
ໃນຕອນເຊົ້າ ຂອງວັນທີ 10 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ 6 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2024,ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາຄະນະໂຄສະນາອົບຮົມ 09 ເມືອງ 01 ນະຄອນ, ຫົວໜ້າຂະແໜງ-ຮອງຂະແໜງ, ພະນັກງານ-ວິຊາການເຂົ້າຮ່ວມ ທັງໝົດ 33 ທ່ານ, ຍິງ 14 ທ່ານ.



ໃນພິທີ ທ່ານ ບຸນປັນ ມະຫາລາດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດ ໃຫ້ຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ປະຈຳ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງວຽກງານຈຸດສຸມ 06 ເດືອນທ້າຍປີ 2024; ຈາກນັ້ນ ທ່ານ ບົວສອນ ວົງຫາຈັກ ເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ.



ຈາກນັ້ນ ກອງປະຊຸມ ກໍ່ໄດ້ເປີດໂອກາດໃຫ້ແກ່ຄະນະໂຄສະນາອົບຮົມ 09 ຕົວເມືອງ 01 ນະຄອນ ແລະ ບັນດາຫົວໜ້າຂະແໜງການວິຊາສະເພາະ ໄດ້ປະກອບຄຳເຫັນ ຕໍ່ເນື້ອໃນບົດສະຫຼຸບໄລຍະ 06 ເດືອນ ໃນຫົວຂໍ້ທີ່ກອງປະຊຸມໄດ້ເຈາະຈີ້ມຢ່າງມີເນື້ອໃນຄົບຖ້ວນ ແລະ ຖອດຖອນບົດຮຽນຕໍານິ, ກໍ່ສ້າງ, ເຊີ່ງກັນແລະກັນ ເພື່ອພ້ອມກັນເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ, ບັນດາປັດໃຈຕາງໜ້າ ແລະ ຫຍໍ້ທໍ້ ທີ່ໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃນໄລຍະຜ່ານມາໃຫ້ໄດ້ຮັບຜົນດີລື່ນເກົ່າໃນຕໍ່ໜ້າ.
#. ໃນຕອນທ້າຍຂອງກອງປະຊຸມ ທ່ານ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຍັງສະແດງຄວາມເປັນຫວ່ງເປັນໃຍ ແລະ ຊົມເຊີຍຕໍ່ຜົນງານບັນດາສະຫາຍຄະນະກຳມະການ, ທີ່ເກັບກຳຫາງສງຽສັງຄົມ ຂັ້ນແຂວງ, ຂັ້ນເມືອງຂອງຕົນ ທີ່ໄດ້ຮັບຜົນສຳເລັດດັ່ງກ່າວນັ້ນ ເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາສະຫາຍ ທີ່ໄດ້ມີຄວາມອົດທົນປະຕິບັດໜ້າທີວຽກງານຢ່າງສູງ ແລະ ເຕືອນສະຕິ ໃຫ້ພະນັກງານແຕ່ລະສະຫາຍ ໃຫ້ມີຄວາມສາມັກຄີ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຂອງຕົນ, ຮັກສາຄວາມສະຫງົບພາຍໃນ ຕ້ານທຸກປະກົດການຫຍໍ້ທໍ້, ພ້ອມກັນປັບປຸງວຽກງານໃຫ້ມີຄວາມເຂັ້ມແຂງກ້າວໜ້າຂື້ນເລື້ອຍໆ.


