
ຕອນເຊົ້າວັນທີ 6 ກັນຍາ 2024 ຄະນະໂຄສະນາອົບຮົມເມືອງໂຂງ ໄດ້ຈັດພິທີປິດຊຸດຝຶກອົບຮົມ ຂື້ນທີ່ສະໂມສອນໂຮງຮຽນມັດທະຍົມສົມບູນຫົວໂຂງ ໂດຍໃຫ້ກຽດຮ່ວມເປັນປະທານຂອງສະຫາຍ ບຸນເຮັງ ກົມປະເສີດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆໂຂງ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ສະຫາຍ ນາງ ຈັນເພັງບຸນສາລີ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີສະຫາຍເລຂາ-ຮອງເລຂາຄະນະພັກຮາກຖານ, ສະຫາຍພະນັກງານຫັນລົງກໍ່ສ້າງຮາກຖານ, ສະຫາຍເລຂາພັກບ້ານ-ນາຍບ້ານ ທີ່ຂຶ້ນກັບຮາກຖານພັກຈຸດຫົວໂຂງພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສຳມະນາກອນຈຳນວນທັງໝົດ 37 ສະຫາຍ, ຍິງ 8 ສະຫາຍ ເຂົ້າຮ່ວມ.



ໃນພິທີສະຫາຍຫົວໜ້າຄະນະໂຄສະນາອົບຮົມເມືອງ ໃຫ້ກຽດຜ່ານບົດສະຫຼຸບຈາກຄະນະຮັບຜິດຊອບຊຸດຝຶກອົບຮົມເນື້ອໃນຍົກໃຫ້ເຫັນການຮຽນການສອນແມ່ນໄດ້ດຳເນີນມາແຕ່ວັນທີ 21 ສິງຫາເປັນຕົ້ນມາ ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 8 ສະຫາຍ ມາຈາກກົມກອງຫ້ອງການອ້ອມຂ້າງ 6 ສະຫາຍ, ຍິງ 3 ສະຫາຍ, ມາຈາກຮາກຖານກຸ່ມບ້ານ 31 ສະຫາຍ, ຍິງ 5 ສະຫາຍ. ໄດ້ນຳໃຊ້ຫຼັກສູດ ສະບັບປັບປຸງໃໝ່ເຂົ້າໃນການສິດສອນ ມີທັງໝົດ 14 ບົດມີດັ່ງນີ້:
1. ຄວາມຮູ້ພື້ນຖານກຽ່ວກັບລັດທິມາກ ເລນິນ
2. ວິທີວັດຖຸນິຍົມສັດຈະສິພາກ
3. ເສີມຂະຫນາດມູນເຊື້ອຂອງຊາດລາວ
4. ສ້າງແລະບູລະນະລະບົບປະຊາທິປະໄຕປະຊາຊົນຕາມທິດສັງຄົມນິຄົມ
5. ແນວທາງປຽ່ນແປງໃໝ່ຮອບດ້ານແລະຮັກການຂອງພັກ
6. ແຮງທາງເສດຖະກິດຂອງພັກ
7. ການຫັນເປັນອຸດສາຫະກຳແລະທັນສະໄໝຢູ່ປະເທດລາວເອົາ
8. ພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທຳສັງຄົມແລະສິ່ງແວດລ້ອມ
9. ສ້າງລັດແຫ່ງກົດໝາຍເທື່ອລະກ່າວພາຍໃຕ້ການນໍາພາຂອງພັກເນົາ
10. ແຮງທາງປ້ອງກັນຊາດປ້ອງກັນຕາມສະຫງົບທົ່ວປວງຊົນຮອດບ້ານ
11. ແຮງທາງການຕ່າງປະເທດທີ່ສ້າງສັນການພົວພັນເພື່ອນມິດຍຸດທະສາດ
12. ສັງຄົມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກຳລັງແຮງຂອງການປົກປັກຮັກສາແລະພັດທະນາປະເທດຊາດ
13. ຝຶກຝົນຄຸນສົມບັດສິນທໍາປະຕິວັດ
14. ການຈັດຕັ້ງປະຕິບັດແນວທາງແລະແຜນນະໂຍບາຍຂອງພັກເຂົ້າສູ່ຊີວິດຕົວຈິງ ແລະ ໃຊ້ເວລາຮຽນຕົວຈິງ 15 ວັນ ເທົ່າກັບ 60 ຊົ່ວໂມງສາມາດຕີລາຄາຄວາມຮັບຮູ້ເຂົ້າໃຈຂອງນັກສຳມະນາກອນໄດ້ 90% ຕໍ່ມາ ສະຫາຍ ປະທານພິທີກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດພ້ອມມອບໃບຍ້ອງຍໍຈາກທ່ານເຈົ້າເມືອງໆໂຂງ ແລະ ມີຄຳເຫັນຊີ້ນຳຕໍ່ນັກສຳມະນາກອນອີກດ້ວຍ.



ໃນຕອນທ້າຍກອງປະຊຸມ ປະທານໄດ້ມີຄຳເຫັນເນັ້ນເຖິງບັນຫາຫຼັກທີ່ສຳຄັນດັ່ງນີ້:
1. ສະຫາຍຄະນະໂຄສະນາອົບຮົມເມືອງ ຕ້ອງຍົກສູງຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຈັດຕັ້ງການຮຽນ-ການສອນ ທິດສະດີການເມືອງ-ແນວທາງຂອງພັກ ໄລຍະສັ້ນ ຢ່າງສະໝໍ່າສະເໝີ ແລະ ຕໍ່ເນື່ອງ ລົງເລີກເຖິງພີ່ນ້ອງປະຊາຊົນ, ບັນດານັກທຸລະກິດ ໃນກຸ່ມບ້ານທີ່ສໍາຄັນ ໃຫ້ເຂົາໄດ້ຮັບຮູ້ແນວທາງຂອງພັກ ຢ່າງທົ່ວເຖິງ ເປັນກໍາລັງແຮງໃນການສ້າງສາພັດທະນາປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມແຂງ.
2. ສະຫາຍຄະນະພັກຮານຖານ, ຫ້ອງການກົມກອງ ຕ້ອງເອົາໃຈໃສ່ກໍານົດແຜນສ້າງບຸກຄະລາກອນທາງດ້ານການເມືອງຂອງຕົນ ໃຫ້ຕໍ່ເນື່ອງ ແລະ ມີການທົດແທນ ການດໍາລົງຕໍາແໜ່ງໃນທຸກກໍລະນີຢ່າງເປັນປົກກະຕິ ຮັບປະກັນໄດ້ຄຸນນະພາບ ແລະ ລັກສະນະນໍາພາຂອງພັກ ຢ່າງເລີກເຊິ່ງ.
3. ສະຫາຍນັກສໍາມະນາກອນ ທີ່ໄດ້ຮັບການຝຶກອົບຮົມ ໃນແຕ່ລະຊຸດ ກໍຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ຮັກສາທາດແທ້ຄຸນລັກສະນະນໍາພາເປັນແບບຢ່າງ ພັດທະນາອົງກອນ ໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນ ແລະ ນໍາໃຊ້ບົດຮຽນທີ່ໄດ້ຮັບການຝຶກອົບຮົມ ສ້າງຊີວິດຄອບຄົວ ເປັນຄອບຄົວຢູ່ດີ-ກິນດີ ກ້າວໄປເຖິງຄອບຄົວກິນແຊບນຸ່ງງາມ.

