
ໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2024 ທີ່ຜ່ານມາ, ຄະນະໂຄສະນາອົມຮົບ ເມືອງສຸຂຸມາ ໄດ້ຈັດພິທີ ປາຖະກາຖາ 3ວັນສຳຄັນຂອງພັກ-ຂອງຊາດ ແລະ ສາກົນຄື: ວັນເກີດທ່ານໂຮຈີມິນ ຄົບຮອບ 134ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 65 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວຮັກຊາດຄົບຮອບ 64 ປີ, ຢູ່ທີ່ສະໂມສອນເມືອງສຸຂຸມາ; ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງຄ່າຍແກ້ວ ສິງຫາວົງ ຮອງເລຂາພັກເມືອງ ບັນລະຍາຍ 2ເອກະສານຄື: ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວຮັກຊາດຄົບຮອບ 64 ປີ ແລະ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 65 ປີ ແລະ ທ່ານ ບົວລຽນ ເຜີຍບຸນຊົມ ກຳມະການພັກເມືອງ ຫົວໜ້າ ຄະນະໂຄສະນາອົຮົມເມືອງສຸຂຸມາ ຂື້ນບັນຍາຍ ເອກະສານ ວັນເກີດທ່ານໂຮຈີມິນ ຄົບຮອບ 134ປີ.

ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງ ມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກອງກໍ່ສ້າງຮາກຖານແຂວງ, ເລຂາຄະນະພັກຮາກຖານ 6 ກຸ່ມ ແລະ 4 ບ້ານໃຫຍ່, ກຳລັງປ.ກ.ສ, ປ.ກຊ ພ້ອມພະນັກງານ ອ້ອມຂ້າງເມືອງເຂົ້າຮ່ວມ ຈຳນວນພົນທັງໝົດ 117 ຄົນ, ຍິງ 35 ຄົນ.



#ຂ່າວພາຍໂດຍ: ຄະນະໂຄສະນາອົບຮົມ ເມືອງສຸຂຸມາ.