ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ຈັດພິທີປາຖະກະຖາວັນສໍາຄັນຂອງພັກຂອງຊາດ

       ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2025 ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ຈັດພິທີປາຖະກະຖາວັນສໍາຄັນຂອງພັກຂອງຊາດ ໃຫ້ແກ່ສະມາຊິກພັກ, ພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງໂຕ, ເຊິ່ງໄດ້ຈັດຂຶ້ນທີ່ຫ້ອງປະຊຸມວິທະຍາໄລວິທະຍາສາດແລະສຸຂະພາບ; ພາຍໃຕ້ການເປັນປະທານເຜີຍແຜ່ເອກະສານ ຂອງ ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ.
ມີ ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກຈາກໜ່ວຍທີ່ຂຶ້ນກັບ ເຂົ້າຮ່ວມຢ່າງພ້ອມພຽງ.

            ເອກະສານປາຖະກະຖາໃນຄັ້ງນີ້ ປະກອບດ້ວຍ: ວັນເກີດ ທ່ານ ກາກມາກ ຄົບຮອບ 207 ປີ, ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 71 ປີ, ວັນໄຊຊະນະຂອງໂຊວຽດເໜືອຟາດສິດ ເຢຍລະມັນໃນສົງຄາມໂລກ ຄັ້ງທີ II ຄົບຮອບ 80 ປີ, ການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ, ວັນເກີດປະທານ ໂຮ່ຈິມິນ ຄົບຮອບ 135 ປີ ແລະ ວິລະກຳໂຕນຄຸກຢ່າງ ມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ. ທັງນີ້ ກໍ່ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈເຖິິງມູນເຊື້ອ ແລະ ຄວາມໝາຍຄວາມສໍາຄັນ ຂອງວັນດັ່ງກ່າວ ທັງເປັນການສຶກສາອົບຮົມໃຫ້ສະມາຊິກພັກມີຄຸນມາດການເມືອງທີ່ໜັກແໜ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa