ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຝຶກອົບຮົມ ພື້ນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຮນິກ( ເວັບໄຊ ) ຂອງຄະນະໂຄສະນາອົບຮົມແຂວງ ຊຸດທີ I

            ໃນຕອນເຊົ້າຂອງວັນທີ 10 ມີຖຸນາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດພິທີເປີດ ຝຶກອົບຮົມພື້ນຖານ ການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຮນິກ( ເວັບໄຊ ) ຂອງຄະນະໂຄສະນາອົບຮົມແຂວງ ຊຸດທີ I ໃນທົ່ວປະເທດ, ພາຍໃຕ້ການເປັນປະທານກ່າວເປີດພິທີ ຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາສູນກາງພັກ ປະທານກວດກາພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຄະນະໂຄສະນາອົົບຮົມສູນກາງພັກ, ໂດຍການເຂົ້າຮ່ວມ ຂອງທ່ານ ບົວສອນ ວົງຫາຈັກ ເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ.

     ການຝຶກອົບຮົມຄັ້ງນີ້ ກໍ່ໄດ້ແບ່ງອອກ 4 ຈຸ, ເຊິ່ງໃນນັ້ນ ແຂວງຈຳປາສັກຂອງພວກເຮົາ ໄດ້ເຂົ້າຝຶກອົບຮົມຮ່ວມກັບ ແຂວງຫົວພັນ ແລະ ນະຄອນຫຼວງວຽງຈັນ; ການຝຶກອົບຮົມແມ່ນຈະໄດ້ດຳເນີນເປັນເວລາ 2ວັນ, ລະຫ່ວາງ ວັນທີ 19-20 ມີຖຸນາ 2024 ໃນຫົວຂໍ້:

– ຂັ້ນຕອນການກະກຽມຮູບພາບໃນການປະກອບບົດຂ່າວ.

 – ຂັ້ນຕອນການສ້າງ ແລະ ເຜີຍແຜ່ບົດຂ່າວ ລົງໃນເວັບໄຊສ.

 – ຂັ້ນຕອນການອັບເດດຂໍ້ມູນ ເອກະສານ ມະຕິຄຳສັ່ງຕ່າງໆ ລົງໃນເມນູ ແລະ ຄໍລຳຕ່າງໆ.

 -ຂັ້ນຕອນການເຜີຍແຜ່ບັນດາຂໍ້ມູນຂ່າວສານຈາກເວັບໄຊສ ໄປຍັງບັນດາສື່ສັງຄົມອອນລາຍ.

– ຂັ້ນຕອນການສ້າງ ແລະ ຄຸ້ມຄອງຜູ້ໃຊ້ງານລະບົບ (user).

                 ການຝຶກອົບຮົມໃນຄັ້ງນີ້, ທາງຄະນະຮັບຜິດຊອບ ແມ່ນໄດ້ສຸມໃສ່ໃນການຖອດຖອນບົດຮຽນ ໃຫ້ແກ່ບັນດາແອັດມິນ ຂອງບັນດາແຂວງ, ໄດ້ຮັບຮູ້, ເຂົ້າໃຈເລິກເຊິງ ກ່ຽວກັບຂັ້ນຕອນການຝຶກອົບຮົມພື້ນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຮນິກ( ເວັບໄຊ ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ເພື່ອເອົາໃຈໃສ່ຈັດຕັ້ງປະຕິບັດ ໜ້າທີ່ການເມືອງທີ່ຕົນຮັບຜິດຊອບໃຫ້ເສຳເລັດ ພ້ອມກັນເປັນເຈົ້າການໃນການຫັນເປັນທັນສະໄໝໃນຂົງເຂດວຽກງານໂຄສະນາອົບຮົມ .

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa