມ 482 ທ່ານ, ຍິງ 179 ທ່ານ, ໃນນັ້ນມີສະມາຊິກພັກ 482 ສະຫາຍ, ຍິງ 179 ສະຫາຍ ພ້ອມກັນນີ້ໄດ້ເປັນເຈົ້າການຮຽບຮຽງ ບັນດາເອກະສານປາຖະກະຖາມູນເຊື້ອວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງຜູ້ນໍາ, ສະພາບການທີ່ພົ້ນເດັ່ນນັບທັງພາຍໃນ ແລະ ສາກົນ; ໄດ້ສົມທົບກັບບັນດາພະແນກການອ້ອມຂ້າງແຂວງ ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງສາກົນ ໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນ, ທະຫານ,ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງ ໄດ້ທັງໝົດ 130 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 22,555 ເທື່ອຄົນ, ຍິງ 5,881 ເທື່ອຄົນ, ໃນນັ້ນມີສະມາຊິກພັກທັງໝົດ 4,239 ສະຫາຍ, ຍິງ 987 ສະຫາຍ.
– ວຽກງານອົບຮົມ: ໄດ້ເປີດຝຶກອົບຮົມໃຫ້ປະຊາຊົນບັນດາເຜົ່າ ບ້ານລຽບຕາມຊາຍແດນ ຢູ່ເມືອງມຸນລະປະໂມກໄດ້ 2 ຄັ້ງມີຜູ້ເຂົ້າຮ່ວມ 77 ທ່ານ, ຍິງ 6 ທ່ານ; ໄດ້ເປີດຮຽນທິດສະດີແນວທາງຂອງພັກ ໄລຍະສັ້ນ 15 ວັນ, ໄດ້ທັງໝົດ 5 ຊຸດ, ມີຈໍານວນພົນເຂົ້າຮ່ວມ 409 ຄົນ, ຍິງ 153 ຄົນ, ໃນນັ້ນມີສະມາຊິກພັກ 188 ສະຫາຍ, ຍິງ 33 ສະຫາຍ; ໄດ້ເປີດຮຽນສະໜັບສະໜູນໃຫ້ມະ ຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກຈຳນວນ 11 ຊຸດ ມີຜູ້ເຂົ້າຮ່ວມ 334 ສະຫາຍ, ຍິງ 168 ສະຫາຍ.
– ຂະແໜງຄົ້ນຄ້ວາສັງລວມ ແລະ ຂໍ້ມູນ ຂ່າວສານ: ໄດ້ເອົາໃຈໃສ່ການເກັບກຳ ແລະ ສັງລວມຜົນສໍາເລັດໃນການເຄື່ອນໄຫວວຽກງານ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ-ນະຄອນ ເພື່ອລາຍງານໃຫ້ຂັ້ນເທິງເປັນປົກກະຕິ; ເປັນເຈົ້າການຕິດຕາມ, ເກັບກຳສະພາບແນວຄິດ- ຫາງສຽງສັງຄົມ ໃນແຕ່ລະຮາກຖານພັກ ເພື່ອເສີມຂະຫຍາຍດ້ານດີ ແລະ ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃຫ້ສອດຄ່ອງ, ທັນການ ແລະ ໄດ້ຕິດຕາມເກັບກຳສະພາບທີ່ພົ້ນເດັ່ນ ນັບທັງພາຍໃນ ແລະ ຕ່າງປະເທດ, ຂ່າວຈາກສື່ຕ່າງໆ ທີ່ບໍ່ຫວັງດີຕໍ່ປະເທດຊາດ ກໍຄືແຂວງຈໍາປາສັກ ເພື່ອເກັບກໍາສັງລວມລາຍງານຕໍ່ຂັ້ນເທິງ; ໄດ້ເປີດຝຶກອົບຮົມໃຫ້ຄະນະກຳມະການຮັບຜິດຊອບເກັບກຳສະພາບແນວຄິດຫາງສຽງ-ສັງຄົມ ໄດ້ 2 ຄັ້ງ ມີຜູ້ເຂົາຮ່ວມ 130 ທ່ານ, ຍິງ 31 ທ່ານ; ນອກຈາກນີ້ ໄດ້ຕິດຕາມເກັບກໍາຂ່າວສານການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຂອງຄະນະນໍາຂັ້ນແຂວງ, ຄະນະໂຄສະນາອົບຮົມແຂວງ ເພື່ອໂຄສະນາອອກສີ່ເອເລັກໂຕນິກຕ່າງໆ ໄດ້ທັງໝົດ 225 ບົດ, ໃນນີ້ ອອກຜ່ານລາຍການວິທະຍຸກະຈາຍສຽງຂອງແຂວງໄດ້ 67 ບົດ, ຜ່ານສື່ສັງຄົມອອນລາຍ (ເຟດບຸກ) ຂອງຄະນະໂຄສະນາອົບຮົມແຂວງ ໄດ້ 119 ບົດ ແລະ ອອກເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງຈຳນວນ 39 ບົດ.
