
ໃນວັນທີ 13 ມີນາ 2025 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະໜ່ວຍພັກຊຸດໃໝ່ ຕິດພັນກັບການດຳເນີນຊີວິດການເມືອງທ້າຍສະໄໝ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫ່ຍໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຄັ້ງທີ X ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ສະຫາຍໃນຄະນະພັກ, ສະມາຊິກພັກ, ຄະນະກຳມະການບຸກຄະລາກອນຂັ້ນແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດລາຍງານໂດຍສັງເຂບໃນການຂັດຕັ້ງປະຕິບັດວຽກງານຮອບດ້ານເພື່ອກະກຽມການດຳເນີນກອງປະຊຸມໃຫ່ຍ ຄັ້ງທີ X ຂອງໜ່ວຍພັກຮາກຖານ, ໂດຍເຮັດໃຫ້ເຫັນພາລະບົດບາດ, ສີດໜ້າທີ່ຂອງໜ່ວຍພັກຮາກຖານ ຄອຂ ທີ່ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິິງໃນການສຶກສາອົບຮົມການເມືອງແນວຄິດ, ເຜີຍແຜ່ແນວທາງຂອງພັກໃຫ້ແກ່ພະນັກງານສະມາຊິກພັກໃນທົ່ວແຂວງ ໄດ້ຮັບຮູ້ເຂົ້າໃຈ ເຊິ່ງຜ່ານມາໄດ້ສຸມໃສ່ໂຄສະນາເຜີຍແຜ່ມະຕິ, ຄຳສັ່ງ, ແນວທາງແຜນນະໂຍບາຍຂອງພັກ ຕິດພັນຊອງການປົກປັກຮັກສາມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງທ່ານຜູ້ນຳ, ສຸມໃສ່ສືກສາອົບຮົມຄວາມຮູ້ພື້ນຖານທາງດ້ານທິດສະດີແນວທາງຂອງພັກ, ຝຶກອົບຮົມບັນດາເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຢ່າງເປັນລະບົບຕໍ່ເນື່ອງຢ່າງເປັນຂະບວນຟົດພື້ນພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ ແລະ ນອກນັ້ນຍັງໄດ້ຍົກໃຫ້ເຫັນຜົນສຳເລັດໃນການນຳພາວຽກງານແຕ່ລະດ້ານຕື່ມອີກ.




ສະຫາຍ ສາທິດ ປັດຊາພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະເຂົ້າສະໝັກຄະນະພັກຊູດໃຫມ່, ຈາກນັ້ນ ກໍ່ໄດ້ດຳເນີນການປ່ອນບັດທາບທາມໃນຮອບ1-ຮອບ2 ສຳເລັດຕາມລະດັບຄາດໝາຍ.
#. ໃນກອງປະຊຸມຍັງໄດ້ຜ່ານບົດລາຍງານການເມືອງ, ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ, ຈາກນັ້ນປະທານກອງປະຊຸມກໍ່ມີຄຳເຫັນຊີ້ນຳ ແລະ ປະກອບຄຳເຫັນຕໍ່ຮ່າງເອກະສານທັງ 2ບົດ, ເນັ້ນໃຫ້ຄະນະພັກ, ສະມາຊິກພັກ ສືບຕໍ່ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິຜົນສູງກ່ວາເກົ່າ ພ້ອມທັງກຽມຄວາມພ້ອມທຸກດ້ານໃນການກະກຽມກອງປະຊຸມໃຫ່ຍ ຄັ້ງທີ X ຂອງໜ່ວຍພັກໃຫ້ສຳເລັດຕາມຄາດໝາຍ.