– ວຽກງານບໍລິຫານ-ຈັດຕັ້ງ: ໄດ້ສົ່ງພະນັກງານໄປຍົກລະດັບທິດສະດີການເມືອງ ແລະ ວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 6 ທ່ານ, ຍິງ 1 ທ່ານ, ໃນນັ້ນໄປຄົ້ນຄ້ວາປະລິນຍາໂທ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ 1 ທ່ານ, ໄປຍົກລະດັບວິຊາສະເພາະປະລິນຍາຕີ ຢູ່ ສສ ຫວຽດນາມ 1 ທ່ານ, ຢູ່ພາຍໃນ 1 ທ່ານ, ໄປຍົກລະດັບທິດສະດີ ຢູ່ໂຮງຮຽນການເມືອງການປົກຄອງແຂວງ 3 ທ່ານ, ຂັ້ນສູງ 1 ທ່ານ, ຂັ້ນກາງ 2 ທ່ານ, ຍິງ 1 ທ່ານ, ຂັ້ນຕົ້ນ 1 ທ່ານ ແລະ ໄດ້ຄົ້ນຄວ້າຄັດເລືອກເອົາພະນັກງານຜູ້ທີ່ມີເງື່ອນໄຂມາດຖານລົງກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຢູ່ບັນດາເມືອງ ຈໍານວນ 2 ທ່ານ, ຍິງ 1 ທ່ານ. ພ້ອມກັນນັ້ນ ກໍໄດ້ເປັນເສນາທິການໃຫ້ແກ່ຄະນະໂຄສະນາອົບຮົມ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ໂດຍສະເພາະແມ່ນການຄົ້ນຄ້ວາສະຫຼຸບສັງລວມ, ສ້າງແຜນການເຄື່ອນໄຫວປະຈຳອາທິດ, ປະຈຳເດືອນ,3 ເດືອນ, 6 ເດືອນ, 9 ເດືອນ ແລະ 1 ປີ. ສໍາລັບທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນໄລຍະເຄິ່ງສະໄໝໜ້າ ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈຳປາສັກ ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມນໍາພາແນວຄິດຂອງພະນັກງານ, ສະມາຊິກພັກຢູ່ພາຍໃນໜ່ວຍພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານຢ່າງມີຫົວຄິດປະດິດສ້າງ, ເຮັດວຽກງານທຸກໆດ້ານ ຂອງຄະນະໂຄສະນາອົບຮົມແຂວງ ສຳເລັດຕາມແຜນການທີ່ວາງໄວ້ ໂດຍການສ້າງແຜນເຄື່ອນໄຫວວຽກງານ ຂອງຄະນະໂຄສະນາອົບຮົມແຂວງ ເປັນແຕ່ລະໄລຍະ ແລະ ນໍາພາປະຕິບັດວຽກງານຕາມແຜນການ, ຕິດພັນກັບການປັບປຸງແບບແຜນວິທີນໍາພາ ແລະ ແບບແຜນວິທີເຮັດວຽກ; ປະສານງານກັບບັນດາພະແນກການ ກົມກອງອ້ອມຂ້າງແຂວງ, ເມືອງ, ນະຄອນ ໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດ ໃຫ້ມີການຫັນປ່ຽນຢ່າງເລິກເຊິ່ງ ແລະ ຮອບດ້ານ, ແທດເໝາະກັບສະພາບຄວາມເປັນຈິງ ຂອງແຂວງ ຮັບປະກັນ ທາງດ້ານປະລິມານ ແລະ ຄຸນນະພາບ, ສືບຕໍ່ເປັນເຈົ້າການນໍາເອົາແນວທາງ, ນະໂຍບາຍ ຂອງພັກ, ແຜນການ ແລະ ລະບຽບກົດໝາຍຂອງລັດ ໄປໂຄສະນາເຜີຍແຜ່ໃຫ້ແກ່ພະນັກງານ, ສະມາຊິກພັກ, ກຳລັງປ້ອງກັນຊາດ-ປ້ອງຄວາມສະຫງົບ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເປັນເອກະ ພາບກັບແນວທາງນະໂຍບາຍຂອງພັກ-ລັດວາງອອກ, ເພື່ອເຮັດໃຫ້ພະນັກງານ, ລັດຖະກອນ ແລະ ສະມາຊິກພັກປະຊາຊົນ ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ; ສືບຕໍ່ຈັດຊຸດຝຶກອົບຮົມໃຫ້ແກ່ເປົ້າໝາຍຕ່າງໆ, ຕິດພັນກັບການເພີ່ມທະວີການຕິດຕາມ ແລະ ເກັບກຳສະພາບ ແນວຄິດ-ຫາງສຽງສັງຄົມ ເພື່ອສະໜອງຂໍ້ມູນໃຫ້ແກ່ອົງຄະນະພັກແຂວງໃນການເສີມຂະຫຍາຍ ດ້ານທີ່ຕັ້ງໜ້າ ແລະ ແກ້ໄຂສິ່ງທີ່ຫຍໍ້ທໍ້ໃຫ້ທັນການ; ສືບຕໍ່ເກັບກຳຂໍ້ມູນ ເພື່ອຂຽນບົດ, ຂຽນຂ່າວອອກລາຍການວິທະຍຸ ແລະ ສື່ອື່ນໆ. ພ້ອມນັ້ນກໍຈະເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ວາງອອກໃຫ້ມີຜົນສໍາເລັດຕາມຄາດໝາຍ.
#( ຂຽນໂດຍ: ເມທີ ທິບພະສອນ )
